ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະບານກາງ ສຫລ ເຕືອນເຖິງ ການທີ່ລັດ ປະຕິເສດ ບໍ່ຮັບເອົາ ອົບພະຍົບ ຊີເຣຍ


US Refugees
please wait
Embed

No media source currently available

0:00 0:00:45 0:00

ເຊີນຊົມ ວີດີໂອ

ລັດຖະບານກາງ​ຂອງສະຫະລັດ ​ໄດ້​ເຕືອນ​ເຈົ້າ​ໜ້າ​ທີ່​ຂອງ​ລັດວ່າ ພວກ​ເຂົາ​ເຈົ້າ​ບໍ່​ມີ​ສິດອຳ ນາດທາງ​ກົດໝາຍ​ ທີ່​ຈະ​ປະຕິ​ເສດ​ໃນ​ການ​ຮັບ​ເອົາ​ພວກ​ອົບ​ພະຍົບຈາກ​ຊີ​ເຣຍ.

​ແຈ້ງ​ການ​ດັ່ງກ່າວມີ​ຂຶ້ນ​ໃນ​ຮູບ​ຈົດໝາຍ ລົງວັນ​ທີໃນວັນພຸດວານ​ນີ້ ຈາກ​ຜູ້ອຳນວຍການ​ຂອງ​ຫ້ອງການ​ການ​ຕັ້ງ​ຖິ່ນ​ຖານ​ໃໝ່​ອົບ​ພະຍົບທີ່​ເອີ້ນຫຍໍ້​ວ່າ OPR ທີ່​ສົ່ງ​ໄປ​ຫາ​ບັນດາ​ຫ້ອງການ ຕັ້ງຖິ່ນ​ຖານອົບ​ພະຍົບຂອງ​ລັດ.

ຜູ້ອຳນວຍການ​ໂຄງການ​ດັ່ງກ່າວ ທ່ານ Robert Carey ​ໄດ້​ກ່າວ​ວ່າ ລັດ​ອາດ​ບໍ່​ສາມາດ​ປະຕິ​ເສດ ຕໍ່​ການ​ໃຫ້​ຄວາມ​ຊ່ວຍເຫລືອ​ແລະ​ບໍລິການ​ຕ່າງໆຂອງໂຄງການ OPR ອິງ​ຕາມ ປະ​ເທດ​ທີ່​ມາຂອງ​ພວກ​ອົບ​ພະຍົບ ຫຼື ບໍ່​ກໍສາສະໜາ​ທີ່​ພວກ​ເຂົາເຈົ້ານັບຖື.​

ທ່ານ Carey ​ໄດ້​ກ່າວ​ເຕືອນ​ຢູ່​ໃນ​ຈົດໝາຍ ທີ່ໄດ້​ລົງ​ພິມ​ເຜີ​ຍ​ແຜ່ຕົ້ນຕໍແລ້ວ​ໂດຍ​ໜັງສືພິມ Houston Chronicle ວ່າ “ລັດໃດ ກໍ​ຕາມ​ທີ່​ປະຕິ​ເສດ​ເລື້ອງ​ອົບ​ພະຍົບນີ້ ​ອາດ​ຈະ​ຖື​ວ່າ ​ເປັນ​ການລະ​ເມີດ​ກົດໝາຍ ​ແລະ “ອາດ​ຈະຖືກ​ບັງຄັບໃຫ້​ມີ​ການ​ເອົາບາດກ້າວໃນ​ຂັ້ນຕໍ່​ໄປ.”

ຊົນເຜົ່າເທີກ ທີ່ເປັນຊາວຊີເຣຍ ທີ່ໄດ້ເຫັນໃນສູນອົບພະຍົບ ບໍ່ເທົ່າໃດ ກິໂລແມ໊ດ ຈາກ ຊາຍແດນເທີກີ - ຊີເຣຍ, 23 ເມສາ, 2013.
ຊົນເຜົ່າເທີກ ທີ່ເປັນຊາວຊີເຣຍ ທີ່ໄດ້ເຫັນໃນສູນອົບພະຍົບ ບໍ່ເທົ່າໃດ ກິໂລແມ໊ດ ຈາກ ຊາຍແດນເທີກີ - ຊີເຣຍ, 23 ເມສາ, 2013.

​ມີ​ບັນດາ​ຜູ້​ປົກຄອງ​ລັດ 20 ​ກວ່າ​ຄົນ ຊຶ່ງ​ສ່ວນ​ໃຫຍ່​ສັງກັດ​ພັກ Republican ​ໄດ້​ປະຕິຍານ​ວ່າ ຈະ​ຂັດຂວາງຄວາມ​ພະຍາຍາມ​ຂອງ​ລັດ​ຖະ​ບານ​ກາງທີ່​ຈະສົ່ງ​ພວກອົບ​ພະຍົບຊີ​ເຣຍ​ເຂົ້າໄປ​ຕັ້ງ​ຖິ່ນ​ຖານ​ໃໝ່​ ​ໃນ​ລັດ​ຂອງ​ພວກ​ເພິ່ນ ​ໂດຍ​ໂຕ້​ຖຽງ​ເຖິງວ່າ​ມີ​ຄວາມ​ສ່ຽງ​ທາງ​ດ້ານ​ຄວາມ​ປອດ​ໄພ.

ຄວາມ​ຢ້ານ​ກົວ​ເຫຼົ່ານີ້​ແມ່ນ​ໄດ້​ເນັ້ນ​ໃຫ້​ເຫັນ ຫຼັງ​ຈາກ​ທີ່​ໄດ້​ພົບວ່າ ​ຢ່າງນ້ອຍ ນຶ່ງໃນ​ພວກຫົວ ​ຮຸນ​ແຮງ​ທີ່​ທຳ​ການ​ໂຈມ​ຕີຢູ່ນະຄອນຫຼວງ​ປາຣີ ທີ່ໄດ້ເລັດ​ລອດເຂົ້າ​ໄປ​ຍັງ​ຢູ​ໂຣບ​ໃນ​ຄື້ນຟອງ​ຂອງ​ພວກອົບ​ພະຍົບຈາກ​ຊີ​ ເຣຍ.

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ຊຶ່ງ​ເປັນສະມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ມີແຜນ ​ທີ່​ຈະ​ຮັບ​ເອົາ​ອົບ​ພະຍົບຈາກ​ຊີ​ເຣຍ ຈຳນວນ 10 ພັນ​ຄົນ ​ພາຍໃນ​ປີໜ້າ.

ນັ້ນ ​ແມ່ນ​ການ​ເພີ້​ມຂຶ້ນຢ່າງ​ຫຼວງຫຼາຍຂອງອົບ​ພະຍົບຊີ​ເຣຍ ຈາກ​ປະມານ 2 ພັນ ຄົນ ທີ່​ທາງ​ສະຫະລັດ ​ໄດ້​ຮັບ​ເອົາ ນັບ​ຕັ້ງ​ແຕ່ສົງຄາມ​ການ​ເມືອງ​ໃນ​ຊີ​ເຣຍ ​ໄດ້​ເລີ້ມ​ຂຶ້ນ ​ແຕ່​ວ່າ ມັນ​ເປັນ​ພຽງ​ສ່ວນ​ນ້ອຍໆ​ຂອງ​ພວກ​ອົບ​ພະຍົບຫຼາຍ​ລ້ານ​ຄົນ ທີ່​ພາກັນ​ຫລົບໜີ​ອອກ​ຈາກ ຊີ​ເຣຍນັ້ນ.

Syrian Refugees in US Express Concern for Those Left Behind
please wait

No media source currently available

0:00 0:02:13 0:00

XS
SM
MD
LG