ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຊ່ອຍກູ້ໄພ ເຮືອຂ້າມຟາກ ທີ່ເກີດໄຟໄໝ້ ຢູ່ນອກຝັ່ງ Greece ກຳລັງດຳເນີນໄປ


ພາບທີ່ຖ່າຍຈາກເຮືອລຳໜຶ່ງ ທີ່ຢູ່ໃກ້ກັນ ສະແດງໃຫ້ເຫັນໄຟໄໝ້ ເຮືອຂ້າມຟາກ ຂອງ Greece, ວັນທີ 28 ທັນວາ 2014.
ພາບທີ່ຖ່າຍຈາກເຮືອລຳໜຶ່ງ ທີ່ຢູ່ໃກ້ກັນ ສະແດງໃຫ້ເຫັນໄຟໄໝ້ ເຮືອຂ້າມຟາກ ຂອງ Greece, ວັນທີ 28 ທັນວາ 2014.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ນະຄອນຫຼວງ Athens ຂອງ Greece
ກ່າວ​ວ່າການຊ່ອຍ​ກູ້​ໄພ​ກຳລັງ​ດຳ​ເນີນ​ໄປ ​ທ່າມກາງ​ລົມ​ພັດ​
ແຮງ ຫຼັງ​ຈາກ​ເຮືອຂ້າມ​ຟາກແກ່​ລົດ​ລຳ​ນຶ່ງ​ ທີ່​ບັນທຸກ​ຄົນ​ໂດຍ
ສານ 466 ຄົນ ​ເກີດ​ໄຟ​ໄໝ້​ຢູ່ນອກ​ຝັ່ງ​ທະ​ເລ​ຂອງ Greece.

ເຮືອ​ຂ້າມ​ຟາກ Norman Atlantic ກຳລັງ​ຢູ່​ຫ່າງ​ຈາກ​ເກາະ
Corfu ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ 80 ຫຼັກ​ກິ​ໂລ​ແມັດ
​ໃນ​ວັນ​ອາທິດ​ມື້​ນີ້ ເວລາ​ມັນ​ສົ່ງ​ສັນຍານ​ຂໍ​ຄວາມ​ຊ່ອຍ​ເຫຼືອ
ຫຼັງ​ຈາກ​ໄຟ​ເລີ້ມ​ລຸກ​ຂຶ້ນ​ຈາກ​ຊັ້ນ​ລຸ່ມຂອງ​ເຮືອ. ​ເຮືອ​ລຳ​ນີ້​ກຳ
ລັງ​ແລ່ນ​ຈາກ​ເມືອງ Patras ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ Gree
ce ​ໄປ​ສູ່​ເມືອງ Ancona ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ອີ​ຕາ​ລີ.

ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ​ ມີ​ຄວາມ​ເສຍ​ຫາຍ ​ມີ​ການບາດ​ເຈັບ​ຫຼື​ເສຍ​ຊີວິດ​ຫຼື​ບໍ ຫຼື​ວ່າ​ມີ​
ຄົນ​ໂດຍສານ​ຢູ່​ໃນ​ນ້ຳ​ຫຼື​ບໍ ບ່ອນ​ທີ່​ອຸນຫະພູມ​ຂອງ ອາກາດ​ໃນ​ລະດູ​ໜາວ​ ຈະ​ເຮັດ​ໃຫ້​
ເອົາ​ຊີວິດ​ຢູ່​ລອດ​ໄດ້ ນອກຈາກ​ການ​ຊ່ອຍ​ກູ້​ໄພ​ຈະມາ​ຮອດ​ບ່ອນ​ເກີດ​ອຸບັດ​ເຫດ​ນັ້ນ​
ຢ່າງ​ໄວ.

ພວກ​ຄົນ​ໂດຍສານ​ຫຼາຍ​ສິບ​ຄົນ​ໄດ້​ຖືກ​ສົ່ງ​ໄປ​ໃສ່​ເຮືອ​ຊ່ອຍ​ກູ້​ໄພລຳ​ນຶ່ງ ​ແລະ​ພວກ​ຄົນ​ໂດຍສານອື່ນໆ​ອີກ​ຫຼາຍ​ຄົນ​ ໄດ້​ລອຍ​ໄປ​ຫາ​ພວກ​ເຮືອ​ຊູຊີບ ​ຫລາຍ​ລຳ.

​ເຮືອຫລາຍໆ​ລຳ​ທີ່​ແລ່ນ​ຢູ່​ໃນບໍລິ​ເວນເກີດ​ເຫດ​ໃນ​ເວລາ​ນັ້ນ ​ໄດ້​ພາກັນ​ຟ້າວແລ່ນ​ໄປ​ຍັງບ່ອນ​ເກີດ​ເຫດ ພ້ອມ​ທັງເຮືອບິນ​ເຮ​ລີ​ຄອບ​ເຕີ​ຊ່ອຍ​ກູ້​ໄພ​ຫຼາຍ​ລຳ ​ແລະ​ເຮືອບິນ​ຊ່ອຍ​ຊອກ​ຫາ​ແລະກູ້​ໄພ C-130 ລຳ​ນຶ່ງ.

XS
SM
MD
LG