ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄິວບາ ຈະບໍ່ຕັ້ງຊື່ອະນຸສອນສະຖານ ສຳລັບ ທ່ານ ຟີແດລ ຄາສໂຕຣ


Fidel Castro: Dictator, Revolutionary Remembered
please wait

No media source currently available

0:00 0:04:38 0:00

ຢູ່ທີ່ພິທີໄວ້ອາໄລສຳລັບອະດີດຜູ້ນຳ ຟິແດລ ຄາສໂຕຣ ນັ້ນ ປະທານປະເທດກິວບາ ທ່ານ ຣາອູລ ຄາສໂຕຣ ໄດ້ບອກຝຸງຊົນຈຳນວນຫຼາຍສິບພັນຄົນທີ່ເຕົ້າໂຮມກັນຢູ່ ແຊນຕິອາໂກ ເດີ ກິວບາ ໃນວັນເສົາວານນີ້ວ່າ ຣັດຖະບານຈະໃຫ້ກຽດແກ່ອ້າຍຂອງເພິ່ນຕາມຄວາມປະ ສົງຂອງເພິ່ນວ່າ ຈະບໍ່ໃຫ້ມີຮູບປັ້ນອະນຸສາວະລີ ຫຼືສະຖານທີ່ສາທາລະນະໃດໆໃສ່ຊື່ຂອງ ເພິ່ນ.

ທ່ານ ຟິແດລ ຄາສໂຕຣ ໄດ້ເສຍຊີວິດ ໃນສັບດາແລ້ວນີ້ ອາຍຸໄດ້ 90 ປີ. ກະດູກຂອງເພິ່ນ ຈະນຳໄປເກັບຮັກສາໄວ້ ຢູ່ໄກ້ໆກັບກະດູກຂອງວິຣະຊົນແຫ່ງເອກກະລາດກິວບາ ໂຮເຊ ມາກຕີ. ພິທີສົ່ງສະການຈະມີຂຶ້ນໃນວັນອາທິດມື້ນີ້.

ທ່ານ ຣາອູລ ຄາສໂຕຣ ຢູ່ໃນຊຸດເຄື່ອງແບບທະຫານນາຍພົນສີ່ດາວ ໄດ້ບອກຝຸງຊົນວ່າ “ນີ້ແມ່ນຟິແດລຜູ້ທີ່ບໍ່ເຄີຍປາໄຊ ທີ່ ຜູ້ເປັນແບບຢ່າງໃຫ້ພວກເຮົາ” ທ່າມກາງສຽງໂຮ່ ຮ້ອງວ່າ “ຂ້າພະເຈົ້າແມ່ນ ຟິແດລ”.

ທ່ານ ຄາສໂຕຣ ໄວ 85 ປີ ໄດ້ກ່າວຢູ່ໃນພິທີໃນຄໍ່າຄືນນັ້ນວ່າ "ພວກເຮົາຈະເອົາຊະນະ ອຸປະສັກໃດໆກໍຕາມ ຈະເປັນຄວາມວຸ້ນວາຍຫຼືໄພຂົ່ມຂູ່ກໍຊ່າງ ໃນການສ້າງສາສັງຄົມ ນິຍົມໃນ ກິວບາ.”

ກະດູກຂອງ ຟິແດລ ຄາສໂຕຣ ໄດ້ໄປເຖິງເມືອງ ແຊນຕິອາໂກ ເດີ ກິວບາ ໃນຕອນບ່າຍ ວັນເສົາວານນີ້ ຊຶ່ງເປັນເມືອງທີ່ທ່ານໄດ້ເລີ້ມຕົ້ນການປະຕິວັດຂອງກິວບາໃນປີ 1953.

ກະດູກດັ່ງກ່າວໄດ້ຖືກນຳສົ່ງໂດຍລົດພ່ວງທີ່ລົດຈິບທະຫານສີຂຽວໝາກໂອລິບ ທີ່ແຫ່ກັນ ແກ່ໄປ ໃຊ້ເວລາສາມມື້ຂ້າມປະເທດເກາະດອນດັ່ງກ່າວ ທີ່ຝຸງຊົນພາກັນອອກມາຕ້ອນຮັບ ນັບເປັນພັນໆ ໂຮ່ຮ້ອງດ້ວຍຄຳວ່າ “ຂ້ອຍແມ່ນຟິແດລ” ໄວ້ອາໄລເວລາຂະບວນລົດແຫ່ ຜ່ານໄປ.

ການໂຮມຊຸມນຸມໃນຄໍ່າຄືນວັນເສົາວານນີມີຜູ້ເຂົ້າມາຈາກພັນທະມິດທັງຫຼາຍເຊັ່ນປະທາ ນາທິບໍດີ ນິໂກລາສ ມາດູໂຣ ແຫ່ງເວເນຊູແອລລາ ແລະນັກແຊມປຽນເຕະບານດີແອໂກ ມາຣາໂດນາ ເປັນຕົ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG