ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

FIFA ເລືອກເອົາ ທ່ານ Blatter ເປັນປະທານຕື່ມອີກ ທ່າມກາງຂ່າວສໍ້ໂກງ ທີ່ນອງນັນ


His Future in Question, Blatter Re-elected to Lead FIFA
please wait

No media source currently available

0:00 0:02:35 0:00

ທ່ານ Sepp Blatter ​ໄດ້ຮັບ​ໄຊຊະນະ​ຢ່າງ​ງ່າຍດາຍ​ເພື່ອເຂົ້າ
ຮັບຕຳແໜ່ງເປະ ທານອົງການ​ຄຸ້ມ​ຄອງ​ເຕະບານ​ໂລກຫຼື FIFA
​ເປັນສະໄໝທີ 5 ໃນ​ວັນ​ສຸກ​ວານ​ນີ້ ​ເຖິງ​ແມ່ນໄດ້​ມີ​ການ​ຈັບ​ກຸມ​
ພວກ​ເຈົ້າ​ໜ້າ​ທີ່ອົງການ FIFA 14 ຄົນໃນ​ຕົ້ນ​ອາ ທິດ​ນີ້​ໃນ​ຂໍ້​ຫາ
​ສໍ້ໂກງ ​ແລະ​ໄດ້ມີການ​ປະກາດ ໃນການ​ສືບສວນ ​ເບິ່ງການສໍ້​
ໂກງ​ 2 ຄະດີຊ້ອນ ກ່ຽວກັບການປະຕິບັດຂອງອົງການ FIFA
​ຢູ່່​ໃນສະຫະລັດ ​ແລະ ສະວິດ​ເຊີ​ແລນ​.

ທ່ານ Blatter ອາຍຸ 79 ປີ ​ໄດ້​ຮັບ​ຄະ​ແນນ​ 133 ສຽງ​ໃນ​ການ
ປ່ອນບັດຮອບ​ທຳ​ອິດ​ ທີ່ນະຄອນ Zurich ໃນກອງປະຊຸມ​ປະ
ຈຳ​ປີສະພາບໍລິຫານ​ ຄັ້ງ​ທີ 65 ຂອງອົງການ FIFA. ສ່ວນເຈົ້າ​
ຊາຍ Ali bin al-Hussein ​ແຫ່ງ​ Jordan ​ໄດ້​ຮັບ​ 73 ສຽງ ​ແລະ ຫລັງຈາກນັ້ນເຈົ້າຊາຍ
ກໍຍອມຮັບວ່າໄດ້ເສຍໄຊ ຊຶ່ງ​ເຮັດ​ໃຫ້ການລົງ​ຄະແນນ​ສຽງ​ຮອບ​ທີສອງບໍ່​ມີ​ຄວາມ​ຈຳ​ເປັນ.

FIFA President Sepp Blatter's Remarks, May 29, 2015
please wait

No media source currently available

0:00 0:00:51 0:00

ທ່ານ Blatter ​ຊຶ່ງເປັນ​ນັກ​ການ​ເມືອງທີ່​ສະຫລຽວສະຫລາດໄດ້ວາງຍຸດ​ທະ​ສາດ ​ກ່ຽວກັບ
ການສະໜັບສະໜຸນ ​ທ່ານ ຈາກບັນດາປະ​ເທດໃນອາ​ຟຣິກາ​ແລະ​ເອ​ເຊຍ. ​ເຈົ້າຊາຍ Ali ​ໄດ້ຮັບ​ການ​ສະໜັບສະໜູນ​ຈາກປະເທດຢູ​ໂຣບ ​ແລະບາງປະເທດ​ຈາກທະວີບ​ອາ​ເມຣິກາ
ແຕ່​ວ່າການ​ລົງ​ຄະ​ແນນ​ສຽງ​ຂອງພວກ​ເຂົາ​ເຈົ້າ ບໍ່​ສາມາດ​ຄ້ຳປະກັນການ​ໄດ້ຮັບ​ໄຊຊະນະ
ຂອງເຈົ້າຊາຍຕໍ່​ທ່ານ Blatter.

ສອງສະມາ​ຄົມ​ເຕະບານທີ່ສຳຄັນຂອງຢູໂຣບໄດ້​ຮຽກຮ້ອງ​ໃຫ້ທ່ານ Blatter ລາ​ອອກກ່ອນ ​ການປ່ອນ​ບັດ​ເລືອກ​ຕັ້ງ​ປະທານ ​ແຕ່​ທ່ານ Blatter ​ໄດ້ປະຕິ​ເສດ.

FIFA Corruption
please wait
Embed

No media source currently available

0:00 0:01:30 0:00

XS
SM
MD
LG