ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໄນຈີເຣຍ ບູຮາຣີ ພົບປະກັບ ພວກນັກຮຽນຍິງ 82 ຄົນ ຈາກ Chibok ທີ່ໄດ້ຖືກປ່ອຍໂຕ


ປະທານາທິບໍດີ ຂອງໄນຈີເຣຍ ທ່ານ Muhammadu Buhari (ຊ້າຍ) ກ່າວຖະແຫລງ ຕໍ່ພວກນັກສຶກສາຍິງ 82 ຈາກເມືອງ Chibok ທີ່ໄດ້ຖືກປ່ອຍໂຕ ໃນລະຫວ່າງການພົບປະ ກັບພວກ
ເຂົາເຈົ້າ ໃນນະຄອນຫຼວງ ອາບູຈາ ຂອງໄນຈີເຣຍ, ວັນທີ 7 ພຶດສະພາ 2017. (Source - @MBuhari)
ປະທານາທິບໍດີ ຂອງໄນຈີເຣຍ ທ່ານ Muhammadu Buhari (ຊ້າຍ) ກ່າວຖະແຫລງ ຕໍ່ພວກນັກສຶກສາຍິງ 82 ຈາກເມືອງ Chibok ທີ່ໄດ້ຖືກປ່ອຍໂຕ ໃນລະຫວ່າງການພົບປະ ກັບພວກ ເຂົາເຈົ້າ ໃນນະຄອນຫຼວງ ອາບູຈາ ຂອງໄນຈີເຣຍ, ວັນທີ 7 ພຶດສະພາ 2017. (Source - @MBuhari)

ໃນວັນອາທິດວານນີ້ ປະທານາທິບໍດີ ຂອງໄນຈີເຣຍ ທ່ານ Muhammadu Buhari
ໄດ້ພົບປະກັບພວກນັກຮຽນຍິງ 82 ຄົນ ຈາກເມືອງ Chibok ທີ່ໄດ້ຖືກລັກພາຕົວໄປ
ເມື່ອ 3 ປີກ່ອນ ໂດຍພວກຫົວຮຸນແຮງຈັດ ໂບໂກ ຮາຣາມ ແລະ ໄດ້ຖືກປ່ອຍໂຕ ຢູ່ໃນ
ເຂດພາກຕາເວັນອອກສຽງເໜືອ ທີ່ມີບັນຫາຂັດແຍ້ງ ຂອງໄນຈີເຣຍ ໃນວັນເສົາມື້ກ່ອນ.

ພາບວີດີໂອ ຂອງການພົບປະຢູ່ໃນນະຄອນຫຼວງ ອາບູຈາ ໄດ້ສະແດງໃຫ້ເຫັນ ການ
ກ່າວຄຳປາໄສຂອງທ່ານ Buhari ຕໍ່ບັນດາແຂກຄົນທີ່ງຽບສະຫງົບ ໂດຍບອກພວກ
ເຂົາເຈົ້າວ່າ “ບໍ່ມີມະນຸດຄົນໃດ ຄວນປະສົບກັບຄວາມຍາກລຳບາກແບບນີ້.”
ນອກນັ້ນ ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາ ວ່າ ລັດຖະບານຂອງທ່ານ ຈະ “ກຳກັບນຳ
ເລື່ອງສະຫວັດດີການຂອງພວກເຂົາເຈົ້າ ເປັນການສ່ວນຕົວ ....ໂດຍມອບໃຫ້ແກ່
ພວກທີ່ໄວ້ເນື້ອເຊື່ອໃຈ.”

Released Chibok Girls at Medical Center
please wait

No media source currently available

0:00 0:00:11 0:00

ລາຍລະອຽດຂອງເສັ້ນທາງໄປສູ່ຄວາມອິດສະລະພາບ ຂອງພວກເດັກຍິງດັ່ງກ່າວ
ແມ່ນຍັງບໍ່ທັນກະຈ່າງແຈ້ງ ໃນວັນອາທິດວານນີ້. ແຕ່ການປ່ອຍໂຕພວກເຂົາເຈົ້າ ໃນ
ວັນເສົາມື້ຜ່ານມາ ໄດ້ມີຂຶ້ນຫຼັງຈາກມີການເຈລະຈາທີ່ຍືດເຍື້ອ ກັບບັນດາທູດພິເສດ
ກັບ ກຸ່ມໂບໂກ ຮາຣາມ ທີ່ປະກອບດ້ວຍເງື່ອນໄຂຕ່າງໆ ເພື່ອໃຫ້ປ່ອຍໂຕພວກເດັກ
ນ້ອຍດັ່ງກ່າວ ໃນການແລກປ່ຽນກັບ ການປ່ອຍໂຕ ພວກຜູ້ບັນຊາການ ຂອງໂບໂກ
ຮາຣາມ ຜູ້ທີ່ຖືກຈັບໂຕໄວ້ນັ້ນ. ອົງການຂ່າວ AP ໄດ້ລາຍງານກ່ອນໜ້ານີ້ ໃນວັນ
ອາທິດ ວ່າ ພວກຜູ້ບັນຊາການ 5 ຄົນ ຂອງໂບໂກ ຮາຣາມ ໄດ້ຖືກປ່ອຍໂຕ ໃນການ
ແລກປ່ຽນກັນ.

Nigerian President Meets Freed Chibok Girls
please wait

No media source currently available

0:00 0:02:20 0:00

ການພົບປະກັນ ລະຫວ່າງ ພວກເດັກຍິງ ກັບ ປະທານາທິບໍດີ ໄດ້ກາຍເປັນຊ່ວງເວລາ
24 ຊົ່ວໂມງ ທີ່ເຄັ່ງຄຽດແທ້ໆ ທີ່ໄດ້ເຫັນພວກຍິງສາວຖືກນຳໂຕ ໄປຢູ່ພາຍໃຕ້ການ
ປົກປ້ອງຂອງທະຫານ ຢູ່ໃກ້ໆກັບເຂດຊາຍແດນຕິດກັບ ປະເທດກາເມຣູນ ແລະ
ຫຼັງຈາກນັ້ນມາ ກໍໄດ້ຖືກນຳໄປນະຄອນຫຼວງອາບູຈາ ໂດຍເຮືອບິນເຮລິຄອບເຕີ້.

ເມື່ອໄປຮອດນະຄອນຫຼວງ ອາບູຈາ ແລ້ວ ພວກເຂົາເຈົ້າ ກໍໄດ້ຖືກນຳໄປກວດ
ສຸຂະພາບ ແລະ ໄດ້ຖືກນຳໄປພົບກັບບັນດາສະມາຊິກຄອບຄົວຂອງພວກເຂົາເຈົ້າ
ກ່ອນໜ້າການຕ້ອນຮັບໂດຍປະທານາທິບໍດີ.

ຖະແຫລງການຂອງປະທານາທິບໍດີ ໃນເບື້ອງຕົ້ນ ໄດ້ກ່າວວ່າ ທ່ານ ບູຮາຣີ ແມ່ນມີ
ຄວາມຫວັງ ກ່ຽວກັບ ການທີ່ຈະສາມາດປົດປ່ອຍ ພວກເດັກຍິງ Chibok 113 ຄົນ
ທີ່ຍັງຖືກຄວບຄຸມໂຕຢູ່ໂດຍ ກຸ່ມໂບໂກ ຮາຣາມ. ຖະແຫລງການນີ້ ຍັງໄດ້ຍົກຍ້ອງ
ອົງການທະຫານ ແລະ ຄວາມປອດໄພ ທັງຫຼາຍ ສຳລັບບົດບາດຂອງພວກເຂົາເຈົ້າ
ໃນການນຳເອົາພວກເດັກຍິງມາໄດ້ດ້ວຍຄວາມປອດໄພ ແລະ ຕົນໄດ້ຂອບອົກ
ຂອບໃຈ ລັດຖະບານຂອງສະວິດເຊີແລນ ທີ່ໄດ້ສະໜັບສະໜູນການເຈລະຈາ
ຊຶ່ງນຳໄປສູ່ການປ່ອຍໂຕນັ້ນ.

Nigeria Chibok Girls
please wait
Embed

No media source currently available

0:00 0:00:55 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG