ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ al-Shabab ສັງຫານ 15 ຄົນ ໃນການໂຈມຕີ ເມືອງ Mpeketoni ຂອງ ເຄັນຢາ (ສະໄລດ໌/ວີດີໂອ)


ລົດຫລາຍຄັນ ໄດ້ຖືກຈູດເຜົາຢູ່ຕາມທາງໄປສູ່ເມືອງ Mpeketon ປະເທດເຄນຢາ.
ລົດຫລາຍຄັນ ໄດ້ຖືກຈູດເຜົາຢູ່ຕາມທາງໄປສູ່ເມືອງ Mpeketon ປະເທດເຄນຢາ.
ພວກ​ທີ່​ສົງ​ໄສວ່າ ເປັນກຸ່ມ​ຫົວ​ຮຸນ​ແຮງ al-Shabab ໄດ້ທຳ​
ການໂຈມຕີ​ເປັນເທື່ອທີ​ສອງ ຢູ່ເມືອງ Mpeketoni ຂອງ​
ເຄັນ​ຢາ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 15 ຄົນ.

ບັດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຕຳ
ຫລວດ 2 ຄົນແມ່ນຮວມ​ຢູ່​ໃນ​ຈຳນວນພວກ​ເສຍ​ຊີວິດ ໃນ
​ການ​ໂຈມ​ຕີ​ຕອນ​ກາງຄືນຢູ່​ທີ່​ເມືອງ​ແຄມ​ຝັ່ງທະ ເລດັ່ງກ່າວ.
ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ພວກ​ມືປືນຍັງ​ໄດ້ຈູດ​ເຜົາ
​ເຮືອນ​ຫລາຍ​ຫລັງ.

ລັດຖະມົນຕີ​ກະຊວງພາຍ​ໃນ ທ່ານ Joseph Ole Lenku
ກ່າວ​ວ່າ ບັນດາ​ຜູ້​ໂຈມ​ຕີ​ໄດ້ທຳ​ລາຍ​ອຸບປະກອນສື່ສານ ​ບໍ່ດົນຫລັງຈາກການໂຈມ
ຕີ​ເລີ້ມ​ຂຶ້ນ.

ກຸ່ມ al-Shabab ທີ່ເປັນ​ເຄືອຂ່າຍ​ຂອງພວກກໍ່ການຮ້າຍ al-Qaida ​ໄດ້​ອ້າງ​ເອົາ​ຄວາມ​
ຮັບ​ຜິດ​ຊອບ​ ໃນການ​ໂຈມ​ຕີ​ ໃນ​ວັນ​ຈັນວານນີ້ ​ແລະເວົ້າ​ວ່າປະມານ 20 ຄົນ​ໄດ້​ຖືກຂ້າ
ຕາຍ. ກຸ່ມ​ຫົວ​ຮຸນ​ແຮງ ທີ່ມີຖານປະຕິບັດງານຢູ່​ໂຊມ​າ​ເລຍດັ່ງ ກ່າວ ຍັງ​ໄດ້​ອ້າງ​ເອົາ
​ຄວາມ​ຮັບຜິດຊອບ ​ໃນການບຸກໂຈມຕີເມືອງ Mpeketoni ທີ່​ໄດ້​ເຮັດ​ໃຫ້​ປະມານ 52
ຄົນເສຍ​ຊີວິດນັ້ນ.

ບັນດາ​ຜູ້​ເຫັນ​ເຫດການ ກ່າວໃນວັນອາທິດຜ່ານມານີ້​ວ່າ ພວກ​ມື​ປືນຢ່າງ​ໜ້ອຍ 30 ຄົນ
​ໄດ້​ຂີ່​ລົດ​ຫລາຍ​ຄັນ ເຂົ້າ​ໄປໃນ​ເມືອງດັ່ງກ່າວ ​ແລະ​ໂຈມຕີ​ໂຮງ​ແຮມ ປ້ອມ​ຕຳຫລວດແຫ່ງ​
ນຶ່ງ ​ເຮືອນ​ຫລາຍ​ຫລັງ​ແລະ​ສະຖານທີ່ສາທາລະນະ​ຕ່າງ​ໆ. ພວກ​ທີ່​ເສຍ​ຊີວິດຈຳນວນນຶ່ງ
​ໄດ້​ພາກັນ​ໄປເຕົ້າ​ໂຮມ​ກັນ​ເບິ່ງການ​ແຂ່ງຂັນເຕະ ບານ​ໂລກ.

ຜູ້ທີ່ເຫັນເຫດການກ່າວວ່າ ພວກມືປືນ ຊຶ່ງໃນບາງກໍລະນີນັ້ນປາກົດວ່າ ໄດ້ ເຈາະຈົງໃສ່
ພວກທີ່ບໍ່ແມ່ນມຸສລິມເປັນການສະເພາະ.
KENYA ATTACK CNPK
please wait
Embed

No media source currently available

0:00 0:02:28 0:00
XS
SM
MD
LG