ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກອົບພະຍົບ ເຂົ້າປະເທດ ຮັງກາຣີ ໜ້ອຍລົງ ສ່ວນນຶ່ງ ໄດ້ຫັນໄປສູ່ ໂຄຣເອເຊຍ


ພວກອົບພະຍົບກຸ່ມນື່ງ ຖືກຕຳຫລວດໂຄຣເອເຊຍ ກັກໄວ້.
ພວກອົບພະຍົບກຸ່ມນື່ງ ຖືກຕຳຫລວດໂຄຣເອເຊຍ ກັກໄວ້.

ພວກອົບ​ພະຍົບ ທີ່ຂ້າມ​ຊາຍ​ແດນຢ່າງ​ຜິດກົດໝາຍ​ເຂົ້າ​ໄປ​ໃນ
​ Hungary ​ໄດ້​ຫລຸດລົງ​ຢ່າງ​ຫລວງຫລາຍ ​ໃນ​ວັນ​ອັງຄານ​ວານ​
ນີ້ ​ໃນ​ຂະນະ​ທີ່​ຫລາຍ​ສິບ​ຄົນ​ມີລາຍ​ງານ​ວ່າ ​ໄດ້​ຂ້າມ​ເຂົ້າ​ໄປ​ປະ
​ເທດ Croatia ຈາກ Serbia.

ລັດຖະບານ Hungary ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ມີ​ພຽງແຕ່ 366
ຄົນ​ທີ່​ໄດ້ຂ້າມຊາຍແດນຢ່າງ​ຜິດ​ກົດໝາຍເຂົ້າໄປໃນປະເທດ
ຖືກຈັບໃນ​ວັນ​ອັງຄານ​ວານ​ນີ້ຊຶ່ງ​ເປັນ​ມື້​ທຳ​ອິດ​ຂອງ​ການ​ຈັດຕັ້ງ
ປະຕິບັດກົດໝາຍໃໝ່​ທີ່ເຄັ່ງ​ຄັດ​ຂອງ Hungary ເພື່ອ​ລົງ​ໂທດ
ຜູ້ຄົນທີ່​ເຂົ້າ​ປະ​ເທດ​ຜິດກົດໝາຍ. ​ໃນ​ວັນ​ຈັນແລ້ວນີ້ ຕຳຫຼວດ
​ກ່າວ​ວ່າ ມີອົບພະຍົບຫລາຍເປັນປະຫວັດການ 9,380 ຄົນ​ໄດ້
​ຂ້າມ​ຊາຍແດນເຂົ້າໄປໃນປະເທດ Hungary.

​ໃນ​ຂະນະ​ດຽວ​ກັນ ກະແສຟອງຂອງອົບພະຍົບ ​ອາດ​ຫັນປ່ຽນໄປ​ທາງ​ພາກ​ໃຕ້. ມີ​ອົບພະ
ຍົບຫລາຍ​ສິບ​ຄົນ ​ໄດ້​ເຫັນ​ພາກັນ​ຂ້າມຊາຍແດນເຂົ້າ​ໄປ​ Crotia ຈາກ Serbia ​ໃນ​ວັນ​ອັງຄານວານນີ້ ​ແລະ​ເຫັນ​ຢູ່​ເຕັມ​ລົດ​ບັດຫຼາຍຄັນ ມຸ້ງ​ໜ້າ​ສູ່ທິດ​ທາງດັ່ງກ່າວ ​ຈາກ​ເມືອງ Presevo ຂອງ Serbia.

ລັດຖະມົນ​ຕີ ກະຊວງ​ພາຍ​ໃນ​ຂອງ Croatia ທ່ານ Ranko Ostojic ກ່າວ​ໃນການ​ສົນ
ທະນາຜ່ານ​ທາງ​ໂທລະພາບໃນ​ວັນ​ອັງຄານວານນີ້​ວ່າ Crotia ​ໄດ້​ຕຽມພ້ອມແລ້ວເພື່ອ
ຮັບມືກັບພວກ​ອົບ​ພະຍົບ ​ແລະ​ຈະ​ປະຕິບັດ​ແຜນ​ສຸກ​ເສີນ ຖ້າ​ຫາກ​ມີຄວາມຈຳເປັນ.

ນອກນັ້ນ​ໃນ​ວັນ​ອັງຄານວານນີ້ Serbia ກ່າວ​ວ່າ ຕົນ​ບໍ່​ມີ​ຄວາມ​ສາ​ມາດ​ທີ່​ຈະຮັບ​ມື​ກັບ
ພວກ​ອົບ​ພະຍົບຈຳນວນຫລວງຫລາຍ ທີ່​ພາກັນ​ເຕົ້າ​ໂຮມ​ຢູ່​ຕາມ​ຊາຍ​ແດນ ​ໃນ​ຂະນະ​ທີ່
Hungary ​ໄດ້ຂັບ​ໄລ່​ເຂົາ​ເຈົ້າ​ໜີ.

ລັດຖະມົນ​ຕີ ຕ່າງປະ​ເທດ Serbia ທ່ານ Ivica Dacic ກ່າວວ່າ “Serbia ບໍ່​ແມ່ນ​ສູນ
​ “ຮັບຕ້ອນ”. ທ່ານ​ຮ້ອງ​ວ່າ ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້ ທີ່ພວກ​ອົບ​ພະຍົບຕ້ອງໄດ້ກັບຄືນມາ
Serbia ​ໂດຍ​ສະ​ເພາະ ໃນຂະນະທີ່ພວກອົບພະຍົບໃນຈຳນວນຫຼາຍຂຶ້ນເລື້ອຍໆໄດ້​
ເດີ​ນທາງ​ມາ​ຈາກ Greece ​ແລະ Macedonia.

ບັນດາ​ເຈົ້າ​ໜ້າ​ທີ່ Hungary ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ປິດດ່ານຂ້າມຊາຍ​ແດນ​ ຢ່າງ​ເປັນ​
ທາງ​ການຂອງຕົນສອງແຫ່ງ ​ເພາະ​ອັນ​ທີ່​ເຂົາ​ເຈົ້າ​ກ່າວ​ວ່າບໍ່ມີການ​ຄວບ ຄຸມ​ພຽງພໍຢູ່​ທາງ
ຟາກຂອງ Serbia. ນອກນັ້ນ Hungary ຍັງ​ໄດ້​ປະກາດ ​ພາ ວະ​ສຸກ​ເສີນ ​ຢູ່​ໃນ​ສອງ​
ເມືອງທາງ​ພາກ​ໃຕ້ຂອງປະເທດ.

ພວກ​ອົບ​ພະຍົບຫລາຍ​ຮ້ອຍ​ຄົນ​ ພາກັນ​ແອອັດຢູ່ຕໍ່ໜ້າເຄື່ອງກີດຂວາງ​ໃໝ່ ​ແລະ​ທວງໃຫ້
ອະນຸຍາດ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໄປໃນປະເທດ. ​ເຂົາ​ເຈົ້າ​ພາກັນ​ຮ້ອງ​ໂຮຂຶ້ນ​ວ່າ “​ເປີດ​ຊາຍ​ແດນ
​ເປີດ​ຊາຍ​ແດນ” ​ໃນ​ຂະນະ​ທີ່​ຕຳຫລວດ​ພາກັນ​ຢືນເບິ່ງ.

EUROPE MIGRANTS
please wait
Embed

No media source currently available

0:00 0:02:20 0:00

XS
SM
MD
LG