ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວຟີຈີ ປ່ອນບັດ ເປັນເທື່ອທຳອິດ ນັບແຕ່ ປີ 2006 ເປັນ​ຕົ້ນມາ (ວີດີໂອ)


Fiji Election CNPK
please wait
Embed

No media source currently available

0:00 0:01:40 0:00

ຊາວຟີຈີ ໄດ້ພາກັນຢືນເຂົ້າແຖວຍາວຢຽດ ເພື່ອລໍຖ້າລົງຄະແນນສຽງ
ໃນວັນພຸດມື້ນີ້ ໃນ ການເລືອກຕັ້ງເທື່ອທຳອິດຂອງປະເທດ ນັບຕັ້ງ
ແຕ່ອະດີດຜູ້ບັນຊາ​ການກອງທັບບົກ ທ່ານ Voreqe Bainima-
ramaຍຶດອຳນາດ ໃນ ປີ 2006 ເປັນ​ຕົ້ນມາ.

ເປັນທີ່ຄາດກັນວ່າ ການເລືອກຕັ້ງໃນຄັ້ງນີ້ ຈະນຳເອົາໄຊຊະນະ
ຢ່າງງ່າຍດາຍ ມາໃຫ້ນາ ຍົກລັດຖະມົນຕີ Bainimarama ຜູ້ທີ່
ກ່າວວ່າ ການປ່ອນບັດເລືອກຕັ້ງນີ້ແມ່ນສະແດງໃຫ້ເຫັນເຖິງການ
ກັບຄືນໄປສູ່ການປົກຄອງຕາມລະບອບປະຊາທິປະໄຕ.

ພວກທີ່ພາກັນໄປປ່ອນບັດເລືອກຕັ້ງ ຫຼາຍຄົນ ໃນໝູ່ເກາະທີ່ຕັ້ງຢູ່
ໃນເຂດປາຊິຟິກໃຕ້ ທີ່ມີປະຊາກອນ 9 ແສນຄົນນັ້ນ ກ່າວວ່າ ພວກເຂົາເຈົ້າດີໃຈ ຊຶ່ງໃນທີ່
ສຸດກໍສາມາດເລືອກ​ຜູ້ນຳຂອງພວກເຂົາເຈົ້າໄດ້.

ຜູ້ລົງຄະແນນສຽງຄົນນຶ່ງ ກ່າວວ່າ: “ພວກເຮົາມີຄວາມຕື່ນເຕັ້ນຫຼາຍ. ແທ້ໆແລ້ວ ມັນ
ເປັນເວລາດົນນານແລ້ວສຳຫລັບພວກເຮົາທີ່ຈະໄດ້ລົງຄະແນນສຽງເລືອກຕັ້ງນີ້ ແລະການໄດ້ ມີຄວາມຄິດຄວາມເຫັນໃນອະນາຄົດຂອງຟີຈີ. ແມ່ນແລ້ວ, ພວກເຮົາ
ແມ່ນຕື່ນເຕັ້ນຫຼາຍ.”

ເຈົ້າໜ້າທີ່ກຳກັບການເລືອກຕັ້ງ ໄດ້ລາຍງານວ່າ ບໍ່ໄດ້ມີບັນຫາຍຸ້ງຍາກແຕ່ຢ່າງໃດ ໃນຂະ​ນະ
ທີ່ການປ່ອນບັດປິດລົງ ແລະໄດ້ກ່າວວ່າ ການນັບຄະແນນສຽງພວມເລີ້ມຂຶ້ນແລ້ວ. ຜົນຂອງ
ການນັບຄະແນນສຽງເບື້ອງຕົ້ນ ອາດຈະຊາບກັນໃນວັນພະຫັດມື້ອື່ນນີ້.

ຫຼັງຈາກທີ່ ນາຍົກລັດຖະມົນຕີ Bainimarama ໄດ້ປ່ອນບັດແລ້ວ ທ່ານໄດ້ກ່າວວ່າ ທ່ານ
ໝັ້ນໃຈວ່າ ພັກ Fiji First ຈະຊະນະເກືອບວ່າທັງໝົດຂອງບ່ອນນັ່ງຈຳນວນ 50 ບ່ອນຢູ່
ໃນສະພາແຫ່ງຊາດ.

ທ່ານ ກ່າວວ່າ “ພວກເຮົາຕ້ອງການໃຫ້ມີຂັ້ນຕອນການເລືອກຕັ້ງທີ່ໂປ່ງໃສ ແລະທ່ຽງທຳ ເພາະວ່າ ພວກເຮົາໄດ້ພົບເຫັນມາຫຼາຍແລ້ວ ໃນຮອບ 8 ປີທີ່ຜ່ານມານັ້ນ. ພວກເຮົາບໍ່ຢາກ
ໃຫ້ມີການເຮັດຜິດລະບຽບ ໂດຍປ່ຽນແປງກະຕິກາໃນມື້ສຸດທ້າຍນີ້.”

ກອງທະຫານ ໄດ້ຮັບຄຳສັ່ງໃຫ້ກຽມພ້ອມໃນເວລາທີ່ມີການປ່ອນບັດ ທ່າມກາງການເຕືອນ ຂອງເຈົ້າໜ້າທີ່ທະຫານ ຕໍ່ພວກທີ່ພະຍາຍາມຈະ“ສ້າງບັນຍາກາດແຫ່ງການນາບຂູ່ຕ່າງໆ ນັ້ນ.”

XS
SM
MD
LG