ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມື້ທຳອິດ ຂອງລັດຖະສະພາ ສຫລ ຊຸດໃໝ່ ມືດມົນ ດ້ວຍເລື່ອງ ກົດເກນດ້ານຈັນຍາບັນ


ປະທານສະພາຕ່ຳ ສະຫະລັດ ທ່ານ Paul Ryan ຈາກລັດ Wisconsin ດຳເນີນພິທີ ໃຫ້ຄຳສາບານໂຕ ຕໍ່ບັນດາ ສະ
ມາຊິກຂອງສະພາຕ່ຳ ຊຸດທີ 115 ຂອງລັດຖະສະພາ ຊຶ່ງຈະ
ເປີດວາລະການປະຊຸມ ຢູ່ທີ່ Capitol Hill ໃນນະຄອນຫຼວງ ວີຊິງຕັນ ດີິຊີ Washington, ວັນທີ 3 ມັງກອນ 2017.
ປະທານສະພາຕ່ຳ ສະຫະລັດ ທ່ານ Paul Ryan ຈາກລັດ Wisconsin ດຳເນີນພິທີ ໃຫ້ຄຳສາບານໂຕ ຕໍ່ບັນດາ ສະ ມາຊິກຂອງສະພາຕ່ຳ ຊຸດທີ 115 ຂອງລັດຖະສະພາ ຊຶ່ງຈະ ເປີດວາລະການປະຊຸມ ຢູ່ທີ່ Capitol Hill ໃນນະຄອນຫຼວງ ວີຊິງຕັນ ດີິຊີ Washington, ວັນທີ 3 ມັງກອນ 2017.

ຄວາມສົນລະວົນ ໄດ້ເກີດຂຶ້ນ ໃນມື້ທຳອິດ ໃນລັດຖະສະພາ ສະຫະລັດ ຊຸດໃໝ່ ໃນ ວັນອັງຄານວານນີ້ ໃນຂະນະທີ່ ບັນດາສະມາຊິກສະພາ ສັງກັດພັກຣີພັບບລີກັນ ຜູ້ທີ່ ມີສຽງສ່ວນຫຼາຍໃນສະພາຕ່ຳ ຊຶ່ງໃນເບື້ອງຕົ້ນໄດ້ສົມຄິດວາງແຜນ ທີ່ຈະປ່ຽນແປງ ກົດລະບຽບຕ່າງໆ ຂອງຄະນະຕິດຕາມກົດເກນດ້ານຈັນຍາບັນ ຕໍ່ຈາກນັ້ນ ໄດ້ຍົກເລີກ ແຜນການນີ້ ທ່າມກາງສຽງຄວາມບໍ່ພໍອົກພໍໃຈດັງອອກມາ ໃນ ລັດຖະສະພາ ແລະ ມີ ການຕຳນິ ຈາກປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ.

ບັນດາສະມາຊິກສະພາ ສັງກັດພັກຣີພັບບລີກັນ ໃນສະພາຕ່ຳ ໄດ້ວາງແຜນທີ່ຈະ ຈັດຕັ້ງການຄວບຄຸມ ສຳນັກງານຈັນຍາບັນ ຂອງລັດຖະສະພາ ຫຼື OCE ທີ່ເປັນ ອິດສະລະ ແລະບໍ່ຂຶ້ນກັບພັກການເມືອງໃດໜຶ່ງ ນັ້ນ ໃຫ້ຢູ່ພາຍໃຕ້ ລັດຖະສະພາ ການເຄື່ອນໄຫວນີ້ ອາດຈະຈຳກັດຄວາມອາດສາມາດຂອງກຸ່ມຕິດຕາມກວດການີ້ ໃນການດຳເນີນການສືບສວນສອບສວນ ບັນດາສະມາຊິກສະພາ ຜູ້ທີ່ຖືກສົງໄສ ໃນການລະເມີດຈັນຍາບັນ ຫຼື ກະທຳຄວາມຜິດທາງອາຍາ.

ໃນຖະແຫລງການ ຖອນການປ່ຽນແປ່ງຄືນນັ້ນ ປະທານສະພາຕ່ຳ ທ່ານ Paul Ryan ໄດ້ກ່າວວ່າ OCE “ແມ່ນມີຄວາມຈຳເປັນ ທີ່ຈະຕ້ອງປະຕິຮູບ” ແຕ່ໄດ້ເນັ້ນຢ້ຳວ່າ ມັນ “ຈະສືບຕໍ່ດຳເນີນການຢ່າງອິດສະລະ ເພື່ອສະໜອງຄວາມຮັບຜິດຊອບ ຂອງມະຫາ
ຊົນ ໃຫ້ແກ່ລັດຖະສະພາ.”

ປະທານສະພາຕ່ຳ ສະຫະລັດ ທ່ານ Paul Ryan, ສັງກັດພັກຣີພັບບລີກັນ ຈາກລັດ Wisconsin, ຍົກຄ້ອນນ້ອຍ ຂຶ້ນໃນລະຫວ່າງ ການເປີດກອງປະຊຸມ ລັດຖະສະພາ ຊຸດໃໝ່ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ດີຊີ, ວັນທີ 3 ມັງກອນ 2017.
ປະທານສະພາຕ່ຳ ສະຫະລັດ ທ່ານ Paul Ryan, ສັງກັດພັກຣີພັບບລີກັນ ຈາກລັດ Wisconsin, ຍົກຄ້ອນນ້ອຍ ຂຶ້ນໃນລະຫວ່າງ ການເປີດກອງປະຊຸມ ລັດຖະສະພາ ຊຸດໃໝ່ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ດີຊີ, ວັນທີ 3 ມັງກອນ 2017.


ໃນຫຼາຍຊົ່ວໂມງຕໍ່ມາ ທ່ານ Ryan ແລະ ບັນດາສະມາຊິກສະພາຕ່ຳ ສັງກັດພັກ ຣີພັບບລີກັນ ຄົນອື່ນໆ ຕ່າວປີ້ນຄືນ ທິດທາງ ທ່າມກາງການປະທ້ວງຢ່າງໃຫຍ່ ຈາກທັງສອງພັກຝ່າຍ ຂອງລັດຖະສະພາ.

ສະມາຊິກສະພາສູງທີ່ຫາກໍໄດ້ສາບານໂຕເຂົ້າຮັບໜ້າທີ່ ທ່ານ Chris Van Hollen ໄດ້ບອກ ວີໂອເອ ວ່າ “ອັນນີ້ ເປັນການລົບກວນທີ່ບໍ່ໜ້າເຊື່ອເລີຍ ແລະ ເປັນສັນຍານ ທີ່ບໍ່ດີແທ້ໆ ຂອງສິ່ງຕ່າງໆ ທີ່ຈະມີຕໍ່ໄປ.” ທ່ານ Hollen ສັງກັດພັກເດໂມແຄຣັດ ຈາກ
ລັດ Maryland ໄດ້ທຳໜ້າທີ່ມາໄດ້ 7 ສະໄໝ ໃນສະພາຕ່ຳ ກ່ອນທີ່ຈະໄດ້ຖືກເລືອກ ເປັນສະມາຊິກສະພາສູງ ໃນເດືອນພະຈິກຜ່ານມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Ethics Debate Clouds First Day of 115th Congress
please wait

No media source currently available

0:00 0:02:43 0:00

XS
SM
MD
LG