ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮຕີ ຍັງກຳລັງຕໍ່ສູ້ ກັບຊີວິດການເປັນຢູ່ ຫຼັງຈາກປະເຊີນ ກັບໄພແຜ່ນດິນໄຫວ ເມື່ອ 5 ປີ ຜ່ານມາ


haitianniversary12january15
please wait

No media source currently available

0:00 0:02:17 0:00

haitianniversary12january15

ວັນ​ຈັນ​ມື້​ນີ້ ​ເປັນ​ວັນ​ຂີດ​ໝາຍ​ຄົບຮອບ 5 ປີ​ແຫ່ງ​ໄພແຜ່ນດິນ​
ໄຫວ​ທີ່ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃນ Haiti​.

​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 7.0 ຣິກ​ເຕີ​ໃນ​ວັນ​ທີ 12 ມັງກອນ
ປີ 2010 ​ໄດ້​ສັງຫານ​ປະຊາຊົນ​ຫຼາຍ​ກວ່າ 2 ​ແສນ​ຄົນ. ປະຊາ
ຊົນ​ຈຳນວນ​ຫລາຍ​ກວ່າ 1 ລ້ານ​ຄົນ​ບໍ່​ມີ​ບ່ອນຢູ່​ອາ​ໄສ ຊຶ່ງ​ບັງຄັບ
​ໃຫ້​ພວກເຂົາ​ເຈົ້າ​ຕ້ອງ​ນອນ​ຢູ່​ໃນ​ບ່ອນ​ທີ່​ພັກ​ພາ​ອາ​ໄສ​ຊົ່ວຄາວ
ຄື​ຕູບ​ຜ້າ​ຕັ້ງ ທີ່​ເຮັດ​ດ້ວຍ​ຜ້າ​ຢາງ ຫຼື tarp ຫຼື​ເຈ້ຍ​ກະດາດ ຫຼື​ສັງ
ກະສີ​ນັ້ນ.

​ເກີດ​ໂຣກລະ​ບາດທ້ອງ​ຂີ້​ຮາກ​ຕິດຕາມ​ມາ ​ໃນ​ເວລາ​ບໍ່​ດົນ​ຫຼັງ
​ຈາກ​ເກີດ​ແຜ່ນດິນໄຫວ ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຕື່ມອີກ​ໃຫ້​ແກ່​ປະ​ເທດ​ໃນ
​ເຂດ​ທະ​ເລ Caribbean ຊຶ່ງ​ເປັນ​ປະ​ເທດ​ທີ່​ທຸກ​ຈົນ​ທີ່​ສຸດ​ໃນຊີກ​ໂລກ​ຕາ​ເວັນ​ຕົກ​ນັ້ນ.

ຕົກ​ມາ​ສູ່​ມື້​ນີ້ ບາງ​ບ່ອນ​ທີ່​ຖືກ​ປະ​ທະ​ຢ່າງ​ໜັກ​ທີ່​ສຸດ​ໃນ​ນະຄອນຫຼວງ Port-au-Prince ນັ້ນ ​ໄດ້​ປ່ຽນ​ແປງ​ໄປ​ຢ່າງ​ຫຼວງ​ຫຼາຍ ​ແລະ​ພາກສ່ວນ​ຫຼາຍ​ກໍ​ໄດ້​ຖືກ​ສະ​ສາງ​ສິ່ງ​ສະ​ພັກ​ພັງ​ອອກ​ໄປ​ແລ້ວ. ​ເຖິງ​ຢ່າງ​ໃດ​ກໍ​ດີ ປະຊາຊົນ​ຫຼາຍ​ພັນ​ຄົນ​ຍັງ​ກຳລັງ​ບຶກ​ບືນ​ຫາ​ທາງ​ຊົດ​ເຊີຍ​ຊີວິດ​ການເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ຢູ່.

ອົງການ​ເພື່ອ​ອົບ​ພະຍົບນາໆ​ຊາດ ກ່າວ​ວ່າ ​ໃນ​ຂະນະ​ນີ້ 94 ​ເປີ​ເຊັນຂອງ​ພວກ​ອົບ​ພະຍົບ
ພາຍ​ໃນ​ປະ​ເທດ ​ໄດ້​ພາກັນ​ອອກ​ຈາກ​ຄ້າຍ​ອົບ​ພະຍົບ​ແລະ ສະຖານ​ທີ​ພັກ​ເຊົາ​ຊົ່ວຄາວ​ແຫ່ງ​ຕ່າງໆ​ແລ້ວ ຊາວ​ເຮ​ຕີຈຳນວນ​ເກືອບ 80 ພັນ​ຄົນຍັງ​ບໍ່​ທັນ​ມີ ”ບ່ອນຢູອາ​ໄສ ທີ່​ຖືກຕ້ອງ​ເໝາະ​ສົມ​ເທື່ອ.”

​ເຖິງ​ແມ່ນ​ໄດ້​ຮັບ​ຄຳ​ໝັ້ນ​ສັນຍາ​ໃຫ້​ເງິນ​ຊ່ອຍ​ເຫຼືອ​ຈຳນວນ​ຫຼາຍ​ຕື້​ດອນ​ລາໃຫ້​ແກ່​ເຮ​ຕີ​ຫຼັງ​ຈາກ​ເກີດ​ໄພ​ແຜ່ນດິນ​ໄຫວ​ແລ້ວ​ກໍ​ຕາມ ​ແຕ່​ລັດຖະບານ​ຍັງກ່າວ​ຫາ​ວ່າ​ຕົນ​ຂາດ​ເງິນ​ຄຳ ສຳລັບ​ການ​ສ້າງສາ​ປະ​ເທດ​ຄືນ​ໃໝ່​ຢ່າງ​ຊ້າໆ​ນີ້​ຢູ່.

​ໃນ​ຂະນະ​ດຽວ​ກັນ ລັດຖະບານ​ທີ່​ສາມາດ​ແຕກ​ຫັກ​ໄດ້​ງ່າຍໆ​ຂອງ​ເຮ​ຕີຢູ່​ໃນ​ສະພາບ​ທີ່​ປະ​ເຊີນ​ໜ້າ​ກັນ​ທາງ​ດ້ານ​ການ​ເມືອງ ຫຼັງ​ຈາກ 3 ປີ​ທີ່ປະ​ເຊີນ​ກັບ​ການ​ຊັກ​ຊ້າ​ໃນ​ການ​ເລືອກ​
ຕັ້ງ​ເອົາ​ສະມາຊິກ​ສະພາ​ນິຕິບັນຍັດ​ຮອບ​ໃໝ່​.

ພວກ​ປະ​ທ້ວງ​ໄດ້ທຳ​ການ​ປະ​ທ້ວງ​ມາ​ເປັນ​ເວລາ​ຫຼາຍ​ສັບປະດາ ຊຶ່ງ​ພວກ​ປະ​ທ້ວງ​ຫຼາຍ​
ຄົນ​ກ່າວ​ວ່າ ພວກ​ເຂົ້າ​ເຈົ້າໝົດ​ສັດທາ​ຕໍ່​ລັດຖະບານ​ກາງ ​ແລະ​ປະທານາທິບໍດີ Michel Martelly ​ແລະ​ຢາກ​ໃຫ້​ທ່າ​ນລາ​ອອກ​ຈາກ​ຕຳ​ແໜ່​ງ.​

XS
SM
MD
LG