ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫ້າຄົນເສຍຊີວິດ ຈາກການໂຈມຕີ ທີ່ປາກິສຖານ


ຊາວປາກິສຖານ ພາກັນເບິ່ງ ຊາກສົບຂອງຜູ້ເສຍຊີວິດ ຈາກ ການວາງລະເບີດ ທີ່ເມືອງ Quetta ໃນວັນອາທິດຜ່ານມາ ທີ່ 17 ກຸມພາ 2013.
ຊາວປາກິສຖານ ພາກັນເບິ່ງ ຊາກສົບຂອງຜູ້ເສຍຊີວິດ ຈາກ ການວາງລະເບີດ ທີ່ເມືອງ Quetta ໃນວັນອາທິດຜ່ານມາ ທີ່ 17 ກຸມພາ 2013.
ບັນດາ​ເຈົ້າ​ໜ້າ​ທີ່ປ​າກິ​ສຖານ ກ່າວ​ວ່າ ພວກ​ກໍ່​ການ​ຮ້າຍທີ່​ນຸ່ງ
​ເຄື່ອງ​ແບບ​ຕໍາ​ຫລວດ ໄດ້ໂຈມ​ຕີໂຮງການຂອງເຈົ້າ​ໜ້າ​ທີ່​ຂັ້ນ
​ສູງ​ຄົນ​ນຶ່ງຂອງ ລັດຖະບານ ທີ່ເມືອງ ​Peshawar ​ທາງພາກ​
ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ປະ​ເທດ ​ໂດຍ​ໄດ້ສັງຫານ​ຢ່າງ​ໜ້ອຍ
5 ​ຄົນ ​ແລະເຮັດ​ໃຫ້​ບາດ​ເຈັບ ​7 ​ຄົນ.

ເຈົ້າ​ໜ້າ​ທີ່​ກ່າວ​ອີກວ່າ ຄົນ​ຮ້າຍ ຢ່າງ​ໜ້ອຍ​ສອງ​ຄົນ ​ເປັນ​ຄົນ​ວາງ​ລ​ະ​ເບີດ​ສະລະ​ຊີບ ທີ່​ກົດ​ຂະ​ນວນ​ລະ​ເບີດຂອງ​ຕົນ​ໃຫ້​ແຕກ​ຂຶ້ນ ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຂະນະ​ທີ່​ພວກ​ກໍ່​ການ​ຮ້າຍ​ຄົນ​ອື່ນ​ໆ​ ພາກັນຍິງ​ສຸມ​ໃສ່​ກໍາລັງ​ຮັກ ສາ​ຄວາມ​ປອດ​ໄພ ຢູ່​ໃນ​ບໍລິ​ເວນ​ໂຮງການ​ນັ້ນ.
ຜູ້​ເສຍ​ຊີວິດ​ມີຮວມ​ທັງ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ສີ່​ຄົນ ​ແລະ​ຜູ້​ຊາຍ​ເຖົ້າ ​ອີກ​ນຶ່ງ​ຄົນ.

ຍັງ​ບໍ່​ທັນ​ມີ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ທັນທີນີ້​ເທື່ອ ສໍາລັບການ ​ໂຈມຕີ​ໃນ​ວັນ​ຈັນ​ມື້​ນີ້ ​ແຕ່່​ວ່າຜ່ານ​ມາ ພວກ​ທາ​ລິ​ບານ​ໃນປາ​ກິ​ສຖານ ເຄີຍໄດ້​ທໍາການໂຈມຕີ ທີ່​ຄ້າຍຄື​ກັນ​ນີ້​.

ຢູ່​ແຫ່ງ​ອື່ນ​ໆໃນປາ​ກິ​ສຖານ ​ໃນ​ວັນ​ຈັນ​ມື້​ນີ້ ຊາວ​ Shi’ite ​ໃນເມືອງ Quetta ພາກັນ​ບໍ່​ຍອມ​ຝັງ​ສົບ​ບັນດາ​ຜູ້​ເຄາະ​ຮ້າຍ ​ໃນ​ການ​ວາງ​ລະ​ເບີດ ນອງ​ເລືອດ ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍ 80 ຄົນ ​ແລະເຮັດ​ໃຫ້​ບາດ​ເຈັບ ອີກຫລາຍ​ກວ່າ 100 ຄົນ ​ໃນ​ວັນ​ເສົາ​ຜ່ານ​ມາ. ​ເຂົາ​ເຈົ້າທວງໃຫ້ກໍາລັງ ຮັກສາຄວາມ​ປອດ​ໄພ ປົກປ້ອງ​ພວກ​ເຂົາ​ເຈົ້າ​ຈາກພວກ​ຫົວ​ຮຸນ​ແຮງ​ທີ່ຢູ່​ເບື້ອງ​ຫລັງ​ການ​ໂຈມ​ຕີ.

ຫລາຍ​ພັນຄົນ​ໄດ້​ພາກັນ​ເຂົ້າຮ່ວມ​ປະ​ທ້ວງ. ຕາມປະ​ເພນີ​ຂອງ​ຊາວ​ມຸສ ລິ​ມ ​ແມ່ນຕ້ອງ​ໄດ້​ນໍາ​ເອົາສົບຄົນ​ຕາຍ​ໄປ​ຝັງ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ​ແລະ​ການ​ປະປ່ອຍສົບ​ໄວ້​ຢູ່​ເທິງໜ້າ
ດິນ​ ແມ່ນ​ເປັນ​ການສະ​ແດງ​ອອກ​ເຖິງ​ຄວາມໂສກ​ເສົ້າ ​ແລະ​ເຈັບ​ປວດ.

ກຸ່ມ​ກໍ່​ການ​ຮ້າຍ Sunni Lashkar-e-Jhangvi ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ສໍາ
ລັບການ​ວາງ​ລ​ະ​ເບີດ​ໃນ​ວັນ​ເສົານັ້ນ ພ້ອມ​ທັງ​ການ​ໂຈມຕີ​ຄ້າຍຄື​ກັນ​ໃນ​ເດືອນ​ແລ້ວ​ນີ້ ທີ່​ໄດ້​ສັງຫານ​ເກືອບ 100 ຄົນ.

​ໃນ​ຂະນະ​ດຽວ​ກັນ ການ​ຢຸດ​ງານໃນ​ວັນ​ຈັນ​ມື້​ນີ້ ເພື່ອເປັນ​ການ​ປະ​ທ້ວງ​ຕ້ານການວາງ​ລ​ະ​ເບີດ​ໃນ​ເມືອງ Quetta ນັ້ນ ​ໄດ້ເຮັດໃຫ້​ Karachi ຊຶ່ງ​ເປັນ​ເມືອງ​ໃຫຍ່​ສຸດ​ຂອງປາ​ກິ​ສຖານ ບໍ່​ມີ​ການ​ເຄື່ອນ​ໄຫວ​ເໜັງ​ຕິງ.

ຄວາມ​ຮຸ່ນ​ແຮງ​ທາງ​ສາສະໜາ ​ໄດ້​ເອົາ​ເສຍຊີວິດ​ໄປ​ຫລາຍກວ່າ 400 ຄົນ​ ​ຢູ່​ໃນປາ​ກິ​ສ
ຖານ ​ໃນ​ປີ​ແລ້ວ​ນີ້.
XS
SM
MD
LG