ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍັງມີ ການສູ້ລົບກັນ ໃນເຂດພູຜາ ທາງພາກເໜືອ ຂອງມາລີ


ທະຫານຝຣັ່ງ ສົນທະນາກັບ ທະຫານມາລີ ຢູ່ນອກເມືອງ Bourem ໃນພາກເໜືອ ຂອງມາລີ
ທະຫານຝຣັ່ງ ສົນທະນາກັບ ທະຫານມາລີ ຢູ່ນອກເມືອງ Bourem ໃນພາກເໜືອ ຂອງມາລີ
ຝຣັ່ງກ່າວ​ວ່າ ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ຍັງ​ດໍາ​ເນີນ​ຢູ່​ຕໍ່​ມາໃນເຂດ​
ພູຜາ ທາງ​ພາ​ກເໜືອ​ຂອງມາລີ ຊຶ່ງເປັນ​ພາກ​ສ່ວນນຶ່ງ​ໃນ​ການ​
ປະຕິບັດ​ງານ ກວດ​ລ້າງພວກຫົວ​ຮຸນ​ແຮງ​ຮ້າຍ​ອິສລາມ ອອກ
ຈາກ​ທີ່​ໝັ້ນ​ຂອງ​ເຂົາ​ເຈົ້າທີ່​ຍັງເຫຼືອຢູ່​ນັ້ນ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຝຣັ່ງ ທ່ານ Jean-Yves Le Drian ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ການ​ສູ້​ລົບ​ຢູ່​ໃນ​ຂົງ​ເຂດ Ifoghas ​ໃກ້​ກັບ​ຊາຍ​ແດນ Algeria ​ແມ່ນ​ແນເປົ້າ​ໝາຍໃສ່​ບໍລິ​ເວນ​ທີ່ “ກຸ່ມ​ກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງຈັດ” ພາກັນຫຼົບໜີ​ເຂົ້າ​ໄປ​.

ທະຫານ​ຝຣັ່ງ​ເຂົ້າ​ໄປ​ໃນ​ມາລີ ​ໃນ​ເດືອນ​ມັງກອນຜ່ານ​ມາ ​ເພື່ອ​ຂັບ​ໄລ່ ພວກ​ຫົວ​ຮຸນ​ແຮງ​ທີ່​ເຄື່ອນ​ກຳລັງ​ໄປສູ່​ນະຄອນຫລວງ ​ແລະ​ແຕ່​ນັ້ນ​ມາ​ກໍໄດ້​ມີ​ການ​ສົ່ງທະຫານ​ອາ​ຟຣິກາ​ໄປ​ສົມທົບ ​ເພື່ອ​ໜຸນ​ຫລັງ​ກໍ​າລັງ​ທະ ຫານ​ມາລີ.

ທ່ານ Le Drian ກ່າວ​ວ່າ ການ​ປະຕິບັດ​ງານ​ສາມາດ​ເຂົ້າ​ຄວບ​ຄຸມ​ເອົາ​ຢ່າງ​ວອງ​ໄວເອົາພາກ​ເໜືອ​ມາລີ​ເກືອບ​ໄດ້​ທັງ​ໝົດ ​ແຕ່​ວ່າ ສ່ວນ​ທີ່​ຍາກ​ລໍາບາກ​ນັ້ນ​ຍັງ​ມີ​ຢູ່. ທ່ານໄດ້​ກ່າວ​ເນັ້ນ​ເຖິງ​ບັນຫາທ້າ​ທາຍໃນການກວດ​ລ້າງ​ຂົງ​ເຂດ​ອັນ​ກວ້າງ​ໃຫຍ່ທີ່​ຍັງ​ເປັນ​ບ່ອນ​ລີ້ຊອນ​ຂອງ​ພວກ​ຫົວ​ຮຸນ​ແຮງ ຢູ່​ນັ້ນ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຝຣັ່ງຍັງໄດ້ສົນທະນາ​ເຖິງ​ຄ່າ​ໃຊ້​ຈ່າຍ​ຂອງ ​ຝຣັ່ງ ​ໃນການ​ປະຕິບັດ​ງານ ທີ່​ຕົກ​ເປັນມູນ​ຄ່າຫລາຍ​ກວ່າ 130 ລ້ານ​ໂດ​ລາ.
XS
SM
MD
LG