ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂະ​ບວນລົດ​ບັນທຸກ​ ທີ່ນຳ​​ເອົາ​ການ​ຊ່ອຍ​ເຫລືອ ຊຸດທຳອິດ ໄປເຖິງເຂດ Gaza


Turkey Gaza Aid
please wait
Embed

No media source currently available

0:00 0:01:15 0:00

ຂະ​ບວນລົດ​ບັນທຸກ​ທີ່ນຳເອົາ​ການ​ຊ່ອຍ​ເຫລືອ ປະມານ 10 ພັນ​ໂຕນ ຈາກ​ເທີ​ກີ ​ໄດ້​ເລີ້ມ​ໄປ​ຮອດ​ເຂດ​ກາຊາ ​ໂດຍ​ຜ່ານ Israel ​ໃນ​ສັບປະດາ​ແລ້ວ​ນີ້ ຫຼັງ​ຈາກ​ທີ່​ເທີກີ ​ແລະ Israel ທີ່​ໄດ້ຟື້ນຟູ​ຄວາມສຳພັນກັນອີກ.

ຂະ​ບວນລົດ​ບັນທຸກຈຸທຳ​ອິດ ຂອງປະມານ 500 ຄັນ ​ໄດ້​ນຳ​ເອົາ ​ເຄື່ອງ​ຫຼິ້ນ ຜ້າ​ອ້ອມ ​ເສື້ອຜ້າ ຢຸກຢາ ​ແລະ​ສະບຽງ​ອາ​ຫານ​ອື່ນໆ ​ເຂົ້າ​ໄປ​ຍັງ​ເຂດ Gaza ​ ໃນ​ວັນ​ຈັນ​ວານ​ນີ້ ຫຼັງ​ຈາກ​ໄດ້​ກວດກາ​ທີ່​ປ້ອມ​ຍາມ​ຂອງ Israel ​ແລ້ວ ຊຶ່ງ​ໄດ້ ​ມີ​ການ​ວາງ​ແຜນ​ໄວ້​ລ່ວງໜ້າ ໃນ​ຮອບ​ຫຼາຍໆ​ມື້ ຕໍ່ໜ້າ​ນັ້ນ.

ສາຍ​ພົວພັນ​ລະຫວ່າງ Israel ​ແລະ​ເທີ​ກີ ​ໄດ້​ແຕກ​ຫັກ​ລົງ​ໃນ​ເດືອນ​ພຶດສະພາປີ 2010 ຫຼັງ​ຈາກທະຫານ​ມາ​ຣີນຂອງ Israel ​ໄດ້​ບຸກຂຶ້ນ​ໄປ​ກວດ​ເຮືອ​ຂອງເທີ​ກີ ​ ທີ່ທ້າ​ທາຍຕໍ່​ການ​ປິດ​ລ້ອມ​ທາງ​ທະ​ເລຂອງ Israel ຕໍ່​ເຂດ Gaza ​ແລະ​ໄດ້​ສັງຫານ ພວກນັກ​ເຄື່ອນ​ໄຫວຊາວ ເທີ​ກີ ທີ່​ສະໜັບ​ສະໜຸນ ​ປາ​ແລັສ​ໄຕ​ນ໌ 10 ຄົນ ​ໃນ​ຂະນະ​ທີ່ ​ທຳ​ການ​ຕໍ່ສູ້​ກັນ​ເທິງ​ເຮືອ​ນັ້ນ.

ທ່ານ Kerem Kinik ປະທານອົງການ​ກາ​ແດງ​ເທີ​ກີ ​ໄດ້​ເດີນທາງ​ໄປ​ຍັງ​ເຂດ​ກາຊາ ​ ເພື່ອ​ກຳກັບນຳການ​ແຈກ​ຈ່າຍ​ສຳພາລະ​ເຂົ້າຂອງ​ຕ່າງໆ​ນີ້. ທ່ານ​ໄດ້​ກ່າວ​ວ່າ ​ເທີກີຈະ ໃຫ້ການ​ຊ່ອຍ​ເຫຼືອ “ຢ່າງຕໍ່​ເນື່ອງ ສະ​ໝ່ຳ​ສະ​ເໝີ ​ໃນການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດ ສະທຳ” ໃນ​ຂົງ​ເຂດ​ດັ່ງກ່າວ​ນີ້.

ການຈັດ​ສົ່ງ​ການ​ຊ່ອຍ​ເຫລືອທີ່​ວ່າ​ນີ້ ມີ​ຂຶ້ນ​ທັນ​ກັບ​ເວລາໃນ​ການ​ສະຫລອງ​ເທດ ສະການ​ ວັນ ພັກ Eid-al-Fitr ຊຶ່ງ​ເປັນ​ການ​ສິ້ນສຸດ​ລົງ​ຂອງເດືອນ​ສັກສິດ​ Ramadan ຂອງສາ​ສະໜາ​ອິສລາມ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG