ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນໍ້າຖ້ວມໃນແຂວງຊຽງຂວາງ ສ້າງຄວາມເສຍຫາຍ ເຖິງ 200 ຕື້ກີບ


ນໍ້າຖ້ວມຄັ້ງໃຫຍ່ທີ່ແຂວງຊຽງຂວາງ ໃນຕົ້ນເດືອນກໍລະກົດ 2011 ນີ້.
ນໍ້າຖ້ວມຄັ້ງໃຫຍ່ທີ່ແຂວງຊຽງຂວາງ ໃນຕົ້ນເດືອນກໍລະກົດ 2011 ນີ້.

ໄພນໍ້າຖ້ວມຄັ້ງໃຫຍ່ໃນແຂວງຊຽງຂວາງໄດ້ສົ່ງຜົນກະທົບ ຕໍ່ປະຊາຊົນນັບແສນຄົນ ແລະ ຄາດວ່າຄວາມເສຍຫາຍທີ່ເກີດຂຶ້ນຈາກໄພນໍ້າຖ້ວມຄັ້ງນີ້ ຈະມີມູນຄ່າເຖິງ 200 ຕື້ກີບ.

ທ່ານ ສົມກົດ ມັງໜໍ່ເມກເຈົ້າແຂວງ ແລະເລຂາພັກແຂວງຊຽງຂວາງ ໄດ້ຖະແຫລງຍອມ
ຮັບວ່າ ໄພນໍ້າຖ້ວມຄັ້ງໃຫຍ່ ທີ່ເກີດຈາກບໍລິມາດນໍ້າຝົນທີ່ຕົກລົງມາຢ່າງຫລວງຫລາຍ ແລະກາຍເປັນນໍ້າປ່າໄຫລລົງຈາກ ທີ່ສູງເຂົ້າຖ້ວມເຮືອນຊານ ແລະພື້ນທີ່ການກະສີກໍາ ຂອງປະຊາຊົນຢ່າງກ້ວາງຂວາງ ແລະໄດ້ທໍາລາຍໂຄງສ້າງພື້ນຖານຕ່າງໆ ໄປຢ່າງຫຼວງ
ຫຼາຍ ນັບຕັ້ງແຕ່ທ້າຍອາທິດທີ່ຜ່ານມາເປັນຕົ້ນໄປ ໄດ້ເຮັດໃຫ້ເກີດຄວາມເສຍຫາຍພາຍ
ໃນແຂວງຊຽງຂວາງໄປແລ້ວເຖິງ 200 ຕື້ກີບ ຫຼືປະມານ 25 ລ້ານໂດລາ.

ໄພນໍ້າຖ້ວມໄດ້ທໍາລາຍໄຮ່ນາຂອງປະຊາຊົນ ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງຫລວງຫລາຍ
ໄພນໍ້າຖ້ວມໄດ້ທໍາລາຍໄຮ່ນາຂອງປະຊາຊົນ ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງຫລວງຫລາຍ

ທັງນີ້ໂດຍຈາການສໍາຫຼວດເບື້ອງຕົ້ນພົບ
ເຫັນວ່າ ເມືອງທ່າໂທມເປັນພື້ນທີ່ໄດ້ຮັບ
ຄວາມເສຍຫາຍຫຼາຍທີ່ສຸດຕິດຕາມດ້ວຍ
ເມືອງມອກ, ເມືອງຄຳ ແລະເມືອງຄູນ
ຕາມລໍາດັບ ແລະຖ້າຫາກນັບລວມກັບຜົນ
ກະທົບ ທີ່ເກີດຂຶ້ນໃນເຂດເມືອງແປກ ເມືອງ
ໜອງແຮດ ແລະເມືອງຜາໄຊອີກດ້ວຍນັ້ນ
ກໍປາກົດວ່າ ມີປະຊາຊົນນັບແສນຄົນ ທີ່ໄດ້
ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້.

ນອກຈາກນັ້ນ ກໍຍັງມີລາຍງານການເສຍ
ຊີວິດຂອງປະຊາຊົນຈໍານວນ 7 ຄົນ ແລະຍັງສູນຫາຍອີກຈໍານວນນຶ່ງທີ່ຍັງບໍ່ສາມາດເກັບ
ກໍາຂໍ້ມູນໄດ້ຢ່າງຄັກແນ່ ເນື່ອງຈາກວ່າ ຖະໜົນຫົນທາງຖືກຕັດຂາດລະບົບສາຍສົ່ງກະແສ
ໄຟຟ້າຖືກທໍາລາຍ ແລະລະບົບສື່ສານຕ່າງໆກໍຍັງຖືກຕັດຂາດຈົນເຖິງຂະນະນີ້ ຍັງເຮັດໃຫ້
ຍາກໃນການຕິດຕໍ່ສື່ສານ ແລະການສັນຈອນໄປມາໃນທັງ 6 ເມືອງດັ່ງກ່າວ ດັ່ງທີ່ທ່ານບົວ
ສອນ ດາລາວົງ ຫົວໜ້າພະແນກກະສີກໍາ-ປ່າໄມ້ ແຂວງຊຽງຂວາງໄດ້ໃຫ້ການຊີ້ແຈງວ່າ:

ຖະໜົນຫົນທາງໃນຫລາຍເມືອງຂອງແຂວງຊຽງຂວາງຖືກນໍ້າຖ້ວມແລະທໍາລາຍໄປ
ຖະໜົນຫົນທາງໃນຫລາຍເມືອງຂອງແຂວງຊຽງຂວາງຖືກນໍ້າຖ້ວມແລະທໍາລາຍໄປ

“ມາຮອດປັດຈຸບັນນີ້ສະພາບຂອງ
ບາງເມືອງນັ້ນ
ກໍຍັງບໍ່ທັນໄປມາຫາ
ກັນໄດ້ ເປັນຕົ້ນແມ່ນເມືອງໝອກ
ເສັ້ນທາງກໍຍັງຕັດຂາດ
ຢູ່ເມືອງທ່າ
ໂທ
ນີ້ກໍຍັງຫຍຸ້ງຍາກຢູ່ ໃນການໄປ
ມາຫາກັນນັ້ນ, ເມືອງໜອງແຮດ
ນໍ້າຍັງຖ້ວມທາງ
ຢູ່ກໍເຫັນວ່າ ການ
ຕິດຕໍ່ພົວພັນດ້ານຂໍ້ມູນນີ້
ກໍຍັງມີ
ບັນຫາ,ບັນຫາຊົນລະປະທານ
ຈໍາ
ນວນນຶ່ງ ຊຶ່ງນໍ້າຍັງຖ້ວມຢູ່ ກໍຍັງບໍ່
ທັນຄາດຄະເນວ່າ
ພາຍຫຼັງນໍ້າບົກແຫ້ງລົງແລ້ວນັ້ນ ມັນຈະເສຍຫາຍແນວໃດຕື່ມ
ອີກ
.

ຍິ່ງໄປກ່ວານັ້ນ ການທີ່ສະບຽງອາຫານ ແລະເຂົ້າກິນຂອງປະຊາຊົນກໍຖືກກະແສນໍ້າພັດ ພາໄປເປັນສ່ວນໃຫຍ່ອີກດ້ວຍນັ້ນ ກໍໄດ້ເປັນຜົນເຮັດໃຫ້ປະຊາຊົນໃນເຂດປະສົບໄພຕ້ອງ ປະເຊີນກັບຄວາມອິດຫິວ ນັບທັງຍັງຕ້ອງປະເຊີນກັບໂຣກໄພໄຂ້ເຈັບ ທີ່ມາກັບໄພນໍ້າ
ຖ້ວມອີກດ້ວຍ ຊຶ່ງດ້ວຍສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທາງການແຂວງຊຽງຂວາງຕ້ອງ ຮຽກຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານ ແລະຂໍການບໍລິຈາກເງິນ, ສະບຽງອາຫານ,
ຢາປີ່ນປົວພາຍາດ ແລະສິ່ງຂອງເຄື່ອງໃຊ້ຕ່າງໆຈາກທຸກພາກສ່ວນຢ່າງຮີບດ່ວນຢູ່ໃນເວ
ລານີ້.

ລະບົບຊົນລະປະທານແລະໂຄງຮ່າງກໍ່ສ້າງອັນອື່ນໆ ຖືກທໍາລາຍໂດຍໄພນໍ້າຖ້ວມຄັ້ງຍິ່ງໃຫຍ່ທີ່ເກີດຂຶ້ນໃນ ຕົ້ນເດືອນກໍລະກົດ
ລະບົບຊົນລະປະທານແລະໂຄງຮ່າງກໍ່ສ້າງອັນອື່ນໆ ຖືກທໍາລາຍໂດຍໄພນໍ້າຖ້ວມຄັ້ງຍິ່ງໃຫຍ່ທີ່ເກີດຂຶ້ນໃນ ຕົ້ນເດືອນກໍລະກົດ

ແຕ່ຢ່າງໃດກໍຕາມ ນໍ້າຖ້ວມຄັ້ງໃຫຍ່ດັ່ງກ່າວ
ນີ້ກໍບໍ່ໄດ້ເກີດຂຶ້ນສະເພາະຢູ່ໃນແຂວງຊຽງ
ຂວາງເທົ່ານັ້ນ. ຫາກແຕ່ ຍັງໄດ້ເກີດຂຶ້ນຢູ່
ໃນແຂວງໄຊຍະບູລີ, ບໍລິຄຳໄຊ ແລະແຂວງ
ວຽງຈັນອີກດ້ວຍ ຊຶ່ງຈາກການສໍາຫຼວດເບື້ອງ
ຕົ້ນນັ້ນ ນອກຈາກຈະພົບວ່າມີປະຊາຊົນ
ຫຼາຍໝື່ນຄົນ ທີ່ໄດ້ຮັບຜົນກະທົບແລ້ວກໍຍັງ
ປາກົດວ່າ ນາເຂົ້າອີກນັບໝື່ນເຮັກຕາ ທີ່ໄດ້
ຮັບຄວາມເສຍຫາຍຈາກໄພນໍ້າຖ້ວມໃນຄັ້ງນີ້
ອີກດ້ວຍ.

ເພາະສະນັ້ນ ຖ້າຫາກວ່າທາງການລາວບໍ່ສາມາດທີ່ຈະໃຫ້ການຊ່ວຍເຫຼືອຊາວນາໄດ້ຢ່າງທົ່ວ
ເຖິງ ໂດຍສະເພາະແມ່ນການຊ່ວຍເຫຼືອແນວພັນເຂົ້າ ສໍາລັບປູກທົດແທນບ່ອນເນື້ອທີ່ນາເສຍ
ຫາຍໄປນັ້ນ ກໍຍ່ອມຈະເຮັດໃຫ້ຜົນຜະລິດເຂົ້າໃນລາວຫລຸດລົງຢ່າງແນ່ນອນຊຶ່ງກໍຈະສົ່ງຜົນ
ກະທົບຕໍ່ແຜນການຂອງລັດຖະບານລາວ ທີ່ຈະເພີ້ມການສົ່ງເຂົ້າອອກໄປຕ່າງປະເທດໃຫ້
ໄດ້ຫຼາຍຂຶ້ນນັ້ນຢ່າງຫລີກລ້ຽງບໍ່ໄດ້.

ກ່ອນໜ້ານີ້ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະ
ບານລາວໄດ້ຖະແຫຼງວ່າ ເປົ້າໝາຍຂອງລັດຖະບານລາວ ກ່ຽວກັບການເສີມຂະຫຍາຍການ
ຄ້າກັບຕ່າງປະເທດ ນັບຈາກປັດຈຸບັນເຖິງປີ 1015 ກໍຄືການເພີ້ມການສົ່ງເຂົ້າອອກໄປຂາຍ
ຕ່າງປະເທດໃຫ້ໄດ້ເຖິງ 6 ແສນໂຕນ ໂດຍໃນປີທີ່ຜ່ານມາ ລາວຜະລິດເຂົ້າໄດ້ທັງໝົດ 3.2 ລ້ານໂຕນ ແລະໄດ້ສົ່ງອອກໄປຕ່າງປະເທດ 2 ແສນກວ່າໂຕນ.

XS
SM
MD
LG