ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ພິພາກສາລັດຖະບານກາງ ຢຸດເຊົາການປະຫານຊີວິດໃນລັດ ອາຄັນຊໍ


ພາບນີ້ສະແດງໃຫ້ເຫັນຫ້ອງປະຫານຊິີວິດໃນເມືອງ Varner, ຣັດ ອາຄັນຊໍ. ພ້ອມດ້ວຍກ້ອງວົງຈອນປິດຕິດຕັ້ງຢູ່ໃກ້ຄຽງ. 15 ເມສາ, 2017.
ພາບນີ້ສະແດງໃຫ້ເຫັນຫ້ອງປະຫານຊິີວິດໃນເມືອງ Varner, ຣັດ ອາຄັນຊໍ. ພ້ອມດ້ວຍກ້ອງວົງຈອນປິດຕິດຕັ້ງຢູ່ໃກ້ຄຽງ. 15 ເມສາ, 2017.

ຜູ້ພິພາກສາລັດຖະບານກາງ ໃນວັນເສົາວານນີ້ ໄດ້ກີດກັ້ນແຜນການທີ່ຈະປະຫານນັກ
ໂທດ 6 ຄົນພາຍໃນສິບມື້ຂອງລັດ Arkansas.

ລັດດັ່ງກ່າວໃນເບື້ອງຕົ້ນໄດ້ມີແຜນທີ່ຈະປະຫານຊີວິດນັກໂທດ 8 ຄົນພາຍໃນ 11 ມື້ພຽງ
ສອງມື້ກ່ອນຢາ Midazolam ເຊິ່ງເປັນຢາສັກຊະນິດຮ້າຍແຮງ ມີກຳນົດໝົດອາຍຸລົງ. ແຕ່ຜູ້ພິພາກສາອີກຄົນໜຶ່ງໄດ້ອະນຸຍາດການໄວ້ຊີວິດຂອງນັກໂທດສອງຄົນ.

ນັກໂທດປະຫານຊີວິດ 9 ຄົນໄດ້ສະເໜີຄະດີດັ່ງກ່າວຕໍ່ລັດ, ໂດຍໂຕ້ຖຽງວ່າ ຢາ
Midazolam ອາດສ້າງ “ຄວາມເຈັບປວດຢ່າງຮຸນແຮງ” ຕໍ່ພວກເຂົາ.

ຜູ້ພິພາກສາເມືອງຂອງລັດຖະບານກາງທ່ານນາງ Kristine G. Baker ຈາກເມືອງ
Little Rock ກໍໄດ້ກ່າວໃນການຕັດສິນຂອງເພິ່ນເຊັ່ນກັນວ່າ ກຸ່ມປະຫານຊີວິດ ບໍ່ໄດ້ມີ
ຢາແກ້ພິດນຳພວກເຂົາເຈົ້າ ເພື່ອວ່າບາງຢ່າງຫາກຜິດພາດໄປໃນການປະຫານຊີວິດນັ້ນ ເຊິ່ງເປັນຄວາມຮັບຜິດຊອບທີ່ທ່ານນາງໄດ້ກ່າວວ່າ ເຄີຍເກີດຂຶ້ນໃນຫຼາຍກໍລະນີໃນລັດ Alabama, Arizona, Ohio ແລະ Oklahoma ໃນເວລາໃຊ້ຢາປະເພດດຽວກັນນີ້.

ທ່ານນາງ Baker ໄດ້ຂຽນໃນຄຳສັ່ງຂອງເພິ່ນໃນວັນເສົາວານນີ້ວ່າ “ກຳນົດການທີ່ໄດ້
ຖືກວາງຕໍ່ບັນດາເຈົ້າໜ້າທີ່ດັ່ງກ່າວນີ້, ພ້ອມກັບຂາດປະສົບການໃນການປະຫານ
ຊີວິດເມື່ອບໍ່ດົນມານີ້, ແມ່ນໄດ້ສ້າງຄວາມເປັນຫ່ວງ.”

ຫ້ອງການຂອງ ໄອຍະການສູງສຸດລັດ Arkansas ໄດ້ກ່າວວ່າ ການຕັດສິນ ໄດ້ຍົກເລີກ
ການຕັດສິນຄັ້ງທີ່ຜ່ານມາໂດຍການເຫັນພ້ອມຂອງ ສານອຸທອນທີ 8 ຂອງ ສະຫະລັດ ກັບສານສູງສຸດ ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG