ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ລາ​ຄາຮຸ້ນ ຢູ່ເອ​ເຊຍ ສູງ​ຂຶ້ນ ​ຫຼັງ​ຈາກ ສ​ຫລ ປະ​ກາດ​ວ່າ ຈະ​ສືບ​ຕໍ່ ກະ​ຕຸ້ນ ເສດ​ຖະ​ກິດ (ວີດີໂອ)


US Central Bank Stays Course on Monetary Stimulus
please wait

No media source currently available

0:00 0:02:25 0:00
ລິງໂດຍກົງ

ປະທານ​ທະນາຄານ​ກາງຂອງ​ສະຫະລັດ​ ທ່ານ Ben Bernanke ​

ຕະຫຼາດ​ຮຸ້ນ​ໃນເອ​ເຊຍ​ໄດ້ຖີບ​ຕົວ​ສູງ​ຂຶ້ນ ໃນ​ວັນ​ພະຫັດ​ມື້​ນີ້
ຫຼັງ​ຈາກ​ທີ່​ທະນາຄານ​ກາງ​ສະຫະລັດ​ ໄດ້ສ້າງ​ຄວາມປະຫຼາດ​ໃຈ​
ໃຫ້​ແກ່​ພວກ​ນັກ​ລົງທຶນ ​ໂດຍ​ປ່ອຍ​ໃຫ້ ການ​ດຳ​ເນີນ​ຄວາມ​ພະຍາ
ຍາມ ​ເພື່ອ​ກະຕຸ​ກະຕຸກ​ຊຸກຍູ້​ເສດຖະກິດ ​ໃນ​ເວລາ​ນີ້ ດຳ​ເນີນ​ຕໍ່​ໄປ.

ດັດ​ຊະ​ນີ​ຮຸ້ນ​ Nikkei ຂອງ​ຍີ່ປຸ່ນ ແມ່ນໄດ້ຖີບ​ຂຶ້ນສູ່​ລະດັບ​ສູງ​ສຸດ
​ໃນ​ຮອບ 8 ເດືອນ ​ໂດຍ​ມີ​ລາຄາສູງ​ຂຶ້ນ 260.82 ​ຫລືເກືອບ 2 %
ສູງ​ກວ່າ​ໃນ​ວັນ​ພະຫັດ​ມື້​ນີ້ ຕົກ​ເປັນ 14.766 ​ເຢນ. ສ່ວນຕະຫຼາດ
​ຮຸ້ນ​ທີ່​ສຳຄັນໆ​ອື່ນໆ​ຢູ່ໃນຂົງເຂດນັ້ນ ກໍ​ມີ​ລາຄາ​ສູງ​ຂຶ້ນເຊັ່ນກັນ​ ​
ໃນ​ຕອນ​ອັດ​ຕະຫຼາດ.

​ໃນ​ວັນ​ພຸດ​ວານ​ນີ້ ຕະຫຼາດ​ຮຸ້ນສະຫະລັດ​ ມີ​ລາຄາສູງຂຶ້ນ​ເປັນ​ປະຫວັດ​ການ​ໃນ​ຕອນ​ປິດຕະຫຼາດ
ຫລັງ​ຈາກປະທານ​ທະນາຄານ​ກາງຂອງ​ສະຫະລັດ​ ທ່ານ Ben Bernanke ​ໄດ້​ກ່າວ​ວ່າຈະ​ບໍ່​ມີ
​ການ​ປ່ຽນ​ແປງໃດໆ​ກ່ຽວ​ກັບໂຄງການ​ຂອງ​ທາງທະນາຄານ​ກາງ​ທີ່​ຈະ​ຊື້ພັນທະບັດ​ໃນ​ມູນ​ຄ່າ
85 ພັນ​ລ້ານ​ໂດ​ລ່າ​ ໃນ​ແຕ່​ລະ​ເດືອນ​ນັ້ນ.

ລາຄາ​ຮຸ້ນ​ Dow Jones ໄດ້​ສູງ​ຂຶ້ນ 1 ​ເປີ​ເຊັນ ​ໃນ​ຂະນະ​ທີ່ຮຸ້ນ S&P 500 ສູງ​ຂຶ້ນ 1.2 ​ເປີ​ເຊັນ
​ໃນ​ຕອດ​ປິດ​ຕະຫຼາດ​. ສ່ວນດັດ​ຊະ​ນີຮຸ້ນ NASDAG ນັ້ນ ​ແມ່ນ​ຂຶ້ນ 1 ​ເປີ​ເຊັນ.

​ໂຄງການ​ດັ່ງກ່າວ​ນີ້​ແມ່ນ​ມີ​ຈຸດປະສົງ​ເພື່ອ​ຫຼຸດ​ອັດຕາ​ດອກ​ເບ້ຍ​ໃນ​ການ​ກູ້​ຢືມ​ໄລຍະ​ຍາວ
ຊຶ່ງ​ເຮັດ​ໃຫ້​ບໍລິ​ສັດຕ່າງໆສາມາດ​ຊື້​ອຸບປະ​ກອນ​ໃໝ່​ແລະ​ເພື່ອໃຫ້ບັນດາ​ຄອບຄົວຊື້​ບ້ານເຮືອນ
​ໃໝ່. ພວກ​ນັກ​ເສດຖະສາດຫລາຍໆ​ຄົນຄາດ​ວ່າ ​ເຈົ້າໜ້າ​ທີ່ຈະ​ຫຼຸດການ​ຊື້ພັນທະບັດ​
ລົງ​ຫຼາຍພັນ​ລ້ານ​ໂດ​ລາ.

​ແຕ່​ທ່ານ Ben Bernanke ​ໄດ້​ກ່າ​ວວ່າ ​ເສດຖະກິດ​ຍັງຕ້ອງການ​ຄວາມ​ຊ່ອຍ​ເຫຼືອ ​ເພາະວ່າ
​ຈໍານວນ​ຂອງ​ຄົນ​ຫວ່າງ​ງານ​ນັ້ນ​ ຍັງ​ສູງ​ຢູ່.
XS
SM
MD
LG