ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

58 ຄົນ ເສຍຊີວິດ ໃນການໂຈມຕີ ຄຸ້ມບ່ອນຢູ່ ຂອງ ສປຊ ທີ່ຊູດານໃຕ້ (ວີດີໂອ)


ລັດຖະມົນຕີ ຕ່າງປະເທດ ຊູດານໃຕ້ ທ່ານ Barnaba Marial Benjamin ກຳງລັງຖະແຫລງ ຕໍ່ກອງປະຊຸມນັກຂ່າວ.
ລັດຖະມົນຕີ ຕ່າງປະເທດ ຊູດານໃຕ້ ທ່ານ Barnaba Marial Benjamin ກຳງລັງຖະແຫລງ ຕໍ່ກອງປະຊຸມນັກຂ່າວ.
ບັນດາ​ເຈົ້າ​ໜ້າ​ທີ່ ສະຫະ​ປະຊາ​ຊາດ ກ່າວ​ວ່າ ຈຳນວນ​ຜູ້ເສຍ​
ຊີວິດ ​ໃນ​ການ​ໂຕມຕີ​ ຄຸ້ມບ່ອນຢູ່​ຂອງອົງການ ສະຫະປະຊາ
ຊາດ ​ເມື່ອ​ວັນ​ພະຫັດ​ຜ່ານ​ມາ ທີ່ ຊູ​ດານ​ໃຕ້ ​ໄດ້​ເພີ້​ມຂື້ນ​ເປັນ
58 ຄົນ ​ແລະ​ຫລາຍ​ກວ່າ 100 ຄົນ​ໄດ້​ຮັບ​ບາດ​ເຈັບ.

ພວກ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ຜູ້​ເຄາະ​ຮ້າຍ​ແມ່ນ​ມີ​ຮວມ​ທັງ ພວກ​ຜູ້
ຍິງ​ແລະ​ເດັກນ້ອຍ ແລະ​ວ່າ ຜູ້​ເຄາະ​ຮ້າຍ​ຫລາຍ​ຄົນ​ເປັນ ຊາ​ວ
ເຜົ່າ Nuers ທີ່​ໄດ້​ພາກັນເຂົ້າ​ໄປ​ລີ້​ໄພ​ຢູ່​ໃນ​ຄຸ້ມ​ດັ່ງກ່າວ ໃນ​
ເມືອງ Bor ຫລັງ​ຈາກໄດ້​ມີການ​ສູ້​ລົບເກີດ​ຂື້ນ ​ໃນ​ປະ​ເທດ
ທ້າຍ​ປີ​ກາຍ​ນີ້.

ບັນດາ​ຜູ້​ເຫັນເຫດການ ກ່າວ​ວ່າ ພວກ​ທຳ​ການ​ໂຈມ​ຕີ ​ໄດ້​ພາກັນ​ປະ​ທ້ວງ​ຢູ່​ຕໍ່ໜ້າຄຸ້ມ
​ກ່ອນສະຖານະການ​ໄດ້ປ່ຽ​ນ​ໄປ​ເປັນ​ຮຸນ​ແຮງ. ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດ ກ່າວ​ວ່າ
ພວກປະ​ທ້ວງ​ທີ່​ຖື​ອາວຸດ ​ໄດ້​ພາກັນ​ບຸກ​ເຂົ້າໄປໃນ​ຄ້າຍ ​ແລະ​ຍິງໃສ່ພວກ​ພົນລະ​ເຮືອນ.

ແຕ່​ວ່າ ລັດຖະມົນຕີ ກະຊວງ​ຖະ​ແຫລ​ງຂ່າວ ຊູ​ດານ​ໃຕ້ ທ່ານ Michael Makuei ກ່າວ​
ວ່າ ໜ່ວຍ​ປະຕິບັດ​ງານຈາກສະຫະ​ປະຊາ​ຊາດ ຫລື​ໜ່ວຍ UNMISS ​ໄດ້​ຍິງ​ປືນ​ຂື້ນ​ຟ້າ
ອັນ​ເປັນ​ການ​ກໍ່ກວນ​ໃຫ້ເກີດການ​ໂຈມ​ຕີ.
SOUTH SUDAN VOSOTVO
please wait
Embed

No media source currently available

0:00 0:01:07 0:00
XS
SM
MD
LG