ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຽງປືນ ແລະສຽງເຮືອບິນລົບ ຍັງໄດ້ຍິນ ຈາກການສູ້ລົບ ຢູ່ເມືອງ Kobani


ISLAMIC STATE VO
please wait
Embed

No media source currently available

0:00 0:01:05 0:00

ການ​ສູ້​ລົບຍັງ​ດຳ​ເນີນ​ຢູ່​ຕໍ່ມາທີ່ເມືອງ Kobani ​ໃນພາກ​ເໜືອ
ຂອງ​ຊີ​ເຣຍ ໃນ​ວັນ​ອັງຄານ​ມື້​ນີ້ ໂດຍໄດ້ຍິນສຽງ​ທີ່ເຄີຍໄດ້ຍິນ
ມາແລ້ວນັ້ນກໍຄືສຽງ​ປືນ​ແລະສຽງ​ເຮືອ ບິນ​ລົບ​ບິນຢູ່​ເທິງຟ້າ
ອັນ​ເປັນ​ສັນຍານໃຫ້ຮູ້​ໃນ​ຄວາ​ມພະຍາຍາມເພື່ອປ້ອງ​ກັນບໍ່
ໃຫ້ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ເຂົ້າ​ຍຶດ​ເອົາເມືອງດັ່ງກ່າວ
ຈາກກອງ​ກຳລັງ ຊາວເຄີ​ດ.

ບັນ​ດາ​ກ້ອງຖ່າຍພາບ ທີ່​ຕັ້ງ​ຢູ່​ກົງກັນຂ້າມ​ ຢູ່ໃນເຂດຊາຍ
​ແດນ ຂອງ​ເທິ​ກີ ​ໄດ້​ບັນທຶກໃນ​ອັນ​ທີ່​ປາ​ກົດ​ວ່າ​ເປັນ​ການ​ໂຈມ​
ຕີ​ທາງ​ອາກາດ​ຮອບໃໝ່ ​ໂດຍກຸ່ມແນວ ໂຮມພາຍໃຕ້ກາ​ນນຳ
ພາ​ຂອງສະຫະລັດ ທີ່​ໄດ້ແນເປົ້າ​ໝາຍ ໃສ່ກຸ່ມ​ລັດ​ອິສລາມ ​
ໃນ​ຊີ​ເຣຍ​ເປັນ​ເວລາ​ກວ່າ​ນຶ່ງ​ເດືອນມາແລ້ວ. ຮູບ​ພາບວີ​ດີ​ໂອຮວມ​ທັງ​ສຽງ​ເຮືອ​ບິນ​ລົບອາຍ
ພົ່ນ ທີ່​ບິນ​ຜ່ານ​ໄປ ຫລັງ​ຈາກ​ນັ້ນ​ ກໍໄດ້​ມີ​ສຽງ​ລະ​ເບີດ​ຂະໜາດແຮງ​ ທີ່ສົ່ງແປວ​ຄວັນ​ກຸ່ມ
ຂຶ້ນສູ່​ທ້ອງຟ້າ.

ບັນດາ​ນັກ​ລົບຊາວ​ເຄີ​ດຄາດວ່າ ກຳລັງ peshmerga ຈາກເຂດ ​Kurdistan ຂອງອີຣັກ ຈະມາເຖິງເພື່ອຮ່ວມສູ້​ລົບ​ ທີ່​ເມືອງ Kobani ພາຍໃນ​ຕົ້ນອາທິດ​ນີ້.

​ຝຸງ​ບິນ​ຂອງແນວໂຮມ ຍັງ​ໄດ້​ປະຕິບັດ​ງານໂຈມຕີ​ທາງ​ອາກາດຢູ່​ທີ່ອີຣັກ ຊຶ່ງເປັນ ​ເພື່ອນ
ບ້ານ ໃນ​ຄວາມ​ພະຍາຍາມ​ ​ເພື່ອ​ຊ່ວຍ​ໃຫ້​ກຳລັງ​ອີຣັກຍຶດ​ຄືນ​ເອົາດິນແດນ ຈາກພວກຫົວ​
ຮຸນ​ແຮງ Sunni ​ທີ່​ໄດ້ບຸກໂຈມຕີແລະຍຶດເອົາຂົງ​ເຂດອັນ​ກວ້າງ​ໃຫຍ່ໃນພາກ​ເໜືອ ​ແລະ​
ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ​ໃນ​ເດືອນ​ກໍ​ລະ​ກົດ ​ແລະ​ສິງຫາທີ່ຜ່ານມານີ້.

XS
SM
MD
LG