ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກີດໄຟໄໝ້ສູນຄົນເຂົ້າເມືອງ ໃນປະເທດຝຣັ່ງ ຫລັງຈາກມີການປະທະກັນ


ສູນຄົນເຂົ້າເມືອງ Grande-Synthe ຖືກໄຟເຜົາໄໝ້ ທີ່ເມືອງ Dunkirk ທາງພາກເໜືອຂອງຝຣັ່ງ.
ສູນຄົນເຂົ້າເມືອງ Grande-Synthe ຖືກໄຟເຜົາໄໝ້ ທີ່ເມືອງ Dunkirk ທາງພາກເໜືອຂອງຝຣັ່ງ.

ໄຟ​ໄດ້​ທຳລາຍ​ສູນ​ຄົນ​ເຂົ້າ​ເມືອງ​ Grande-Synthe ເກືອບ​ທັງ​ໝົດ ​ໃກ້​ກັບ​ເມືອງ
Dunkirk ຢູ່​ທາງ​ພາກ​ເໜືອ​ຂອງຝຣັ່ງ.

ທ່ານ Michel Lalande ຜູ້​ປົກຄອງ​ເຂດ Nord ກ່າວ​ວ່າ ​ໄຟ​ໄດ້​ເລີ້ມ​ໃໝ້ ຫລັງ​ຈາກ
​ການ​ຕີ​ກັນລະຫວ່າງ ຊາວອັຟກາ​ນິສຖານ ​ກັບຊາວ​ເຄີ​ດ ທີ່ຢູ່​ໃນ​ສູນ.

ພວກຄົນເຂົ້າເມືອງ ພາກັນຍົກຍ້າຍອອກຈາກສູນ Grande-Synthe ທາງພາກເໜືອຂອງ ປະເທດຝຣັ່ງ.
ພວກຄົນເຂົ້າເມືອງ ພາກັນຍົກຍ້າຍອອກຈາກສູນ Grande-Synthe ທາງພາກເໜືອຂອງ ປະເທດຝຣັ່ງ.

ຍັງ​ບໍ່​ເປັນ​ທີ່​ແຈ່​ມ​ແຈ້ງວ່າ ໄຟ​ໄດ້​ເລີ້​ມ​ໃໝ້ຢ່າງ​ໃດ ​ແຕ່​ທ່ານ Lalande ກ່າວ​ວ່າ​ໄຟ​ໃໝ້
ໄດ້ ເຮັດ​ໃຫ້​ຫ້າ​ຄົນ ​ໄດ້​ຮັບ​ບາດ​ເຈັບ. ພວກ​ຄົນ​ເຂົ້າ​ເມືອງ​ຈາກ​ສູນ​ດັ່ງກ່າວ​ໄດ້​ຖືກ​ຍົກ
ຍ້າຍ​ໄປ​ຢູ່​ບ່ອນ​ພັກ​ເຊົາຕ່າງໆ​ທີ່ຢູ່​ໃກ້​ນັ້ນ.

ສູ​ນ Grand-Synthe ​ໄດ້​ຕັ້ງ​ຂຶ້ນ​ມາ​ ໂດຍ​ກຸ່​ມການ​ແພ​ດຄື ພວກ​ນາຍ​ແພດ​ທີ່​ບໍ່​ມີ​ພົມ
​ແດນ ​ແລະ​ເປັນ​ບ່ອນ​ພັກ​ເຊົາ ໃຫ້​ແກ່​ຄົນ​ເຂົ້​າ​ເມືອງ​ປະມານ 1,500 ຄົນ ສ່ວນ​ໃຫຍ່
​ເປັນ​ຊາວ​ເຄີ​ດ. ປະຊາຊົນ ໄດ້​ເພີ້ມຂຶ້ນ​ຢ່າງ​ຫລວງຫລາຍ​ຫລັງ​ຈາກ​ການ​ປິດສູນ​ແຫ່ງ​
ນຶ່ງ​ຢູ່​ເມືອງ Calais ​ໃນເດືອນຕຸລາປີ​ກາຍ​ນີ້.

ພວກ​ຄົນ​ເຂົ້າ​ເມືອງ​ຫລາຍ​ຄົນ​ພາກັນເຕົ້າ​ໂຮມ​ກັນ ​ຢູ່​ຕາມ​ຊາຍ​ຝັ່ງ​ພາກ​ເໜືອ​ຂອງ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Europe Migrant
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG