ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການແຂ່ງຂັນ ເຕະບານໂລກ ເຕັມອັດຕາ ມື້ທຳອິດ ເລີ້ມຂຶ້ນ ທີ່ບຣາຊີລ (ສະໄລດ໌/ວີດີໂອ)


ທີມບຣາຊີລ (ຊ້າຍ) ແລະໂຄຣເອເຊຍ ພວມເຂົ້າສູ່ສະໜາມ ເປີດການແຂ່ງຂັນ ເຕະບານໂລກ ທີ່ເມືອງ Sao Paulo (12 ມິຖຸນາ 2014)
ທີມບຣາຊີລ (ຊ້າຍ) ແລະໂຄຣເອເຊຍ ພວມເຂົ້າສູ່ສະໜາມ ເປີດການແຂ່ງຂັນ ເຕະບານໂລກ ທີ່ເມືອງ Sao Paulo (12 ມິຖຸນາ 2014)
ການແຂ່ງຂັນເຕະບານໂລກຫຼື World Cup ເຕັມເວລາມື້ທຳອິດ
ແມ່ນມີຂຶ້ນທີ່ປະເທດບຣາຊີລໃນວັນສຸກມື້ນີ້ໂດຍຈະເນັ້ນໃຫ້ເຫັນ ການຕໍ່ສູ້ປ້ອງກັນຕຳແໜ່ງແຊ້ມ ຂອງສະເປນ ຊຶ່ງຈະລົງສະໜາມ
ສູ້ກັບທີມເນເທີແລນອັນເປັນການສູ້ກັນຄືນໃໝ່ຂອງການແຂ່ງຂັນ ຮອບຊິງຊະນະເລີດປີ 2010.

ທັງສອງທີມ ແມ່ນແຂ່ງຂັນກັນໃນກຸ່ມ B ທີ່ສະໜາມເມືອງ Salva-
dor. ສ່ວນການແຂ່ງຂັນອື່ນໆໃນມື້ນີ້ແມ່ນທີມເມັກຊິໂກສູ້ກັບທີມ
ກາເມຣູນ ໃນກຸ່ມ A ທີ່ສະໜາມເມືອງ Natal ແລະຊີເລ່ ສູ້ກັບອາ
ເຈັນຕິນາໃນກຸ່ມ B ທີ່ສະໜາມເມືອງ Cuiaba.
Brazil Celebrates Victory in World Cup Opener
please wait

No media source currently available

0:00 0:01:20 0:00

ການແຂ່ງຂັນເຕະບານໂລກປີ 2014 ໄດ້ເລີ້ມຂຶ້ນຢ່າງເປັນທາງການໃນວັນພະຫັດວານນີ້
ໃນ ພິທີເປີດທີ່ຍິ່ງໃຫຍ່ສະລັບຊັບຊ້ອນ.

ບຣາຊີລຊຶ່ງເປັນເຈົ້າພາບ ໄດ້ລົງແຂ່ງຂັນເປີດສະໜາມຄັ້ງທຳອິດ ແລະກໍຊະນະໂຄຣເອເຊຍ
3 ປະຕູຕໍ່ 1 ທີ່ສະໜາມເມືອງ Sao Paulo.
CN-Demonstrations Mar First Day of World Cup
please wait

No media source currently available

0:00 0:01:54 0:00

ບຣາຊິລ ຊຶ່ງຢູ່ໃນກຸ່ມ A ແມ່ນເປັນໂຕເກັງຢ່າງເປັນເອກກະສັນແລະພວມຊອກຫາຊ່ອງທາງ ທີ່ຈະຄວ້າເອົາ ຕຳແໜ່ງແຊ້ມ World Cup ໄປຄອງຢ່າງເປັນປະຫວັດການ ເທື່ອທີ 6 ແລະກໍ ເທື່ອທຳອິດ ນັບແຕ່ປີ 2002 ເປັນຕົ້ນມາ. ເວລານີ້ ທີມບຣາຊີລ ແມ່ນຢູ່ໃນອັນດັບ 3 ຂອງອົງ ການ FIFA ຮອງຈາກສະເປນຊຶ່ງຕິດ ອັນດັບ 1 ແລະເຢຍຣະມັນ ຕິດອັນດັບ 2.
WORLD CUP SOTVO
please wait
Embed

No media source currently available

0:00 0:00:41 0:00

ສ່ວນທີມອື່ນໆນັ້ນ ທີ່ຄາດວ່າຈະທຳການທ້າທາຍເພື່ອຍາດເອົາຂັນ World Cup ໄປຄອງ ກໍມີອາເຈັນຕິນາ ຊຶ່ງເປັນເພື່ອນບ້ານແລະຄູ່ແຂ່ງທີ່ຮ້າຍກາດຂອງບຣາຊີລ ພ້ອມໆກັບທີມ ຍັກໃຫຍ່ຂອງຢູໂຣບ ເຊັ່ນສະເປນ ເຢຍຣະມັນ ເນເທີແລນ ແລະ ປອກຕຸຍການ.
XS
SM
MD
LG