ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ການເງິນຂອງ Greek ຈະລາອອກ ຖ້າຫາກ Greek ຮັບຂໍ້ສະເໜີ ເຈົ້າໜີ້ຢູໂຣບ


Greek Baiout
please wait
Embed

No media source currently available

0:00 0:02:33 0:00

ລັດຖະມົນຕີການເງິນຂອງ Greek ທ່ານ Yanis Varoufakis
ກ່າວວ່າ ທ່ານຈະລາອອກຈາກຕຳແໜ່ງ ຖ້າຫາກວ່າຜູ້ມີສິດ
ປ່ອນບັດຊາວ Greek ໃຫ້ການອະນຸມັດໃນການລົງປະຊາມະຕິ
ໃນວັນອາທິດທີ່ຈະມາເຖິງນີ້ ກ່ຽວກັບເງື່ອນໄຂຕ່າງໆໃນການ
ຊ່ອຍກອບກູ້ເສດຖະກິດທີ່ຮຽກຮ້ອງໂດຍເຈົ້າໜີ້ຂອງບັນດາ
ປະເທດຢູໂຣບ ນັ້ນ.

ທ່ານ Varoufakis ໄດ້ກ່າວໃນການໃຫ້ສຳພາດທາງໂທລະພາບ
ກັບອົງການຂ່າວ Bloomberg ໃນວັນພະຫັດມື້ນີ້ວ່າ ຖ້າຫາກ
Greek ຍອມຮັບຂໍ້ສະເໜີຈາກທາງເຈົ້າໜີ້ຂອງບັນດາປະເທດ
ຢູໂຣບ ໃນວັນອາທິດທີ່ຈະມາເຖິງນີ້ແລ້ວ ທ່ານຈະບໍ່ເປັນລັດຖະ
ມົນຕີການເງິນຂອງ Greek ໃນມື້ຕໍ່ມາ.

ທ່ານ Varoufakis ໄດ້ກ່າວ ທ່ານຄາດຫວັງວ່າ Greek ຈະບໍ່ຍອມຮັບຂໍ້ສະເໜີຂອງການ ຊ່ອຍກອບກູ້ເສດຖະກິດ ຊຶ່ງບັງຄັບ ໃຫ້ມີການເພີ້ມພາສີ ແລະການຕັດຮອນການໃຊ້ຈ່າຍ
ລົງ ເພື່ອແລກປ່ຽນກັບການຊ່ອຍເຫຼືອໃນອານາຄົດ. ທ່ານໄດ້ກ່າວວ່າ ທ່ານຄວນຈະຕັດ
ແຂນຂາ ຂອງທ່ານເອງ ແທນທີ່ຈະລົງນາມເຊັນສັນຍາຊຸດໃໝ່ ທີ່ບໍ່ໄດ້ປ່ຽນແປງໂຄງຮ່າງ
ໜີ້ສິນຂອງ Greek.

ໃນວັນພຸດວານນີ້ ນາຍົກລັດຖະມົນຕີ Greek ທ່ານ Alexia Tsipras ໄດ້ກ່າວວ່າ ທ່ານຍັງ
ຈະຍຶດໝັ້ນກັບແຜນການຂອງທ່ານ ໃນການລົງປະຊາມະຕິ ໃນວັນອາທິດຈະມາເຖິງນີ້ ແຕ່ວ່າໄດ້ສະແດງໃຫ້ເຫັນເຖິງຄວາມເຕັມໃຈ ທີ່ຈະຮັບເອົາເງື່ອນໄຂສ່ວນໃຫຍ່ ຄືກັນກັບທີ່ ລັດຖະບານຂອງທ່ານໄດ້ປະຕິເສດໄປແລ້ວກ່ອນໜ້ານີ້.

ໃນການຕອບຮັບ ທີ່ວ່ານີ້ ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ໄດ້ກ່າວອີກ ຄັ້ງນຶ່ງວ່າ ຈະບໍ່ມີການເຈລະຈາຕໍ່ຮອງອີກຕໍ່ໄປ ຈົນກວ່າວ່າ ຜົນຂອງການລົງ
ປະຊາມະຕິທີ່ຈະມີຂຶ້ນໃນວັນອາທິດຈະມານີ້ ອອກມາຢ່າງຈະແຈ້ງແລ້ວ.

Greek ແມ່ນໄດ້ຖືກຕັດອອກຈາກການຊ່ອຍເຫຼືອໃນອານາຄົດຂອງບັນດາປະເທດເຂດ
ຢູໂຣບ ຫຼັງຈາກທີ່ບໍ່ສາມາດຈ່າຍໜີ້ສິນຕາມກຳໜົດເສັ້ນຕາຍທີ່ໄດ້ວາງໄວ້ຂອງທ່ຽງຄືນວັນ
ອັງຄານຜ່ານມານີ້ ໃນຈຳນວນເງິນ 1 ພັນ 800 ລ້ານໂດລ່າ ໃຫ້ແກ່ອົງການກອງທຶນສາກົນ. ການບໍ່ຈ່າຍເງິນຕາມກຳໜົດທີ່ວ່ານີ້ ເປັນຂີດໜາຍຄັ້ງທຳອິດຂອງປະເທດທີ່ພັດ ທະນາແລ້ວ ບໍ່ສາມາດຈ່າຍໜີ້ສິນຕາມເສັ້ນຕາຍທີ່ໄດ້ກຳໜົດໄວ້ ໃຫ້ແກ່ອົງການກອງທຶນສາກົນ ຫຼື IMF.

Greece Signals Willingness to Negotiate If Creditors Make New Concessions
please wait

No media source currently available

0:00 0:02:05 0:00

XS
SM
MD
LG