ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຟປ່າ ທີ່ອອສເຕຣເລຍ ຍັງຮ້າຍແຮງ ຢູ່ຕໍ່ມາ (ວີດີໂອ)


ພວກ​ດັບ​ເພີງສືບ​ຕໍ່​ທຳ​ການ​ຕໍ່ສູ້ ​ເພື່ອ​ມອດ​ໄຟປ່າ​ຄັ້ງ​ຫາ​ຍະ​ນະ​ທີ່​
ສຸດ​ເທົ່າ​ທີ່​ເຄີຍ​ປະ​ທະລັດ​ ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ຫຼາຍ​ທີ່​ສຸດ​ ຂອງ​
ອອສ​ເຕຣ​ເລຍ ​ໂດຍ​ທີ່​ຄາດ​ວ່າ​ອຸນຫະພູມ​ຂອງດິນ​ຟ້າ​ອາກາດທີ່
ສູງ​ຂຶ້ນ ແລະ​ລົມ​ທີ່​ພັດແຮງຂຶ້ນ ຈະ​ເພີ່ມ​ອັນຕະລາຍ​ຂຶ້ນອີກ​ໃນ​
ຫຼາຍມື້​ ຂ້າງ​ໜ້າ​ນີ້.

ທ່ານ Barry O’Farrell ຜູ້​ປົກຄອງ​ລັດ New South Wales ​
ໄດ້​ປະກາດ​ພາວະສຸກ​ເສິນ​ໃນ​ວັນ​ອາທິດ​ວານ​ນີ້.

ພະ​ແໜກດັບ​ເພີງ​ເຂດ​ຊົນນະບົດ​ຂອງ​ອອສ​ເຕຣ​ເລຍ ກ່າວ​ວ່າ
​ໄຟ​ປ່າ​ຈຳນວນ​ຫຼາຍກວ່າ 60 ​ແຫ່ງ ​ກຳລັງ​ໄໝ້​ຢູ່​ໃນ​ປັດຈຸບັນ
ຮວມທັງຫຼາຍ​ແຫ່ງທີ່​ກຳລັງຄຸກ​ຄາມຫຼາຍໆ ປະຊາ​ຄົມ. ພະ​ແໜກດັ່ງ​ກ່າວ​ນີ້ ​ເວົ້າ​ຕື່ມ​ວ່າ ຈຳນວນ​ບ້ານ​ເຮືອນ​ທີ່​ຖືກ​ທໍາລາຍເບິ່ງ​ຄື​ວ່າ​ຈະ​ເພີ່ມ​ຂຶ້ນ ​ແລະ​ບໍ່​ຄາດ​ວ່າສະພາບການ
ຈະບໍ່​ດີ​ຂຶ້ນ ​ຈົນ​ຮອດ​ວັນ​ພຸດ​.

ຄາດ​ວ່າ​ຈະ​ມີ​ຄຳ​ສັ່ງ​ໃຫ້​ປະຊາຊົນ​ອົບ​ພະຍົບໜີ​ອອກ​ຈາກ​ບ້ານ​ເຮືອນ​ໃນ​ຫຼາຍ​ປະຊາ​ຄົມ
​ໃນ​ເຂດ​ພູ Blue Mountains ທາງ​ກໍ້າຕາເວັນຕົກ ຂອງນະຄອນ ຊິດນີ.


australia
please wait
Embed

No media source currently available

0:00 0:01:31 0:00
XS
SM
MD
LG