ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີກໍລະນີຕິດ ເຊື້ອອີໂບລາ ລາຍທຳອິດ ຢູ່ໃນສະຫະລັດ


US Health Officials Respond to New Ebola Case
please wait

No media source currently available

0:00 0:02:47 0:00

ວີດີໂອ: ບັນດາເຈົ້າໜ້າທີ່ສາທາ ຂອງສະຫະລັດ ຮັບມືກັບ ກໍລະນີຕິດເຊື້ອອີໂບລາໃໝ່ ໃນປະເທດ.

ບັນດາ​ເຈົ້າ​ໜ້າ​ທີ່​ການ​ແພດ ​ໃນສະຫະລັດ ​ກໍ​າລັງ​ແນະນຳ​ໃຫ້
​ບັນດາ​ໂຮ​ງ​ໝໍຂອງ​ປະ​ເທດ ພາກັນ​ທົບທວນ​ການ​ປະ​ຕິບັດ​ງານ
​ຂອງ​ເຂົ​າ​ເຈົ້າ ​ໃນ​ການ​ໃຫ້ການ​ປິ່ນປົວ​ແກ່​ຄົນ​ເຈັບ ທີ່​ຕິ​ດເຊື້​ອ
ອີໂບລາ ຫລັງ​ຈາກ​ມີ​ກໍລະນີ​ຕິດ​ແປດເຊື້ອ​ໄວຣັສ​ຄົນທຳ​ອິດ​ຢູ່​
ໃນ​ປະ​ເທດ​ນີ້.

ດອກ​ເຕີ Tom Frieden ຫົວໜ້າ​ ສູ​ນກາງ​ຄວບ​ຄຸມ ​ແລະ​ປ້ອງ​
ກັນພະ​ຍາດ (CDC) ກ່າວໃນ​ວັນ​ຈັນ​ວານ​ນີ້​ວ່າ ບັນດາ​ເຈົ້​າໜ້າ
​ທີ່ ກຳລັງ​ພາກັນ​ສືບສວນ​ວ່າ ດ້ວຍ​ເຫດ​ໃດ ນາງ​ພະຍາບານ ທີ່
​ນະຄອນ Dallas ຈຶ່ງ​ໄດ້​ເປັນ​ຜູ້​ທຳ​ອິດ​ທີ່​ຕິດ​ແປດພະຍາດນີ້ ຢູ່​
ໃນສະຫະລັດ. ທ່ານ​ກ່າວ​ວ່າ “ການ​ປະຕິບັດ​ຜິດ​ຫລັກການ” ທີ່​
ບໍ່​ຮູ້​ວ່າ​ແມ່ນ​ອັນ​ໃດ ​ເປັນສາ​ເຫດ​ຂອງການ​ຕິ​ດ​ແປດ​ເຊື້ອ​ອີ​ໂບລາ ຂອງ​ນາງພະຍາບານ Nina Pham ຊຶ່ງ​ເປັນ​ຜູ້​ນຶ່ງທີ່ໄດ້​ດູ​ແລ ຜູ້​ຊາຍ​ຊາວໄລ​ບີ​ເຣຍ ທີ່ເປັນ​ຄົນ​ທຳ​ອິດ ທີ່ເສຍ​ຊີວິດຍ້ອນອີ​ໂບລາ ​ຢູ່​ໃນ ສະຫະລັດ.

ດອກ​ເຕີ Frieden ກ່າວ​ວ່າ :

“ພວກ​ເຮົາ​ຈະ​ເພີ້​ມການ​ເຝິກແອບ​ເຖິງ​ສອງ​ເທົ້າ ການ​ອອກ​ເຜີຍ​ແຜ່ ໃຫ້ການສຶກສາ ​ແລະຊ່ວ​ຍເຫລືອ ​ໃນທົ່ວ​ລ​ະບົບການ​ດູ​ແລສຸຂະພາບ​ ຜ່ານສະມາຄົມນັກວິຊາ​ການ​ຕ່າງໆ ​ຜ່ານໂຮງ​ໝໍ ຜ່ານ​ບັນ​ດາ​ກຸ່ມ​ການຈັດ​ຕັ້ງ ​ແລະ​ບັນດາ​ສ່ວນ​ບຸກຄົນ ຍື່ນ​ມືໄປ
ຫາພະ​ແນ​ກ​ສາທາລະນະ​ສຸກ ໃນລະດັບ​ລັດ ​ແລະລັດຖະບານ​ທ້ອງ​ຖິ່ນ ຢູ່​ໃນ​ບັນດາ
ເມືອງຕ່າງໆ ​ແລະ​ແຫ່ງ​ອຶ່ນໆ ​ເພື່ອ​ໃຫ້​ປະຊາຊົນ​ມີຄວາມ ​ເຂົ້າ​ໃຈກ່ຽວ​ກັບອີ​ໂບລາ ຫລາຍ​ຂຶ້ນ ​ແລະ​ເພີ້​ມຄວາມ​ສາມາດ ໃນ​ການຕອບ​ໂຕ້ໄດ້ໂດຍ​ໄວ.”

​ເວລານີ້​ ສູນ​ກາງ​ຄວບ​ຄຸມ ແລະ​ປ້ອງ​ກັນພະ​ຍາດ (CDC) ກຳລັງ​ສັງເກດການ​ເບິ່ງ ບັນດາ
​ພະນັກງານ ຢູ່​ໂຮງໝໍ 48 ​ແຫ່ງທີ່​ໄດ້​ປິ່ນປົວ ຫລື​ສຳ​ພັດ​ກັບ​ຜູ້​ຊາຍຊາວ ໄລ​ບີເຣຍ ທີ່​ໄດ້​
ເສ​ຍຊີວິດ​ຢູ່​ນະຄອນ Dallas ນັ້ນ. ດອກ​ເຕີ Frieden ​ໄດ້​ຮຽກຮ້ອງ​ໃຫ້ ບັນດາ​ໂຮງໝໍ​
ຕ່າງໆ ຈົ່ງ​ສັງ​ເກ​ດ​ເບິ່ງ​ຄົ​ນ​ເຈັບ​ທີ່​ເປັນ​ໄຂ້ ຫລື​ມີ ອາການ​ຂອງ ອີ​ໂບລາ ຜູ້​ທີ່​ເດີນທາງ​ຈາກ
ອາ​ຟຣິກາ​ຕາ​ເວັນ​ຕົກ ​ໃນ​ລະຍະ 21 ມື້​ທີ່​ຜ່ານ​ມາ.

ການລະ​ບາດຂອງ ອີ​ໂບລາ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ຫລາຍ​ກວ່າ 4,000 ຄົນ​ແລ້ວ ຢູ່​ທົ່ວ
​ໄລ​ບີ​ເຣຍ ກີນີ ​ແລະ​ຊີ​ແ​ອລາ ລີ​ອອນ.

Ebola CNPK 1ST UPD
please wait
Embed

No media source currently available

0:00 0:03:12 0:00
ລິງໂດຍກົງ

XS
SM
MD
LG