ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພັກຝ່າຍຄ້ານ ກໍາປູເຈຍ ຈະລວມຫົວກັນ ບໍ່ເຂົ້າຮ່ວມ ກອງ​ປະຊຸມສະພາ (ວີດິໂອ)


ທ່ານ ຊໍາ ເຣນສີ ຫົວໜ້າພັກຝ່າຍຄ້ານ ກໍາປູເຈຍ
ທ່ານ ຊໍາ ເຣນສີ ຫົວໜ້າພັກຝ່າຍຄ້ານ ກໍາປູເຈຍ
ພັກ​ຝ່າຍ​ຄ້ານ​ຂອງ​ກໍາປູ​ເຈຍ​ກ່າວ​ວ່າ ຕົນ​ຈະບໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ນັດ​ທໍາ​ອິດ​ຂອງ​ສະ ພາ ​ແຫ່ງ​ຊາດ ​ແລະ​ຈະ​ສືບ​ຕໍ່​ທໍາ​ການ​ປະ​ທ້ວງ​ຕໍ່​ໄປ​ເລື້ອຍໆ ຫລັງ​ຈາກ​ທີ່​ຄະນະ​ກໍາມະ ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ ​ໄຊຊະນະ​ຂອງ​ພັກ​ຂອງ​ນາຍົກລັດຖະມົນຕີຮຸນ​ເຊ​ນ.

ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ ຊໍາ ​ເຣນສີ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ພັກ​ກູ້​ຊາດ​ກໍາປູ​ເຈຍ ຫຼື CNRP ຂອງ​ທ່ານ ບໍ່​ມີ​ຄວາມ​ສົນໃຈທີ່​ຈະ​ໂອ້​ລົມກັບ ພັກປະຊາຊົນກໍາປູ​ເຈຍ ຫຼື CPP ຂອງ​ທ່ານ​ຮຸນ​ເຊ​ນ ຈົນ​ກ່ວາ​ຈະ​ມີ​ການຈັດ​ຕັ້ງ​ການ​ສືບສວນ​ສອບສວນ​ຢ່າງ​ເປັນ​ເອກະ ລາດ ກ່ຽວ​ກັບ​ຄວາມ​ຜິດ​ປົກກະຕິ​ຕ່າງໆ​ນາໆ ຢູ່​ໃນ​ການ​ເລືອກ​ຕັ້ງ​ນັ້ນ.

ທ່ານ ​ເຣນສີ ກ່າວ​ອີກ​ວ່າ ຝ່າຍ​ຄ້ານ​ຈະ​ທໍາ​ການ​ເດີນ​ຂະ​ບວນປະ​ທ້ວງ ​ເປັນ​ເວລາ​ສາມ​ວັນ ​ເລີ້ມ​ຕົ້ນ​ໃນ​ວັນ​ອາທິດ​ນັ້ນ.

ກໍາມະການ​ເລືອກ​ຕັ້ງ​ຂອງ​ກໍາປູ​ເຈຍ ​ໄດ້​ອອກ​ມາ​ປະກາດໃນັວນອາທິດ​ມື້​ນີ້ວ່າ ພັກ​ຂອງ​ລັດຖະບານນາຍົກລັດຖະມົນຕີຮຸນ​ເຊ​ນ ​ເປັນ​ຜູ້ຊະນະ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ກໍລະ​ກົດ​ຜ່ານ​ມາ ທີ່​ມີ​ການໂຕ້​ແຍ້​ງກັນ​ຢ່າງ​ຮຸນ​ແຮງກ່ຽວ​ກັບຄະ​ແນນ​ສຽງເລືອກ​ຕັ້ງ​ ຊຶ່ງ​ເປັນ​ການ​ປະຕິ​ເສດຕໍ່​ຄໍາກ່າວ​ອ້າງ​ຂອງ​ພັກ​ຝ່າຍ​ຄ້ານທີ່ ວ່າການ​ເລືອກ​ຕັ້ງ​ເຕັມ​ໄປ​ດ້ວຍ​ການສໍ້​ໂກງ​ນັ້ນ.

ຄະນະ​ກໍາມະການ​ເລືອກ​ຕັ້ງ​ແຫ່ງ​ຊາດເວົ້າ​ວ່າ ພັກປະຊາຊົນກໍາປູ​ເຈຍ ຂອງ​ທ່ານ​ຮຸນ​ເຊນ ​
ໄດ້​ຮັບ 68 ທີ່​ນັ່ງ ສ່ວນພັກ ​ກູ້​ຊາດ​ກໍາປູ​ເຈຍ ຫຼື ຂອງຝ່າຍ​ຄ້ານ ​ໄດ້ຮັບ 55 ທີ່​ນັ່ງ​ ຊຶ່ງ​ແມ່ນ
ຫຼາຍກວ່າ ການ​ເລືອກ​ຕັ້ງ​ຄັ້ງ​ຜ່ານ​ມາ.

ພັກ​ຝ່າຍ​ຄ້ານ​ເວົ້າ​ວ່າ ຕົນ​ໜ້າ​ຈະ​ຊະນະ​ທີ່​ນັ່ງຫຼາຍກວ່າ​ນັ້ນ ຖ້າ​ການ​ເລືອກ​ຕັ້ງ​ດໍາ​ເນີນ​ໄປ​ຢ່າງ​ຍຸຕິ​ທໍາ​.

ທ່ານ Sam Rainsy ຜູ້​ນໍາ​ພັກ​ຝ່າ​ຍຄ້ານ​ຢືນ​ຍັດ​ໃນວັນ​ອາທິດ​ມື້​ນີ້ ວ່າ ການ​ປະກາດ​ຜົນ​ຂອງ​ຄະນະ​ກໍາມະການ​ເລືອກ​ຕັ້ງ​ນັ້ນ ຈະ​ບໍ່​ເຮັດ​ໃຫ້​ພັກກູ້​ຊາດ​ກໍາປູ​ເຈຍ ຫຼື CNRP ​ລົດ​ລະ
ຄວາມພະຍາຍາມ​ ​ເພື່ອ​ຈະ​ຕ່າວ​ປິ້ນ ຜົນ​ການ​ເລືອກ​ຕັ້ງ​ແຕ່​ຢ່າງ​ໃດ ​ເຖິງ​ແມ່ນ​ທາງ​ການ​ກໍາປູ​ເຈຍ​ໄດ້​ຍຸຕິຂັ້ນ​ຕອນ​ການຂໍ​ອຸທອນ​ແລ້ວ​ກໍ​ຕາມ.

​ເມື່ອ​ວັນ​ເສົາ​ວານ​ນີ້ ປະຊາຊົນ​ທີ່​ສະໜັບສະໜຸນ​ຝ່າຍ​ຄ້ານ​ເກືອບ 20,000 ​ໄດ້​ພາກັນ​ເດີນ​ຂະ​ບວນປະ​ທ້ວງ​ທີ່​ນະຄອນຫຼວງພະນົມ​ເປັນ ​ເພື່ອ​ສະໜັບສະ​ໜຸນໃຫ້​ມີ​ການ​ສືບສວນ​ສອບ​ສວນ​ ການ​ໂກງ​ການ​ເລືອກ​ຕັ້ງ ແລະການ​ຕັດ​ສິດ​ພວກ​ປ່ອນ​ບັດ ​ບໍ່​ໃຫ້​ເຂົາ​ເຈົ້າ​ມີ​ສິດ​ອອກສຽງ ​ຢ່າງແຜ່​ຫຼາຍ​ນັ້ນ.

Cambodia Election
please wait
Embed

No media source currently available

0:00 0:00:48 0:00
XS
SM
MD
LG