ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຢ່າງນ້ອຍ 5 ຄົນເສຍຊີວິດ ຂະນະທີ່ ກອງ ກຳລັງຟິລິບ​ປີນ ສົງໄສວ່າ ເປັນການໂຈມຕີ ຂອງ ກຸ່ມ Abu Sayyaf


ແຜນທີ່ Mindanao, ຟິລິບ​ປີນ
ແຜນທີ່ Mindanao, ຟິລິບ​ປີນ

ການ​ປະ​ທະ​ກັນ​ໃນ​ວັນ​ອັງຄານ​ມື້​ນີ້ ລະຫວ່າງ​ກອງ​ກຳລັງຟິລິບ​ປີນ ​ກັບ​ກຸ່ມຕ້ອງ​ສົງ​ໄສ
ຫົວ​ຮຸ​ນ​ແຮງ Abu Sayyaf ​ໃນເກາະ​ຕາກ​ອາກາດທາງພາກກາງຂອງ​ປະ​ເທດ ໄດ້ຍັງຜົນໃຫ້ເຈົ້າໜ້າທີ່ນຶ່ງຄົນ ແລະມີມືປືນຢ່າງນ້ອຍ 4 ຄົນ ເສຍຊີວິດ.

ການປະທະກັນທີ່ວ່ານີ້ ໄດ້ມີຂຶ້ນໃນເມືອງ Inabanga ​ຂອງ​ແຂວງ Bohol. ​ເຈົ້າ​ໜ້າ​ທີ່
ກ່າວ​ວ່າ ກຸ່ມ​ມື​ປືນ 10 ຄົນ ​ໄດ້​ຖືກແນມເຫັນໃນ​ຕອນ​ທີ່ມາ​ຮອດ​ມາ​ເຖິງ​ໂດຍເຮືອ ​ແລະ
​ປະ​ທະ​ກັບ​ກອງ​ກຳລັງ​ຂອງ​ລັດຖະບານ ເວລາເຂາເຈົ້າ​ເຂົ້າ​ໄປ​ສືບສວນ​ສອບ​ສວນ.

ແຂວງ Bohol ​ແມ່ນ​ຢູ່​ດ້ານ​ນອກ ​ໃນ​ພາກໃຕ້​ຂອງຟິລິບ​ປີນ ບ່ອນ​ທີ່ກຸ່ມ Abu Sayyaf
​ທຳ​ການເຄື່ອນໄຫວຢູ່.

ສະຖານ​ເອກ​ອັກຄະ​ລັດຖະທູດສະຫະລັດໃນ ຟິລິບ​ປີນ ​ໄດ້​ອອກ​ຄຳ​ເຕືອນ​ໃນ​ສັບປະດາ
​ທີ່​ແລ້ວ​ນີ້​ວ່າ “ຕົນ​ໄດ້​ຮັບ​ຂໍ້​ມູນ​ມາ​ທີ່​ຍັງເຊື່ອ​ຖື​ບໍ່ໄດ້” ທີ່​ວ່າ​ ກຸ່ມ​ກໍ່​ການ​ຮ້າຍ ອາດ​ຈະ​ພະຍາ
ຍາມ​ລັກ​ພາ​ຕົວ​ຜູ້​ຄົນ​ໃນ​ແຂວງ Bohol ​ແລະ Cebu ໄປ.

ທັງ ສະຫະລັດ ​ແລະ ຟິລິບ​ປີນ ​ຕ່າງ​ກໍ​ຖື​ວ່າ ກຸ່ມ Abu Sayyaf ນີ້ ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ.

ກຸ່ມ​ດັ່ງກ່າວ ​ໄດ້​ທຳ​ການ​ລັກພາ​ຕົວ​ຜູ້​ຄົນໄປ ​ທຳ​ການລະ​ເບີດ ​ແລະ​ຕັດ​ຫົວຄົນມາ ນັບ​ຕັ້ງ
​ແຕ່ ​ໄດ້​ກໍ່​ຕົວ​ຂຶ້ນ​ເປັນ​ກຸ່ມ ແຕ່​ຊຸ່ມ​ປີ 1990. ​ໃນ​ທ້າຍ​ເດືອນ​ກຸ​ມພາ ຜ່ານ​ມາ​ນີ້ ກຸ່ມ Abu
Sayyaf ​ໄດ້​ສັງຫານ ຊາວ​ເຢຍຣະມັນ ທີ່​ຈັບ​ໄປ​ເປັນ​ຕົວ​ປະກັນ​ນັ້ນ ຫຼັງ​ຈາກ​ທີ່​ເວລາ​
ຮຽກ​ຄ່າ​ໄຖ່ ເປັນເງິນ 6 ຮ້ອຍພັນໂດລາ ໝົດ​ອາຍຸ​ລົງ​.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG