ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວອາດຈະປະເຊີນ ກັບບັນຫາ ໄພນໍ້າຖ້ວມ ອີກໃນປີນີ້


ສະພາບໄພນໍ້າຖ້ວມໃນເຂດນຶ່ງຂອງລາວ ທີ່ຍັງມີສືບຕໍ່ໄປຍ້ອນຝົນຕົກໜັກ
ສະພາບໄພນໍ້າຖ້ວມໃນເຂດນຶ່ງຂອງລາວ ທີ່ຍັງມີສືບຕໍ່ໄປຍ້ອນຝົນຕົກໜັກ

ຊ່ຽວຊານດ້ານອຸຕະນິຍົມວິທະຍາ ແລະອຸທົກກະສາດ ຄາດຄະເນວ່າ ປະເທດລາວມີໂອກາດ ທີ່ຈະປະເຊີນກັບບັນຫາໄພນໍ້າຖ້ວມໃນປີນີ້ ໂດຍສະເພາະແມ່ນເຂດແຂວງພາກໃຕ້ ຍັງຈະປະ ເຊີນກັບພະຍຸໂຊນຮ້ອນອີກດ້ວຍ.

ທ່ານສິງທອງ ປະທຸມມະດີ ຮອງຫົວໜ້າກົມອຸຕຸນິຍົມວິທະຍາ ແລະອຸທົກກະສາດ
ຖະແຫຼງວ່າ ປະລິມານນໍ້າຝົນທີ່ຈະຕົກລົງມາໃນລາວໃນຊ່ວງລະດູຝົນປີ 2012 ນີ້
ຈະມີລະດັບສະເລ່ຍຕັ້ງແຕ່ 900 ມິນລິແມັດຂຶ້ນໄປຈົນເຖິງ 3,800 ມິລິແມັດ ໂດຍ
ຊ່ວງທີ່ຈະມີປະລິມານນໍ້າຝົນຕົກລົງມາຢ່າງໜັກໜ່ວງທີ່ສຸດ ກໍແມ່ນຈາກເດືອນມິຖຸນາ
ຫາເດືອນກັນຍາ ແລະເຂດທີ່ມີຄວາມສ່ຽງສູງ ທີ່ຈະຕ້ອງປະເຊີນກັບໄພນໍ້າຖ້ວມຢ່າງ
ກະທັນຫັນນັ້ນ ກໍ່ແມ່ນບັນດາແຂວງໃນເຂດພາກໃຕ້ຂອງລາວ.

ທັງນີ້ຄາດໝາຍວ່າ ຈະມີພາຍຸໂຊນຮ້ອນ 3 ໜ່ວຍເປັນຢ່າງໜ້ອຍທີ່ຈະພັດເຂົ້າມາໃນ
ແຂວງພາກໃຕ້ ຈຶ່ງເຮັດໃຫ້ປະຊາຊົນລາວໃນເຂດດັ່ງກ່າວນີ້ ຈະຕ້ອງພາກັນຕິດຕາມ ການລາຍງານທີ່ກ່ຽວກັບສະພາບອາກາດ ຈາກກົມອຸຕຸນິຍົມວິທະຍາ ແລະອຸທົກກະ
ໄພຢ່າງໃກ້ຊິດ ເພື່ອທີ່ວ່າຈະໄດ້ກຽມພ້ອມສໍາລັບການຮັບມືກັນກັບໄພທໍາມະຊາດໄດ້
ຢ່າງເທົ່າທັນກັບສະພາບກັນ ດັ່ງທີ່ ທ່ານສິງທອງ ໄດ້ກ່າວຢໍ້າວ່າ:

ການແຈກຢາຍແນວພັນເຂົ້າໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກ ໄພນໍ້າຖ້ວມໃນປີກາຍນີ້
ການແຈກຢາຍແນວພັນເຂົ້າໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກ ໄພນໍ້າຖ້ວມໃນປີກາຍນີ້

ສະພາບການປ່ຽນແປງ
ດິນຟ້າ ອາກາດໃນຊຸມປີ
ຫຼັງໆ ມາຈົນເຖິງປັນຈຸບັນ
ນີ້ ເຫັນວ່າສະພາບບ້ານ
ເຮົາ ກໍຄືເຊັ່ນດຽວກັບປະ
ເທດໃກ້ຄຽງນີ້ ສະພາບ
ຝົນກໍ່ເກີດໃຫ້ມີນໍ້າຖ້ວມ
ກະທັນຫັນ ຫຼືທີ່ເຮົາເອີ້ນ
ວ່າ ນໍ້າຖ້ວມຊຸໜີ້ ເກີດຂື້ນ
ຢ່າງໄວວາເລື້ອຍໆເນາະ
ສະນັ້ນ ບາງໂອກາດການແຈ້ງເຕືອນ ແລະມັນໄລຍະຈໍ້ ມີເວລາຕຽມການສັ້ນ
ສະນັ້ນ ຫາກວ່າເຮົາມີສະຕິສູງ ກໍຈະຊ່ວຍໄດ້ໃນລະດັບພໍສົມຄວນ.

ປະຊາຊົນລາວ ໄດ້ຮັບຜົນກະທົບບຢ່າງໜັກໜ່ວງ ຈາກໄພນໍ້າຖ້ວມຄັ້ງໃຫຍ່ ທີ່ເກີດຂຶ້ນ
ຈາກພາຍຸໂຊນຮ້ອນໄຫ່ໝາ ແລະພາຍຸນົກເຕັນລວມ ໄປເຖິງປະລິມານນໍ້າຝົນ ທີ່ຕົກລົງ
ມາຢ່າງຫຼວງຫຼາຍໃນທ້າຍປີກາຍນີ້ ໄດ້ເຮັດໃຫ້ພື້ນທີ່ປູກເຂົ້ານາປີຂອງຊາວກະສິກອນ
ລາວ ເສຍຫາຍຄິດເປັນເນື້ອທີ່ລວມກວ້າງກວ່າ 64,400 ເຮັກຕາ. ຖ້າຫາກຄິດໄລ່ຕາມ
ລະດັບປະສິດທິພາບໃນການຜະລິດໂດຍສະເລ່ຍຂອງຊາວກະສິກອນລາວ ກໍໄດ້ວ່າຜົນ
ຜະລິດທີ່ເສຍຫາຍໄປເພາະໄພນໍ້າ ຖ້ວມໃຫຍ່ຄັ້ງນິ້ ມີປະລິມານລວມເຖິງ 3 ແສນໂຕນ.

ຂົວແຫ່ງນຶ່ງທີ່ແຂວງບໍລິຄໍາໄຊ ຖືກນໍ້າຖ້ວມທໍາລາຍ
ຂົວແຫ່ງນຶ່ງທີ່ແຂວງບໍລິຄໍາໄຊ ຖືກນໍ້າຖ້ວມທໍາລາຍ

ຍິ່ງໄປກວ່ານັ້ນ ເມື່ອປະກອບກັບໄພນໍ້າຖ້ວມຄັ້ງໃຫຍ່
ກໍຍັງເຮັດໃຫ້ຄອງຊົນລະປະທານໃນພື້ນທີ່ 12 ແຂວງ
ຈາກທັງໝົດ 17 ແຂວງຂອງລາວ ຕ້ອງເສຍຫາຍໄປ
ຫລາຍກວ່າ 500 ໂຄງການ ແລະການສ້ອມແປງໃຫ້
ກັບຄືນມາໃຊ້ໄດ້ຕາມປົກກະຕິ ກໍຈະຕ້ອງໃຊ້ງົບປະ
ມານຫຼາຍກວ່າ 170 ຕື້ກີບ ໃນຂະນະທີ່ລັດຖະບານ
ລາວກໍສາມາດຕອບສະໜອງໃຫ້ໄດ້ພຽງແຕ່ 30 ຕື້
ກີບເທົ່ານັ້ນອີກດ້ວຍແລ້ວ ກໍໄດ້ສົ່ງຜົນກະທົບໄປເຖິງການປູກເຂົ້ານາແຊງໃນປີນີ້ ຢ່າງ
ຫລີກລ້ຽງບໍ່ໄດ້ອີກດ້ວຍ.

ທັງນີ້ ທາງການລາວໄດ້ປະເມີນວ່າ ໄພນໍ້າຖ້ວມຄັ້ງໃຫຍ່ ທີ່ເກີດຈາກພາຍຸໂຊນຮ້ອນໄຮ່ໝ່າ
ແລະພະຍຸນົກເຕັນນັ້ນ ໄດ້ເຮັດໃຫ້ເກີດຄວາມເສຍຫາຍໃນລາວຄິດເປັນມູນຄ່າເກີນກວ່າ
1,800 ຕື້ກີບ. ນອກຈາກວ່າຄວາມເສຍຫາຍໄດ້ເກີດກັບນາເຂົ້າ ແລະຄອງຊົນລະປະທານ
ແລ້ວ ກໍຍັງມີຂົວ 42 ແຫ່ງ ແລະຖະໜົນ 323 ເສັ້ນທາງຖືກກະແສນໍ້າພັດທໍາລາຍໄປ. ສ່ວນ
ໂຮງຮຽນ, ໂຮງໝໍ, ສະຖານທີ່ທ່ອງທ່ຽວ ແລະລະບົບສາຍສົ່ງກະແສໄຟຟ້າ ໃນ 1,790
ບ້ານໃນເຂດ 96 ເມືອງຂອງ 12 ແຂວງ ຈາກທັງໝົດ 17 ແຂວງໃນທົ່ວປະເທດນັ້ນ ກໍເສຍ
ຫາຍຢ່າງໜັກ ເຊິ່ງກໍເຮັດໃຫ້ປະຊາຊົນຫຼາຍກວ່າ 429,900 ຄົນ ໄດ້ຮັບຄວາມເດືອດຮ້ອນ
ຢ່າງໜັກໜ່ວງ.

ການສ້ອງແປງຄອງຊົນລະປະທານແຫ່ງນຶ່ງຄືນ ທີ່ລາວ
ການສ້ອງແປງຄອງຊົນລະປະທານແຫ່ງນຶ່ງຄືນ ທີ່ລາວ

ກ່ອນໜ້ານີ້ ທ່ານສົມສະຫວາດ
ເລັ່ງສະຫວັດ ຮອງນາຍົກລັດຖະ
ມົນຕີ, ຜູ້ຊີ້ນໍາວຽກງານທາງເສດ
ຖະກິດຂອງລົດຖະບານລາວໄດ້
ຖະແຫລງວ່າ ເປົ້າໝາຍສໍາຄັນ
ຂອງລັດຖະບານລາວ ຈາກປັດ
ຈຸບັນໄປເຖິງ 2015 ກໍຄືຮັບປະ
ກັນການຜະລິດດ້ານສະບຽງອາ
ຫານ ໃຫ້ພຽງພໍກັບຄວາມຕ້ອງ
ການພາຍໃນປະເທດ ແລະເພີ້ມ
ການສົ່ງອອກສິນຄ້າໄປຕ່າງປະ
ເທດໃຫ້ໄດ້ຫລາຍຂຶ້ນ ໂດຍສະເພາະແມ່ນການເພີ້ມຜົນຜະລິດເຂົ້າໃຫ້ບັນລຸປີ 4.2 ລ້ານ
ໂຕນ.

ເພາະສະນັ້ນ ຖ້າຫາກວ່າທາງການລາວ ບໍ່ສາມາດທີ່ຈະສ້ອມແປງ ຄອງຊົນລະປະທານ ໃຫ້ກັບຄືນມາໃຊ້ການໄດ້ຕາມປົກກະຕິໃນໄລຍະໝໍ່ໆນີ້ ກໍ່ຍັງຈະສົ່ງຜົນກະທົບຕໍ່ເນື່ອງໄປ
ເຖິງແຜນການເພີ່ມຜົນຜະລິດເຂົ້າໃນປີ 2015 ດັ່ງກ່າວຂອງລັດຖະບານລາວດ້ວຍນັ້ນເອງ.

XS
SM
MD
LG