ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ​ສົ່ງແກັສທຳມະ​ຊາດ ​ຊຸດ​ທຳ​ອິດ ​ໄປໃຫ້ ປອກຕຸຍການ


ທໍ່ແກັສທຳມະຊາດ ທີ່ວາງຈາກບ່ອນເກັບ ຢູ່ທ່າເຮືອ Cove Point ທີ່ລັດ Maryland ສະຫະລັດອາເມຣິກາ.
ທໍ່ແກັສທຳມະຊາດ ທີ່ວາງຈາກບ່ອນເກັບ ຢູ່ທ່າເຮືອ Cove Point ທີ່ລັດ Maryland ສະຫະລັດອາເມຣິກາ.

ການ​ສົ່ງແກັສທຳມະ​ຊາດ​ຊຸດ​ທຳ​ອິດ​ ຈາກ​ສະຫະລັດ​ ໄດ້​ໄປ​ເຖິງ​ຈຸດໝາ​ຍປາຍທາງ ​ໃນ ປະ​ເທດ Portugal ​ແລ້ວຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ອາດ​ລົບ​ກວນ​ການ​ຄອບ​ງໍາ​ຂອງຣັດ ​ເຊຍ ຕໍ່​ຕະຫລາດ​ແກັສຂອງຢູ​ໂຣບ.

ກຳ​ປັ່ນ​ຂົນ​ສົ່ງ​ Creole Spirit ຂອງສະຫະລັດ ​ໄດ້​ໄປ​ເຖິງ​ທ່າ​ເຮືອ Sines ​ໃນປະ​ເທດ Portugal ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ​ໂດຍໄດ້​ລຳລຽງ​ແກັສທຳ​ມະຊາດ​ ຈາກ​ນະຄອນ Houston ຂອງບໍລິ​ສັດ​ພະລັງງານ Cheniere ທີ່​ມີ​ຫ້ອງການຕັ້ງ​ຢູ່​ໃນລັດ Texas.

ສະຫະລັດ​ເປັນ​ປະ​ເທດ​ຜະລິດ​ແກັສ​ໃຫຍ່​ທີ່​ສຸດ​ໃນໂລ​ກ ​ແລະ​ໄດ້​ເລີ້ມຂະຫຍາຍ​ການ​ສົ່ງ ​ອອກ​ຂອງ​ຕົນຢ່າງ​ວ່ອງ​ໄວໄປ​ສູ່​ບັນດາຕະຫລາດ​ນອກ​ປະ​ເທດ​ໃນ​ຕົ້ນ​ປີ​ນີ້. ​ໃນ​ຂະນະ​ທີ່ ການຈັດ​ສົ່ງ​ນີ້ ​ເປັນ​ການ​ຂົນ​ສົ່ງເທື່ອ​ທຳ​ອິດໄປ​ຍັງ​ຢູ​ໂຣບ ບັນດາ​ຜູ້​ຜະລິດ​ສະຫະລັດ ​ໄດ້ ​ສົ່ງ​ແກັສ​ໄປ​ຍັງ Argentina, Brazil ​ແລະ India ມາແລ້ວ.

ບັນຫາ​ຂັດ​ແຍ້​ງ ຢູ່​ໃນ Ukraine ​ແລະ​ການ​ລົງ​ໂທ​ດ ຕໍ່ຣັດ​ເຊຍ ​ໄດ້ເຮັດ​ໃຫ້​ຊ່ອງ​ທາງ​ໃນ​ ການຈັດ​ສົ່ງ​ແກັສ ຕາມປົກກະຕິໄປ​ຍັງຢູ​ໂຣບ ຊຶ່ງ​ໄດ້​ຮັບ​ນຶ່ງ​ສ່ວນ​ສາມ​ ຂອງ​ແກັສທຳ​ມະ​ ຊາດນັ້ນ​ເຫືອດ​ຫາຍ​ໄປຊຶ່ງ​ເຮັດ​ໃຫ້ຕະຫລາດ​ເຫຼົ່ານີ້​ເປີດ​ກວ້າງ​ສຳລັບບັນດາ​ຜູ້​ສົ່ງ​ອອກ​ ຂອງ​ສະຫະລັດ. ບໍລິ​ສັດ Cheniere ຍັງ​ມີ​ຂໍ້​ຕົກລົງ​ທີ່​ຈະ​ສົ່ງ​ແກັສໄປໃຫ້​ຝຣັ່ງແລະ​ອັງກິດ ​ໃນ​ຊຸມ​ປີ​ຕໍ່ໜ້າ​ນີ້.

ອ່ານຂ່າວເລື້ງນີ້ເພີ່່ມເຕີມເປັນພາສາອັງກິດ

XS
SM
MD
LG