ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກປະທ້ວງ ທີ່ເມືອງ Ferguson ແນເປົ້າໝາຍ ໃສ່ ວັນສຸກດຳ


ພວກປະທ້ວງພາກັນຢືນແອອັດ ຢູ່ສູນກາງການຄ້າ Galleria ໃນນະຄອນ St. Louis ຮ້ອງໂຮລົບກວນ ຄົນມາຊື້ເຄື່ອງຂອງ.
ພວກປະທ້ວງພາກັນຢືນແອອັດ ຢູ່ສູນກາງການຄ້າ Galleria ໃນນະຄອນ St. Louis ຮ້ອງໂຮລົບກວນ ຄົນມາຊື້ເຄື່ອງຂອງ.

ພວກ​ປະ​ທ້ວງ​ພາກັນ​ໂກດ​ແຄ້ນ ທີ່ເຈົ້າ​ໜ້າ​ທີ່ຕຳຫລວດ​ຜິວ
ຂາ​ວ ບໍ່​ຖືກ​ຟ້ອງ ​ໃນ​ການ​ສັງຫານ​ຊາວ​ໜຸ່ມ​ຜິວ​ດໍ​າ ທີ່​ບໍ່​ຕິດ
ອາວຸດ ຢູ່ທີ່​ລັດ Missouri ໃນພາກກາງສະຫະລັດ ໄດ້ພາ
ກັນຮຽກ​ຮ້ອງ​ບອຍຄອດຫລືບໍ່ຊື້ສິນຄ້າ ໃນວັນ​ສຸກ​ດຳຫລື
Black Friday ທີ່​ເປັນ​ປະ​ເພນີ​ເລີ້ມຕົ້ນ ໃນການຊື້​ເຄື່ອງ
ຂອງ ​ໃນ​ລະດູສະຫລອງບຸນຕ່າງໆນັ້ນ.

ພວກ​ປະ​ທ້ວງ​ໄດ້​ປິດສູນການຄ້າ ເປັນເວລາ​ສັ້ນໆ ຢ່າງ
ນ້ອຍສອງ​ແຫ່ງ​ໃນເຂດ ຊານ​ເມືອງຂອງນະຄອນ St Louis
ລັດ Missouri ​ໃກ້​ກັບ​ເມືອງ Ferguson ບ່ອນ​ທີ່​ເຈົ້າ​ໜ້າ​ທີ
​ຕຳຫລວດ ທ່ານ Darren Wilson ​ໄດ້ຍິງສັງຫານ ທ້າວ
Micheal Brown ອາຍຸ 18 ປີ ​ໃນ​ເດືອນ​ສິງຫາ​ທີ່​ຜ່ານ​ມາ.ພວກ​ປະ​ທ້ວງ ພາກັນລົບ​ກວນ​
ການ​ຊື້​ຂາຍ​ເຄື່ອງຂອງໃນ​ຕອນ​ກາງຄືນ ຢູ່​ທີ່​ຮ້າ​ນຄ້າ​ຕ່າງໆ​ໃນເຂດດັ່ງກ່າວ.

​ທີ່​ນະຄອນ​ New York ພວກ​ປະ​ທ້ວງ ​ໄດ້​ປິນຂື້ນ​ໄປ​ເຮືອ​ທຸງໃນຂະ​ບວນ​ແຫ່​ຂອງ​ຮ້ານ
Macy ​ແລະ​ໄດ້ອັດການຈະລາຈອນຊົ່ວ​ລະຍະ​ນຶ່ງ.

ມີ​ປະມານ 200 ຄົນ​ພາກັນ​ເດີນ​ຂະບວນປະ​ທ້ວງ​ ໃນ​ວັນ​ສຸກ​ວານ​ນີ້ ​ໃກ້​ກັບ​ Water
Tower ທີ່ນະຄອນ Chicago ຮຽກຮ້ອງ​ໃຫ້ບັນດາ​ຜູ້​ໄປ​ຊື້​ເຄຶ່ອງຢ່່າ​ຈ່າ​ຍ​ເງິນ ​ເພື່ອ​ເປັນ
​ການສະ​ແດງຄວາມ​ເປັນ​ນໍ້າ​ ນຶ່ງ​ໃຈ​ດຽວ​ກັບຊາວພວກເມືອງ Ferguson.

​ເຖິງ​ແມ່ນ​ວ່າມີ​ການ​ປະ​ທ້ວງ ການຂາຍເຄື່ອງນຶ່ງມືຫລັງຈາກ​ວັນ​ບຸນຂອບຄຸນ​ພະ​ເຈົ້າ ຫລື
Thanksgiving ກໍ​ໄດ້​ດຳ​ເນີນຢູ່ຕໍ່​ໄປ​ຕາມ​ປົກກະຕິ ໂດຍດຶງດູດ​ຜູ້​ບໍລິ​ໂພ​ກຫລາຍ​ລ້ານ​ຄົນ
​ເຂົ້າ​ໄປຊື້ເຄື່ອງ​ຕາມຮ້ານຄ້າຕ່າງໆແລະ​ຢູ່​ຕາມ​ອິນ​ເຕີ​ແນັດ.

US FERGUSON VO
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG