ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະນາຄານ​ກາງ ​ສະ​ຫະ​ລັດ ມີທ່າທາງວ່າ ຈະບໍ່ຂຶ້ນດອກເບ້ຍ ກ່ອນເດືອນມີຖຸນາ ປີນີ້


ລາຍລະອຽດດ້ານໜ້າ ອາຄານສຳນັກງານ ຂອງຄະນະທະນາຄານກາງສະຫະລັດ ຢູ່ທີ່ວໍຊິງຕັນ, ວັນທີ 28 ຕຸລາ 2014.
ລາຍລະອຽດດ້ານໜ້າ ອາຄານສຳນັກງານ ຂອງຄະນະທະນາຄານກາງສະຫະລັດ ຢູ່ທີ່ວໍຊິງຕັນ, ວັນທີ 28 ຕຸລາ 2014.

ຫົວໜ້າ​ຂອງ​ທະນາຄານ​ກາງ​ສະຫະລັດ ກ່າວ​ວ່າ ອັດຕາ​ດອກ​ເບ້ຍ
​ທີ່​ສຳຄັນ​ຂອງ​ສະຫະລັດ​ນັ້ນ ​ມີທ່າທາງວ່າ ຈະ​ບໍ່​ປັບ​ຕົວສູງຂຶ້ນ
ກ່ອນ​ເດືອນມີ​ຖຸນາປີ​ນີ້ ​ແລະ​ຕະຫລາດ​ຮຸ້ນຕ່າງໆ ຈະ​ໄດ້​ຮັບ​ການ
ແຈ້ງເຕືອນ​ ​ບາງ​ຢ່າງ ກ່ອນ​ຈະມີການຂຶ້ນດອກເບ້ຍອີຫລີ.

ປະທານ​ທະນາຄານ​ກາງ​ສະຫະລັດ​ ທ່ານ​ນາງ Janet Yellen ​
ໄດ້​ກ່າວ​ຖະ​ແຫລ​ງ​ໃນ​ວັນ​ອັງຄານ​ວານ​ນີ້ ຕໍ່​ຄະນະ​ກຳມະການ
​ທະນາຄານ​ຂອງ​ສະພາສູງ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ ໃນ​ການ​ລາຍ​ງານ
​ 2 ຄັ້ງຕໍ່​ປີ ຂອງ​ທ່ານນາງ ກ່ຽວ​ກັບ​ສະພາບເສດຖະກິດ ​ແລະ ​
ໃນ​ວິທີ​ໃດ ​ທີ່​ບັນດາ​ຜູ້​ກຳນົດ​ນະ​ໂຍບາຍ ຈຶ່ງຈະສາມາດຄວບ
​ຄຸມ​ສະຖານະ​ການ​ໄດ້.

​ໃນ​ລະຫວ່າງ ວິ​ກິດ​ການ​ທາງດ້ານ​ການ​ເງິນ ອັດຕາ​ດອກ​ເບ້ຍ​ລະຍະ​ສັ້ນ​ຕ່າງໆ ຂອງ​
ສະຫະລັດ​ທີ່​ສຳ​ຄັນນັ້ນ ​ໄດ້​ຖືກ​ຕັດ​ລົງເຖິງ​ຂັ້ນຕ່ຳ​ສຸດ​ເປັນ​ປະຫວັດ​ການ ​ເພື່ອ​ຊຸກຍູ້​ໃຫ້​
ເສດຖະກິດ​ຟື້ນ​ຕົວ​ຂຶ້ນ. ການ​ເຕີບ​ໂຕ ​ຂອງເສດຖະກິດ ແລະ ການ​ຫລຸດລົງຂອງຄົນ
​ວ່າງ​ງານ ​ເຮັດ​ໃຫ້​ພວກ​ນັກ​ເສດຖະສາດ ຄິດ​ວ່າ ການສືບຕໍ່ກະຕຸກຊຸກຍູ້​ເສດ​ຖະ​ກິດ ​
ແມ່ນ​ບໍ່​ມີ​ຄວາມ​ຈຳ​ເປັນ ​ແລະ ພວກ​ເຂົາ​ເຈົ້າຄາດ​ຫວັງ​ວ່າ ​ທະນາຄານ​ກາງ ຈະ​ຂຶ້ນອັດຕາ​
ດອກ​ເບ້ຍໃນ​ກາງ​ປີ​ນີ້.

ທ່ານ​ນາງ Yellen ກ່າວ​ວ່າ ບັນດາ​ເຈົ້າໜ້າ​ທີ່​ທະນາຄານ​ກາງ ຈະ​ຍັງ​ຄົງ​ມີ​ຄວາມ “ອົດທົນ” ຢູ່ຕໍ່​ໄປ ກ່ອນ​ທີ່​ຈະ​ຂຶ້ນ​ອັດຕາ​ດອກ​ເບ້ຍ​ຕ່າງໆ​.

ທະນະ​ຄານ​ກາງ​ສະຫະລັດ​ ​ແມ່ນ​ຄວນ​ທີ່​ຈະ​ທຳ​ງານ​ເພື່ອ​ໃຫ້​ໄດ້ມາ​ຊຶ່ງ ການ​ມີ​ວຽກ​ເຮັດ​
ງານ​ທຳ​ຢ່າງເຕັມທີ່ ​ແລະ ລາຄາ​ສິນຄ້າ​ທີ່​ທຸ່ນທ່ຽງ ​ແລະ ອັດຕາ​ເງິນ​ເຟີ້ ​ໃຫ້​ຢູ່​ລະດັບ​ຕ່ຳກວ່າ
2 ​ເປີ​ເຊັນ​ຕໍ່​ປີ ຊຶ່ງ​ບັນດາ​ນັກ​ຊ່ຽວຊານ​ ຂອງ​ທະນະ​ຄານ​ກາງ ກ່າວ​ວ່າ ເປັນ​ການ​ດີ ສຳ​ຫລັບ ​ເສດຖະກິດ.

US ECONOMY - YELLEN VIDEO
please wait

No media source currently available

0:00 0:01:11 0:00

XS
SM
MD
LG