ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຟໄໝ້ ສາງເກັບ ນ້ຳມັນ ທີ່ສະໜາມບິນ ຢ່າງກຸ້ງ (ວີດີໂອ)


Burma Fire
please wait
Embed

No media source currently available

0:00 0:00:32 0:00
ໄດ້​ເກີດ​ໄຟ​ໄໝ້​ຂຶ້ນ​ຢູ່ສາງ​ເກັບນ້ຳມັນ​ແຫ່ງ​ນຶ່ງ​ທີ່​ສະໜາມ​ບິນ​ລະ
ຫວ່າງ​ຊາດ​ນະຄອນ​ຢາງ​ກຸ້ງ ຊຶ່ງໄດ້ສົ່ງ​ຜົນ​ກະທົບ​ຕໍ່​ຖ້ຽວ​ບິນ​ຫຼາຍ
​ສາຍ ​ທີ່​ເຂົ້າປະ​ເທດ​ແລະ​ອອກປະ​ເທດ.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຍິນ​ສຽງ​ລະ​ເບີດ​
ແຕກ​ຂຶ້ນ​ຢ່າງ​ໜ້ອຍ​ເທື່ອ​ນຶ່ງ​ໃນ​ວັນ​ອັງຄານ​ມື້ກ່ອນ​ນີ້. ລາຍ​ງານ
​ຂັ້ນ​ຕົ້ນກ່າວ​ວ່າ ບໍ່​ມີ​ຜູ້​ຄົນ​ເສຍ​ຊີ​ວິດ​ຫຼື​ບາດ​ເຈັບ. ພວກ​ດັບ​ເພີງ​ໄດ້​ໃຊ້​ເວລາ 2 ຊົ່ວ​ໂມງ​ຈຶ່ງ​ມອດ​ໄຟໄດ້ ​ໃນ​ຂະນະ​ທີ່​ຝູງ​ຊົນຫລາຍຮ້ອຍຄົນ ​ພາກັນເບິ່ງການ​ມອດ​ໄຟ​ຢູ່​ນັ້ນ.

ພວກ​ຖ້ຽວ​ບິນ​ເຂົ້າ​ຫຼື​ອອກ ຈາກ​ສະໜາມ​ບິນ​ດັ່ງກ່າວ​ໄດ້​ຊັກ​ຊ້າເປັນ​ເວລາ​ນຶ່ງ​ຊົ່ວ​ໂມງ ຫຼືບໍ່​ກໍ​ໄດ້​ເດີນທາງ​ໄປ​ຍັງ ສະໜາ​ມບິນ​ບ່ອນອື່ນ .

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ສາ​ເຫດ​ຂອງ​ໄຟ​ໄໝ້ຄັ້ງນີ້ ​ກຳ​ລັງຖືກ​ສືບສວນ​ຢູ່.​

A fire broke out at a fuel depot at the Rangoon International Airport in Burma, affecting several flights in and out of the country.

Witnesses said they heard at least one explosion on Tuesday. Preliminary reports said there were no fatalities. It took firefighters two hours to put out the blaze as a crowd of hundreds gathered to watch.

Flights to and from the airport were delayed or rerouted for an hour.

Officials said the cause of the blaze was under investigation.
XS
SM
MD
LG