ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການລົງຄະແນນສຽງຂັ້ນຕົ້ນ ໃນຫ້າລັດ ຈະຊີ້ຂາດ ຕົວແທນຂອງພັກ ໃນການເລືອກຕັ້ງປະທານາທິບໍດີ


ຜູ້ສະໝັກສັງກັດພັກ Republican ອະດີດຜູ້ປົກຄອງລັດ
Ohio ທ່ານ John Kasich ຈັບມືກັບພວກທີ່ສະໜັບສະໜຸນ
ໃນວິທະຍາໄລຊຸມຊົນ Monroe ໃນເມືອງ Monroe, ລັດ Michigan, 7 ມີນາ, 2016.
ຜູ້ສະໝັກສັງກັດພັກ Republican ອະດີດຜູ້ປົກຄອງລັດ Ohio ທ່ານ John Kasich ຈັບມືກັບພວກທີ່ສະໜັບສະໜຸນ ໃນວິທະຍາໄລຊຸມຊົນ Monroe ໃນເມືອງ Monroe, ລັດ Michigan, 7 ມີນາ, 2016.

ປະຊາຊົນ​ຜູ້​ມີ​ສິດ​ຜ່ອນ​ບັດ​ໃນ​ສະຫະລັດ ໄດ້​ອອກ​ມາມີ​ປາກ​
ມີ​ສຽງ​ໃນ​ທາງ​ເລືອກ​ຂ​ອງ​ພວກ​ເຂົາ​ເຈົ້າ​ໃນ​ວັນ​ອັງຄານ​ມື້​ນີ້
​ໃນ​ການ​ລົງ​ຄະແນນ​ສຽງ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ໃນ​ຂະນະ​ທີ່​ ທ່ານ
Donald Trump ສັງກັດ​ພັກ Republican ​ແລະ​ທ່ານ​ນາງ
Hillary Clinton ສັງກັດ​ພັກ Democrat ​ພວມ​ພະ​ຍາ​ຍາ​ມ
ຫາ​ຊ່ອງ​ທາງທີ່​ຈະ​ໃຫ້ການ​ນຳ​ໜ້າ​ຂອງ​ພວກ​ທ່ານ​ກ້າວ​ໄກ​ໄປ​ໜ້າ
​ໃນ​ຂະນະດຽວ​ກັນ​ນັ້ນ ​ພວກ​ທີ່​ຕາມ​ຫຼັງ​ມາ​ນັ້ນ ​ແມ່ນ​ພະຍາຍາມ
​ຕໍ່​ເຕີມ​ຊີວິດ​ໃໝ່​ໃນ​ການ​ໂຄສະນາ​ຫາ​ສຽງ​ຂອງ​ພວກ​ທ່ານ​ເຊັ່ນ​ກັນ.

ລັດ Florida ​ແມ່ນເປັນ​ກຸນ​ແຈສຳຄັນ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ
​ໃນ​ວັນ​ອັງຄານ​ມື້​ນີ້ ບ່ອນ​ທີ່ພັກ Republican ຈະ​ໄດ້ຮັບ​ຄະ​ແນນ
​ຜູ້​ແທ​ນ​ເຖິງ 99 ຄະ​ແນນ. ການ​ຢັ່ງ​ຫາງ​ສຽງ​ໃໝ່ 2 ​ເທື່ອ ທີ່ໄດ້ນຳ
​ເຜີຍ​ແຜ​ ໃນ​ວັນ​ຈັນ​ວານ​ນີ້ ລະບຸ​ວ່າ ທ່ານ Trump ​ໄດ້​ເປັນ​ຜູ້ນຳ
​ໜ້າຢ່າງ​ນ້ອຍ 17 ​ເປີ​ເຊັນ ກາຍ​ຄູ່​ແຂ່ງ​ທີ່ມີ​ຄະ​ແນນ​ໃກ້​ຄຽງທ່ານ
ນັ້ນ ກໍຄືສະມາຊິກ​ສະພາ​ສູງລັດ Florida ​ທ່ານ Marco Rubio ຜູ້ຊຶ່ງມີຄວາມຈຳເປັນທີ່ຈະຕ້ອງຊະນະຄັ້ງນີ້ ເພື່ອທີ່ຈະກະຕຸ້ນ
ການເປັນຜູ້ສະໝັກຂອງທ່ານ.

ອີກລັດນຶ່ງທີ່ໜ້າຈັບຕາມອງກໍຄືລັດ Ohio ບ່ອນທີ່​ທ່ານ Trump ​ໄດ້ປິດຕາຍ ​ໃນ​ການ​ແຂ່ງຂັນ​ທີ່​ມີ​ຄະ​ແນນໃກ້​ຄຽງ​ກັບ​ຜູ້​ປົກ​ຄອງ​ລັດ Ohio ທ່ານ John Kasich. ທ່ານ Mitt Romney ຕົວ​ແທນ​ຂອງ​ພັກ Republican ປີ 2010 ​ໄດ້​ເສຍ​ໃຫ້ປະທານາທິບໍດີ ທ່ານ Barack Obama ​ໄດ້​ຮວ່ມກັບ​ທ່ານ Kasich ​ໃນ​ການ​ຫາ​ສຽງ​ທີ່​ລັດ Ohio ​ໃນ​ຄວາມ​ພະຍາຍາມ ທີ່​ຈະ​ຂັດຂວາງ ທ່ານ Trump ​ບໍ່​ໃຫ້​ໄດ້​ຮັບ​ໄຊຊະນະ​ໃນ​ລັດ​ດັ່ງກ່າວ ທີ່​ມີ​ຄະ​ແນນ​ຜູ້​ແທ​ນ​ເຖິງ 66 ຄະ​ແນນ.

ລັດ North Carolina, Missouri ​ແລະ Illinois ທ່ານ Trump ​ມີ​ຄະ​ແນນ​ສຽງ​ນຳ​ໜ້າ ​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ​ ​ໃນ​ການ​ຢັ່ງ​ຫາງ​ສຽງ ລະຫວ່າງ​ທ່ານ Ted Cruz ສະມາຊິກ​ສະພາ​ສູງຈາ​ກລັດ Texas ທີ່​ຕິດຕາ​ມມາ​ເປັນອັນ​ດັບ​ສອງ​ນັ້ນ.

ບັນດາຜູ້ລົງສະໝັກເປັນປະທານາທິບໍດີຂອງພັກ Democrat: ທ່ານນາງ Hillary Clinton ແລະສະມາຊິກາະພາສູງລັດ Vermont Bernie Sanders, ຢືນຢູ່ນຳກັນ ກ່ອນໜ້າການເປີດໂຕ້ວາທີ ປະທານາທິບໍດີ ທີ່ວິທະຍາໄລ Miami-Dade, 9 ມີນາ, 2016.
ບັນດາຜູ້ລົງສະໝັກເປັນປະທານາທິບໍດີຂອງພັກ Democrat: ທ່ານນາງ Hillary Clinton ແລະສະມາຊິກາະພາສູງລັດ Vermont Bernie Sanders, ຢືນຢູ່ນຳກັນ ກ່ອນໜ້າການເປີດໂຕ້ວາທີ ປະທານາທິບໍດີ ທີ່ວິທະຍາໄລ Miami-Dade, 9 ມີນາ, 2016.

ທ່ານ​ນາງ Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ລະຫວ່າງ​ປີ 2009-2013 ​ໄດ້​ທຳ​ການໂຄສະນາຫາ​ສຽງໃນ​ວັນ​ຈັນ​ວານ​ນີ້ ທີ່​ລັດ Illinois ບ່ອນ​ທີ່​ທ່ານນາງ​ໄດ້​ບອກ​ກັບ​ພວກ​ລົງ​ຄ​ະແນນທີ່​ຫ້າວຫັນ​ ໃນ ນະຄອນ Chicago ວ່າ ທ່ານ​ນາງ​ຈະ​ຕໍ່​ສູ້​ເພື່ອ​ພວກແຮງ​ງານ ​ແລະ​ເພື່ອວຽກ​ງານ​ທີ່​ດີ.

ທ່ານ​ນາງ Clinton ​ແມ່ນ​ມີ​ຄະ​ແນນຜູ້​ແທນນຳ​ໜ້າຄູ່ແຂ່ງ​ແຕ່​ພຽງ​ຜູ້​ດຽວ ກໍ​ຄື​ທ່ານ Bernie Sanders ສະມາຊິກ​ສະພາ​ສູງລັດ Vermont ສັງກັດ​ພັກ Democrat ຫົວອຽງຊ້າຍ​ໄປ ​ທາງ​ສັງ​ຄົມ​ນິຍົມ ຊຶ່ງ​ໄຊ້​ເປັນກົນອຸບາຍ​ໃນ​ການ​ໂຄສະນາ​ຫາສຽງ​ຂອງ​ທ່ານ ​ເພື່ອຢາກ​ສ້າງ​ລາຍ​ຮັບ​ແບບ​ສະ​ເໝີ​ພາບ ​ແລະ​ການ​ບໍ່​ໂປ່​ງໃສ​ຂອງບັນດາ​ຜູ້ນຳການ​ເງິນ​ຂອງ​ຕະຫຼາດ​ຮຸ້ນ Wall Street ​ນັ້ນ.

ຜູ້ອາສາມະໝັກໃນການໂຄສະນາຫາສຽງ ສຳຫຼັບທ່ານ Marco Rubio ສັງກັດພັກ Republican Florida, 14 ມີນາ, 2016.
ຜູ້ອາສາມະໝັກໃນການໂຄສະນາຫາສຽງ ສຳຫຼັບທ່ານ Marco Rubio ສັງກັດພັກ Republican Florida, 14 ມີນາ, 2016.

XS
SM
MD
LG