ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລວມຍອດຜູ້ເສຍຊີວິດ ໃນເຫດໄຟໄໝ້ສາງ ເກັບເຄື່ອງ ທີ່ລັດຄາລີຟໍເນຍ ເພີ່ມເປັນ 33 ຄົນ


ນັກດັບເພີງພາກັນອະນາໄມທາງເຂົ້າສາງເກັບເຄື່ອງທີ່ຖືກໄໝ້ໃນ
ເມືອງ Oakland, ລັດ ຄາລີຟໍເນຍ. 3 ທັນວາ, 2016.
ນັກດັບເພີງພາກັນອະນາໄມທາງເຂົ້າສາງເກັບເຄື່ອງທີ່ຖືກໄໝ້ໃນ ເມືອງ Oakland, ລັດ ຄາລີຟໍເນຍ. 3 ທັນວາ, 2016.

ລວມຍອດຜູ້ເສຍຊີວິດຈາກໄຟໄໝ້ທີ່ໄດ້ເກີດຂຶ້ນຢູ່ສາງເກັບມ້ຽນເຄື່ອງໃນເມືອງ Oakland ລັດ ຄາລີຟໍເນຍ ໄດ້ເພີ່ມຂຶ້ນເປັນ 33 ຄົນໃນວັນອາທິດວານນີ້, ແລະ ອາດຂະຫຍາຍຂຶ້ນ ເປັນ 40 ຄົນ. ໃນຂະນະທີ່ບັນດານັກສືບສວນສອບສວນສືບຕໍ່ຄົ້ນຫາຕຶກອາຄານ ບ່ອນທີ່ ງານເຕັ້ນ ອີເລັດໂຕຣນິກ ໄດ້ກາຍເປັນໝໍ້ນາຮົກ.

ບັນດາເຈົ້າໜ້າທີ່ກ່າວວ່າ ປະຈຸບັນນີ້ ການຄົ້ນຫາໃນຕຶກອາຄານແມ່ນດຳເນີນໄປໄດ້ພຽງ 20 ເປີເຊັນເທົ່ານັ້ນ. ເຈົ້າໜ້າທີ່ດັບເພີງໃນທ້ອງຖິ່ນຄົນໜຶ່ງ, ທ່ານນາງ Melinda Dayton ໄດ້ກ່າວວ່າ “ມັນຈະເປັນຂັ້ນຕອນທີ່ຍາວ ແລະ ລຳບາກ ແຕ່ພວກເຮົາຢາກຮັບປະກັນວ່າ ພວກເຮົາເຄົາລົບຄວາມປອດໄພຂອງຜູ້ເຄາະຮ້າຍ ແລະ ຄອບຄົວຂອງພວກເຂົາເຈົ້າ ແລະ ນັກດັບເພີງ.”

ໄຟໄດ້ລຸກໄໝ້ຜ່ານສາງເກັບເຄື່ອງທີ່ຮົກເຮື້ອ ເຊິ່ງຖືກສ້ອມແປງໃຫ້ເປັນຫ້ອງອັດດົນຕີ. ມັນ ບໍ່ມີໃບອະນຸຍາດສຳລັບການໃຊ້ສາງດັ່ງກ່າວໃຫ້ເປັນບ່ອນອາໄສຢູ່ ຫຼື ສຳລັບການບັນເທີງ.

ອາຄານດັ່ງກ່າວແມ່ນເປັນທີ່ຮູ້ຈັກວ່າ “ເຮືອນຜີ.” ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ວິທີດຽວທີ່ ຈະລົງຈາກຊັ້ນທີສອງໄດ້ແມ່ນປ່ອງຂັ້ນໄດທີ່ຖືກສ້າງດ້ວຍຮາງໄມ້ທັງໝົດ.

ຜູ້ຖືກເຄາະຮ້າຍແມ່ນຜູ້ມີອາຍຸສິບປາຍປີຫາ ແກ່ກວ່າ 30 ປີ.

ບັນດາເຈົ້າໜ້າທີ່ຍັງບໍໄດ້ບົ່ງບອກວ່າໄຟໄດ້ລຸກໄໝ້ໃນຕຶກທີ່ບໍ່ໄດ້ຕິດຕັ້ງລະບົບດັບເພີງໄດ້ ແນວໃດ. ນັກສືບສວນສອບສວນການລອບວາງເພີງແມ່ນກຳລັງເກັບກຳລັກຖານທີ່ຖືກ ເຜົາໄໝ້ແລ້ວນັ້ນຢູ່.

ໂຄສົກຫ້ອງການຂອງຕຳຫຼວດເມືອງ Alameda ນາຍຈ່າ Ray Kelly ກ່າວວ່າ “ມັນປາ ກົດວ່າ ເຈົ້າຄືຊິອອກມາໄດ້ ຫຼືບໍ່ ເຈົ້າກໍຈະຕິດຄ້າງຢູ່ໃນນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Warehouse Fire
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG