ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກກະບົດ ແລະທະຫານ ທ່ານ Assad ປະທະກັນ ເປັນມື້ທີສອງ (ສະໄລດ໌)


ຄວັນໄຟລຸກຂຶ້ນຈາກວັດສາສະໜາອິສລາມ ແລະຕຶກອີກຫລັງນຶ່ງ ໃນຂະນະທີ່ມີການຕໍ່ສູ້ກັນຢ່າງໜັກ ລະຫວ່າງ ກອງທັບຊີເຣຍ​ເສລີຂອງຝ່າຍກະບົດ ແລະກໍາລັງທະຫານຂອງ ທ່ານ Bashar
al-Assad ໃນນະຄອນຫລວງ Damascus ໃນວັນທີ 6 ກຸມພາ 2013.
ຄວັນໄຟລຸກຂຶ້ນຈາກວັດສາສະໜາອິສລາມ ແລະຕຶກອີກຫລັງນຶ່ງ ໃນຂະນະທີ່ມີການຕໍ່ສູ້ກັນຢ່າງໜັກ ລະຫວ່າງ ກອງທັບຊີເຣຍ​ເສລີຂອງຝ່າຍກະບົດ ແລະກໍາລັງທະຫານຂອງ ທ່ານ Bashar al-Assad ໃນນະຄອນຫລວງ Damascus ໃນວັນທີ 6 ກຸມພາ 2013.
ພວກກະບົດທີ່ຕໍ່ຕ້ານປະທານາທິບໍດີຊີ​ເຣຍ ທ່ານ Bashar
al-Assad ພວມຕໍ່ສູ້ກັບກໍາລັງຮັກສາຄວາມສະຫງົບ​ຂອງ
ລັດຖະບານ ​ຢູ່ນະຄອນຫລວງ Damascus ເປັນມື້ທີສອງ
ລຽນຕິດ.

ພວກນັກເຄື່ອນໄຫວເວົ້າວ່າ ການສູ້ລົບກັນໃນວັນພະຫັດມື້ນີ້
ໄດ້ເພັ່ງເລັງໃສ່ພາກຕາເວັນອອກແລະພາກໃຕ້ຂອງນະຄອນ
ດັ່ງກ່າວ ແລະລວມມີ​ການລະດົມ​ຍິງ​ປືນ​ໃຫຍ່​ໂຈມ​ຕີຢ່າງໜັກ
ຈາກກໍາລັງ​ທະຫານລັດຖະບານຊີເຣຍ.

ອົງການຂ່າວ SANA ຂອງທາງການຊີເຣຍ ຍັງໄດ້ລາຍງານອີກ
ວ່າ ສິ່ງທີ່ອົງ ການນັ້ນເອີ້ນວ່າ “ພວກກໍ່ການຮ້າຍ” ໄດ້ຍິງປືນ
ໃຫຍ່ໃສ່ອູ່ສ້ອມລົດແຫ່ງນຶ່ງ ຢູ່ ໃນເຂດຄຸ້ມທາງເໜືອຂອງນະ
ຄອນຫຼວງ ຊຶ່ງໄດ້ເຮັດໃຫ້ຫລາຍຄົນໄດ້ຮັບບາດເຈັບ. ລັດຖະບານຊີເຣຍມັກຈະໃຊ້ຄໍາວ່າ “ພວກກໍ່ການຮ້າຍ” ເພື່ອເອີ້ນພວກກະ ບົດ.

ການສູ້ລົບຢ່າງ​ໜັກ ໄດ້ລະເບີດຂຶ້ນຢູ່ທີ່ນະຄອນຫລວງ Damascus ໃນວັນ ພຸດວານນີ້ ໂດຍທີ່ກອງທັບຊີເຣຍ​ເສລີຂອງຝ່າຍກະບົດເວົ້າວ່າ ຕົນໄດ້​ເລີ້ມການ ປະຕິບັດງານ ເພື່ອ “ປົດປ່ອຍ” ນະຄອນຫຼວງ​ແລ້ວ.

ກຸ່ມ​ສິ້ງຊອມ​ສິດທິມະນຸດ​ຊີ​ເຣຍເວົ້າວ່າ ມີຫລາຍກວ່າ 170 ຄົນ ເສຍຊີວິດໃນການສູ້ລົບ ກັນຢູ່ທົ່ວປະເທດ ໃນວັນພຸດວານນີ້.

ວິກິດການໃນຊີເຣຍ ໄດ້ເລີ້ມຕົ້ນຂຶ້ນໃນເດືອນມີນາປີ 2011 ແລະນັບແຕ່ນັ້ນມາສະຫະປະ ຊາຊາດເວົ້າວ່າ ມີຫລາຍກວ່າ 60 ພັນຄົນແລ້ວ ເສຍຊີວິດໄປ.

ປະມວນພາບຫລ້າສຸດກ່ຽວກັບສະພາບການຢູ່ຊີເຣຍ:

XS
SM
MD
LG