ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການສູ້ລົບ ດຳເນີນຕໍ່ໄປ ໃກ້ກັບຊາຍແດນ ຊີເຣຍ ຕິດກັບເທີກີ


ພວກອົບພະຍົບເຄີດ ໃນຊີເຣຍ ຈາກເມືອງ Kobani ຂ້າມຊາຍແດນ ເຂົ້າໄປໃນ ເທີກີ, ວັນທີ 2 ຕຸລາ 2014.
ພວກອົບພະຍົບເຄີດ ໃນຊີເຣຍ ຈາກເມືອງ Kobani ຂ້າມຊາຍແດນ ເຂົ້າໄປໃນ ເທີກີ, ວັນທີ 2 ຕຸລາ 2014.

ມີຄວັນ​ໄຟ​ກຸ້ມ​ຂຶ້ນ ເໜືອເມືອງ​ຍຸດ​ທະ​ສາດຊາຍ​ແດນ Kobani
ຂອງ​ຊີ​ເຣຍ ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ຂະນະ​ການ​ສູ້​ລົບ​ກັນດຳ​ເນີນ
​ໄປ​ຢ່າງ​ດຸ​ເດືອດ ລະຫວ່າງ​ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ລັດ​ອິສລາມ
​ແລະ​ກຳລັງ​ຊາວ​ເຄີ​ດ ທີ່​ໄດ້​ຮັບ​ການໜຸນຫຼັງ​ຈາກ​ການ​ໂຈມ​ຕີ
​ທາງ​ອາກາດ ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ.

ການ​ສູ້​ລົບ​ກັນ​ໃນ​ມື້​ນີ້ແມ່ນ​ຕິດຕາມ​ມາ ຫຼັງ​ຈາກ​ບັນດາ​ເຈົ້າ​ໜ້າ​
ທີ່ຊາວ ​ເຄີ​ດ ກ່າວ​ວ່າ ກຳລັງ​ຂອງ​ກຸ່ມ IS ລະດົມ​ຍິງປືນ​ໃຫຍ່​ໃສ່
​ເມືອງ Kobani ມາ​ຈາກ 3 ດ້ານ​ໃນ​ວັນ​ເສົາ​ວານ​ນີ້.

ການ​ໂຈມ​ຕີ​ດັ່ງກ່າວ​ເປັນຄວາມ​ພະຍາຍາມ​ຄັ້ງ​ຫຼ້າ​ສຸດ​ຂອງ​ພວກ
​ຫົວ​ຮຸນ​ແຮງ​ເພື່ອ​ຢາກ​ຍຶດ​ເອົາ​ເມືອງ​ Kobani.

ມີ​ການ​ກະ​ປະມານ​ກັນ​ວ່າ ມີ​ປະຊາຊົນ​ຈຳນວນ 160 ພັນ​ຄົນ ຫຼື​ຫຼາຍ​ກວ່າ​ນັ້ນ ​ໄດ້​ຂ້າມ​ຊາຍ
​ແດນເຂົ້າ​ໄປ​ໃນ​ເທີ​ກີ ​ເພື່ອ​ຫລົບໜີ​ຈາ​ການ​ສູ້​ລົບ​ກັນ​ໃນ​ເຂດ​ອ້ອມ​ແອ້ມເມືອງ Kobani ຊຶ່ງ
ກ່າວ​ກັນ​ວ່າ ບັດ​ນີ້​ ເປັນ​ວິ​ກິດ​ການ​ທີ່​ບົດ​ບັງສົງຄາມ​ກາງ​ເມືອງ​ທີ່​ກວ້າງໃຫຍ່​ກ່ວາຂອງ​ຊີເຣຍ
ນັ້ນ.

​ເມືອງ Kobani ​ແລະ​ບັນດາ​ຂົງ​ເຂດ​ອ້ອມ​ແອ້ມ ​ໄດ້​ຖື​ກ​ພວກ​ນັກ​ຕໍ່ສູ້​ລັດອິສລາມ ​ໂຈມ​ຕີ​
ມາ​ຕັ້ງ​ແຕ່​ກາງ​ເດືອນ​ກັນຍາ ໃນ​ຄວາມ​ພະຍາຍາມ​ເພື່ອ ​ໄຂເສ້ນ​ທາງ​ເຊື່ອມ​ຕໍ່​ກັນໂດຍ​ກົງ​ ລະຫວ່າງ​ທີ່​ໝັ້ນ​ແຫ່ງ​ຕ່າງໆ​ຂອງ​ພວກ​ເຂົາ​ໃນ​ແຂວງ Aleppo ຂອງ​ຊີ​ເຣຍ ​ກັບທີ່​ໝັ້ນ​ຂອງ​ພວກເຂົາ​ ຢູ່​ເມືອງ Raqqa ທາງ​ທິດຕາ​ເວັນ​ອອກ​ນັ້ນ. ກຸ່ມ​ລັດ​ອິສລາມ​ໄດ້​ຍຶດ​ເອົາ​ຫລາຍ
ສິບໝູ່​ບ້ານ​ຂອງ​ຊາວ​ເຄີ​ດ ທີ່ຢູ່​ໃກ້ໆ​ນັ້ນ.

​ໃນ​ການ​ເຄື່ອນ​ໄຫວ​ອີກ​ດ້ານ​ນຶ່ງ ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Joe Biden ​ໄດ້​ຂໍ
ຂະ​ມາ​ໂທດ ​ຕໍ່​ປະທານາທິບໍດີ Recep Tayyip Erdoyan ທີ່ທ່ານ​ໄດ້​ກ່າວ​ຄຳ​ເຫັນອອກ
ມາ ທີ່ສະ​ເໜີ​ແນະ​ວ່າ ເທີ​ກີໄດ້​ອະນຸຍາດ​ໃຫ້​ພວກ​ນັກ​ຕໍ່ສູ້​ກຸ່ມ​ລັດ​ອິ​ສ​ລາມ ​ຜ່ານ​ຊາຍ​ແດນ
ຂອງ​ຕົນ​ເຂົ້າ​ໄປ​ໃນ​ຊີ​ເຣຍ ​ແລະ​ຊ່ອຍ​ປະກອບ​ອາວຸດ​ພວກ​ກຸ່ມ​ຫົວ​ຮຸນ​ແຮງ​ຕ່າງໆ​ນັ້ນ.

XS
SM
MD
LG