ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສູ້ລົບຍັງດຳເນີນຕໍ່ຢູ່ ທັ໊ງໆທີ່ໄດ້ ຕົກລົງຢຸດຍິງໃນ ເຢເມນແລ້ວ


ເຮືອນຫຼາຍຫຼັງໄດ້ຮັບຄວາມເປ່ເພເສຍຫາຍ ຢູ່ເມືອງ Mokha ທາງພາກຕາເວັນຕົກຂອງປະເທດ ເຢເມນ, ຫຼັງຈາກຖືກໂຈມຕີທາງອາກາດໂດຍ ແນວໂຮມ ນຳໜ້າໂດຍ ຊາອຸດີ ອາເຣເບຍ. 26 ກໍລະກົດ 2015​
ເຮືອນຫຼາຍຫຼັງໄດ້ຮັບຄວາມເປ່ເພເສຍຫາຍ ຢູ່ເມືອງ Mokha ທາງພາກຕາເວັນຕົກຂອງປະເທດ ເຢເມນ, ຫຼັງຈາກຖືກໂຈມຕີທາງອາກາດໂດຍ ແນວໂຮມ ນຳໜ້າໂດຍ ຊາອຸດີ ອາເຣເບຍ. 26 ກໍລະກົດ 2015​

ການ​ໂຈມ​ຕີ​ທາງ​ອາກາດຂອງ​ແນວ​ໂຮມ ທີ່​ນຳພາ​ໂດຍ ຊາ​ອຸ​ດີ
ອາ​ເຣ​ເບຍ ​ໄດ້​ຖືກ​ໂຈະ ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນ​ການ​ເລີ້ມ​ຕົ້ນຂອງ​ຂໍ້​ຕົກລົງ​ຢຸດ​ຍິງ ​ດ້ານ​ມະນຸ​ສະ​ທຳ​ເປັນ​ເວລາ 5 ມື້ ເຖິງ​ແມ່ນວ່າ ການ​ຕໍ່ສູ້​ກັນຢ່າງ​ໜັກ​ທາງ​ພາກ​ພື້ນ​ດິນ ຍັງມີ​ສືບ​ຕໍ່​ໄປ ​ຢູ່​ໃນ​ບາງ​ບໍລິ​ເວນ ກໍ​ຕາມ ຫຼັງຈາກ​ພວກ​ກະບົດ Houthi ​ໄດ້ປະຕິ​ເສດຂໍ້​ຕົກລົງ​ຢຸດ​ຍິງດັ່ງກ່າວ​.

​ໃນ​ວັນ​ຈັນ​ມື້​ນີ ມີ​ລາຍ​ງານ​ການ​ໂຈມ​ຕີຫຼາຍບັ້ນ ​ໂດຍ​ພວກ​ກະບົດ ຢູ່​ໃນ​ຫຼາຍໆ​ເຂດທາງພາກ​ໃຕ້​ ຂອງ​ປະ​ເທດ​ ເຢ​ເມນ.

ກຸ່ມ​ແນວ​ໂຮມທີ່​ໄດ້​ຕໍ່ສູ້​ກັບ​ພວກ​ກະບົດ Houthi Shi’ite ​ເຊິ່ງ​ເປັນ​ພັນທະ​ມິດ​ກັບ ​ອິຣ່ານ ດ້ວຍ​ການ​ໂຈ​ມຕີ​ທາງ​ອາກາດໃນ​ຮອບ​ສີ່​ເດືອນຜ່ານ​ມາ ​ໄດ້​ປະກາດ​ການ​ຢຸດ​ຍິງ​ຊົ່ວຄາວ​ເພື່ອ​ອະນຸຍາດ​ໃຫ້​ມີ​ການ​ສົ່ງ​ສະບຽງ ​ແລະ ​ເຄື່ອງ​ໃຊ້ຕ່າງໆເຂົ້າ​ໃນ ​
ເຢ​ເມນ ​ເຊິ່ງ​ຂາດ​ແຄ​ນ ​ແລະ ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ໜັກ.

​ໃນ​ວັນ​ອາທິດ​ວານ​ນີ້, ຫົວໜ້າ​ພວກ​ກະບົດ Houthi ນາຍ Abdel-Malek al-Houthi ​ກ່າວ​ວ່າ ການ​ຢຸດ​ຍິງ​ ພຽງ​ແຕ່​ຈະໃຫ້​ຜົນ​ປະ​

ໂຫຍ​ດ​ແກ່ ພວກ​ຫົວ​ຮຸນ​ແຮງ ລັດອິສລາມ ​ແລະ al-Qaida ​ເທົ່າ​ນັ້ນ. ນາຍ al-Houthi ​ໄດ້ຖືກອ້າງ​ອີງຢູ່​ໃນ​ບັນຊີສື່​ສັງຄົມ Twitter ວ່າ “ການສູ້ລົບ​ຈະ​ດຳ​ເນີນ​ຕໍ່​ໄປ ​ແລະ ສົງຄາມຍັງ​ບໍ່​ສິ້ນ​ສຸດ​ເທື່ອ.”

XS
SM
MD
LG