ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຟໄໝ້ ເມືອງໂບຮານ ທີ່ເກົ່າແກ່ ຂອງ ຊາວທິເບດ ໃນຈີນ (ວີດີໂອ)


ຫລາຍ​ກວ່າ 2000 ຄົນ ​ພາກັນ​ມອດ​ໄຟ ຢູ່​ໃນ​ເມືອງ
Dukezong ເປັນເວລາປະມານ 10 ຊົ່ວ​ໂມງ
ຫລາຍ​ກວ່າ 2000 ຄົນ ​ພາກັນ​ມອດ​ໄຟ ຢູ່​ໃນ​ເມືອງ Dukezong ເປັນເວລາປະມານ 10 ຊົ່ວ​ໂມງ
ບັນດາ​ເຈົ້າ​ໜ້າ​ທີ່ໃນ​ແຂວງ​ຢຸນນານ ທາງ​ພາກຕາ​ເວັນ​ຕົກ​ສຽງ
ໃຕ້ຂອງ​ຈີນ ​ກ່າວ ​ວ່າ ​ໄຟ​ໄໝ້​ຄັ້ງ​ໃຫຍ່ ​ໄດ້​ທໍາລາຍ​ເມືອງ​ໂບຮານ
​ ທີ່​ເກົ່າ​ແກ່ຂອງຊາວທິເບດ​.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຫລາຍ​ກວ່າ 2000 ຄົນ ​ພາກັນ​ມອດ​ໄຟ
​ ຢູ່​ໃນ​ເມືອງ Dukezong ເປັນເວລາປະມານ 10 ຊົ່ວ​ໂມງ ​ໃນ
​ຕອນ​ເຊົ້າ ຂອງ​ວັນ​ເສົາມື້​ນີ້ ກ່ອນ​ຈະຄວບ​ຄຸມການລຸກໄໝ້ຂອງ
ໄຟດັ່ງກ່າວນັ້ນໄດ້. ປະມານ 100 ຫລັງ​ຄາ​ເຮືອນ ທີ່ມີອາຍຸນຶ່ງ​ພັນ​
ປີ ຊຶ່ງເປັນບ່ອນທີ່ດຶງດູດ​ເອົາພວກນັກ​ທອງ​ທ່ຽວ​ໃນ​ເຂດ ເມືອງ
Shangri-la ​ໄດ້​ຖືກ​ທໍາລາຍ.

​ໄຟ​ໄດ້​ໄໝ້ລາມ​ອອກ​ໄປ​ຢ່າງ​ວ່ອງ​ໄວ ​ເພາະວ່າ​ເຮືອນ​ຊານ​ທັງ​ໝົດ ຢູ່​ໃນ​ເມືອງ​ນີ້​ປຸກ​ດ້ວຍ​ໄມ້.

ສາ​ເຫດ​ຂອງ​ໄຟ​ໄໝ້ຍັງ​ຢູ່​ໃນລະຫວ່າງການ​ສຶບສວນ. ບໍ່​ມີ​ລາຍ​ງາ​ນກ່ຽວກັບການ ​ບາດ​ເຈັບ
ລົ້ມຕາຍແຕ່ປະການໃດ.

china fire
please wait
Embed

No media source currently available

0:00 0:00:43 0:00
XS
SM
MD
LG