ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກີດການປະທະກັນອີກ ລະຫວ່າງ ອັຟການິສຖານ ແລະ ປາກິສຖານ (ວີດິໂອ)


ຕໍາຫລວດຊາຍແດນອັຟການິສຖານ ຕັ້ງທີ່ໝັ້ນ ຢູ່ເມືອງ Goshta ແຂວງ Nangarhar ໃນເຂດຊາຍແດນລະຫວ່າງ ອັຟການິສຖານ ແລະປາກິສຖານ, ວັນທີ 2 ພຶດສະພາ 2013.
ຕໍາຫລວດຊາຍແດນອັຟການິສຖານ ຕັ້ງທີ່ໝັ້ນ ຢູ່ເມືອງ Goshta ແຂວງ Nangarhar ໃນເຂດຊາຍແດນລະຫວ່າງ ອັຟການິສຖານ ແລະປາກິສຖານ, ວັນທີ 2 ພຶດສະພາ 2013.
ໄດ້​ເກີດການ​ປະ​ທະ​ກັນ​ໃໝ່​ໆ​ ໃນ​ວັນ​ຈັນ​ມື້​ນີ້ ລະຫວ່າງກອງ​
ທະຫານຢູ່​ໃນ​ເຂດ​ຊາຍ​ແດນ​ລະຫວ່າງອັຟກາ​ນິສຖານ ​ແລະ
ປາ​ກິ​ສຖານ ບ່ອນທີ່​ທະຫານ​ຂອງທັງ​ສອງ​ປະ​ເທດ ​ໄດ້​ຍິງປືນ​
ຕໍ່ສູ້​ກັນ ​ໃນ​ອາທິດ​ແລ້ວ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ອັ​ຟກາ​ນິສຖານ ກ່າວ​ວ່າ ການ​ຍິງ​ກັນ​ໄດ້​ເກີດ
ຂື້ນ​ຫລັງ​ຈາກທະຫານ​ປາ​ກິ​ສຖານ ​ໄດ້​ກັບ​ຄືນ​ໄປ​ບ່ອນປາກປະ
ຕູ​ຊາຍ​ແດນ ຊຶ່ງທັງ​ສອງ​ຝ່າຍ ພາກັນ​ອ້າງ​ເອົາ​ກໍາມະສິດ​ນັ້ນ.

ຍັງ​ບໍ່​ເປັນ​ທີ່​ແຈ້ງຂາວ​ເທື່ອ​ວ່າ ໄດ້ມີການ​ລົ້ມ​ຕາຍ​ຫລື​ໄດ້ຮັບ
​ບາດ​ເຈັບ ຈາກ​ການຕໍ່ສູ້​ກັນ​ໃນ​ວັນ​ຈັນມື້​ນີ້ ​ຫລື​ບໍ່.

ອາທິດ​ແລ້ວ​ນີ້ ການ​ຍິງ​ກັນ​ຂ້າມຊາຍ​ແດນ​ໄດ້​ເຮັດ​ໃຫ້ທະຫານ
ຍາມ​ຊາຍ​ແດນ ອັຟກາ​ນິສຖານ ຄົນ​ນຶ່ງ​ເສຍ​ຊີວິດ ​ແລະ​ໜ່ວຍ
​ຮັກສາ​ຄວາມ​ປອດ​ໄພປາ​ກິ​ສຖານ ສອງ​ຄົນ ​ໄດ້​ຮັບ​ບາດ​ເຈັບ.

ປາ​ກິ​ສຖານ ​ແລະ​ອັ​ຟກາ​ນິສຖານ ​ໄດ້​ຖິ້ມ​ໂທດ​ໃສ່​ກັນ​ແລ​ະກັນ​
ວ່າ​ເປັນ​ຜູ້​ເລີ້ມຕົ້ນກ່​ອນ ​ໃນ​ການ​ຍິງຕໍ່ສູ້ກັນ​ໃນ​ວັນ​ພຸດ​ແລ້ວ​ນັ້ນ ຢູ່​ໃນ​ເຂດ​ທີ່​ເປັນ​ສະໜາມ
ລົບທີ່ສໍາຄັນ ​ໃນ​ການຕໍ່​ສູ້ຕ້ານພວກ​ກໍ່​ການ​ຮ້າຍ ທາ​ລິ​ບານ ​ທີ່​ປະຕິບັດ​ງານ​ຢູ່ໃນ​ສອງ​ປະ
ເທດ. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການຍິງ​ປືນ​ໃຫຍ່​ໃສ່​ກັນ ​ໄດ້​ດໍາ​ເນີນ​ໄປ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ
ແລະ​ສຸມ​ໃສ່​ບໍລິ​ເວນ​ປະຕູ​ຊາຍ​ແດນ ທີ່ເປັນ​ຂໍ້​ໂ​ຕ້​ແຍ້​ງກັນ​ນັ້ນ.

ຊາວ​ອັຟກາ​ນິສຖານ ຫລາຍ​ຮ້ອຍ​ຄົນ​ ພາກັນ​ເດີນ​ຂະ​ບວນປະ​ທ້ວງ​ປາ​ກິ​ສຖານ ໃນ​ວັນເສົາ​
ທີ່​ຜ່ານ​ມາ ​ຢູ່​ຕາມ​ຖະໜົນ​ຫົນ​ທາງໃນເມືອງ Asadabad ​ເມືອງ​ຫລວງ​ຂອງ​ແຂວງ Kunar.
ພວກ​ປະ​ທ້ວງ​ພາກັນ​ຈູດ​ທຸງຊາດປາ​ກິ​ສຖານ ​ແລະ​ຮ້ອງດ່າ​ປະນາມ ປາ​ກິ​ສ​ຖານ.​

ເບິ່ງວີດິໂອກ່ຽວກັບ ການປະທ້ວງຂອງຊາວອັຟການິສຖານ:

Afghan
please wait
Embed

No media source currently available

0:00 0:00:32 0:00
XS
SM
MD
LG