ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ແມ່ຍິງສະລະຊີບ ລະເບີດໂຕເອງ ຂ້ານັກຮຽນ 6 ຄົນ ແລະເຮັດໃຫ້ ອີກ 6 ຄົນ ບາດເຈັບ (ວີດີໂອ)


ລົດຂົນສົ່ງຄົນເຈັບ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພ ມາຮອດໂຮງໝໍ Murtala Muhammad ຫຼັງຈາກໄດ້ມີການໂຈມຕີ ໂດຍແມ່ຍິງວາງລະ​ເບີດ​ສະລະ
​ຊີບ​​ຄົນ​ນຶ່ງ ຢູ່ເມືອງ Kano ໃນພາກເໜືອຂອງ Nigeria, ວັນທີ 30 ກໍລະກົດ 2014.
ລົດຂົນສົ່ງຄົນເຈັບ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພ ມາຮອດໂຮງໝໍ Murtala Muhammad ຫຼັງຈາກໄດ້ມີການໂຈມຕີ ໂດຍແມ່ຍິງວາງລະ​ເບີດ​ສະລະ ​ຊີບ​​ຄົນ​ນຶ່ງ ຢູ່ເມືອງ Kano ໃນພາກເໜືອຂອງ Nigeria, ວັນທີ 30 ກໍລະກົດ 2014.

ພວກ​ເຈົ້າໜ້າ​ທີ່ໄນ​ຈີ​ເຣຍ ກ່າວ​ວ່າ ​ແມ່ຍິງວາງລະ​ເບີດ​ສະລະ
​ຊີບຄົນ​ນຶ່ງ ​ໄດ້​ສັງຫານ ຢ່າງ​ນ້ອຍ 6 ຄົນ ​ແລະ​ເຮັດ​ໃຫ້ 6 ຄົນອື່ນ
ໄດ້​ຮັບ​ບາດ​ເຈັບ ຢູ່​ເດີ່ນ​ວິທະຍາ​ໄລ​ແຫ່ງ​ນຶ່ງ​ ໃນ​ເມືອງ Kano.

ບັນດາ​ເຈົ້າໜ້າ​ທີ່ກ່າວ​ວ່າ ການ​ໂຈມ​ຕີໃນ​ວັນ​ພຸດ​ວານ​ນີ້ ຢູ່ວິທະ
ຍາ​ໄລ​ຊັບພະວິ​ຊາ ກາ​ໂນ ​ແມ່ນ​ເປັນການ​ໂຈມ​ຕີຄັ້ງທີ 4 ​ໂດຍ
​ແມ່ຍິງ ​ຢູ່ໃນ​ເມືອງດັ່ງກ່າວ ​ໃນ​ລະຍະ​ເວລາບໍ່​ຮອດ ​ນຶ່ງອາທິດ​.

ຜູ້​ໂຈມ​ຕີຫຼ້າສຸດ​ນີ້ ​ໄດ້​ລະ​ເບີດ​ໂຕ​ຂອງ​ນາງ ​ໃນ​ລະຫວ່າງ​ທີ່
ກຸ່ມ​ນັກຮຽນ​ພາກັນຢືນ​ຢູ່​ອ້ອມ​ແອ້​ມບໍລິ​ເວນ ກະດານ​ຂ່າວ​ນັ້ນ.

ບໍ່​ມີ​ກຸ່ມໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ທັນ​ທີ​ນີ້ ​ເທື່ອ ​ແຕ່ການ​ໂຈມ​ຕີຫຼາຍໆ​
ເທື່ອ ​ຢູ່​ໃນ​ເຂດ​ດຽວ​ກັນ​ນີ້ ໃນຮອບ​ອາ​ທິດ ທີ່​ຜ່ານ​ມາ ໄດ້​ຖືກຖິ້ມ​ໂທດ​ໃສ່​ພວກ​ກຸ່ມ​ຫົວ​ຮຸນ
​ແຮງອິສລາມ Boko Haram.

ບັນດາ​ນັກ​ຊ່ຽວຊານ ກ່າວ​ວ່າ ການ​ໃຊ້ພວກ​ຜູ້ຍິງ​ໂຈມຕີ ​ໃນເມືອງກາ​ໂນນັ້ນ ​ແມ່ນ​ເປັນ​
ກົນລະຍຸດ​ໃໝ່​ສຳ​ຫລັບ​ກຸ່ມ​ນີ້ ທີ່​ໄດ້​ລັກ​ເອົາ​ຕົວ​ພວກ​ນັກຮຽນ​ຍິງ​ຈຳນວນ 200 ຄົນໄປ
ໃນຕົ້ນປີ​ນີ້.

​ໃນ​ຂະນະ​ດຽວ​ກັນ ຕຳຫລວດ​ໄນ​ຈີ​ເຣຍໄດ້​ຈັບ​ກຸມ ​ເດັກ​ຍິງ​ໄວ 10 ປີ ​ຄົນ​ນຶ່ງ ທີ່ມີລະ​ເບີດ
ພັນ​ຕິດ​ໜ້າ​ເອິກ​ໄວ້ ຢູ່ໃນ​ລັດ Katsina ຕິດ​ກັນ​ນັ້ນ.

ຊາວໄນຈີເຣຍ ດຳລົງຊີວິດຢູ່ ດ້ວຍຄວາມຢ້ານກົວພວກ Boko Haram:

In Nigeria, Living in Fear (VOA On Assignment July 25, 2014)
please wait

No media source currently available

0:00 0:05:22 0:00

XS
SM
MD
LG