ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການ FBI ເຕືອນ ກ່ຽວກັບ ໄພຂົ່ມຂູ່ ທີ່ອາດ ເກີດຂຶ້ນ ຢູ່ຕາມບ່ອນສະຫຼອງຕ່າງໆ


ພະສັງຄະຣາດ Heiner Koch (ຊ້າຍ) ແຫ່ງນະຄອນເບີລິນ ພວມເທດສະໜາ ໃນພິທີ ຢູ່ທີ່ພະວິຫານ Kaiser-Wilhelm ໃນນະຄອນເບີລິນ. (20 ທັນວາ 2016)
ພະສັງຄະຣາດ Heiner Koch (ຊ້າຍ) ແຫ່ງນະຄອນເບີລິນ ພວມເທດສະໜາ ໃນພິທີ ຢູ່ທີ່ພະວິຫານ Kaiser-Wilhelm ໃນນະຄອນເບີລິນ. (20 ທັນວາ 2016)

ອົງການ​ສືບສວນ​ລັດຖະບານ​ກາງ ຫຼື FBI ຂອງ​ສະຫະລັດ ​ເຕືອນ​ບັນດາ​ພະ​ແນ​ກຮັກສາ​ຄວາມ​ສະຫງົບທ້ອງ​ຖິ່ນ ​ໃນ​ທົ່ວ​ປະ​ເທດ ກ່ຽວ​ກັບ​ການ​ຮຽກຮ້ອງ​ຂອງກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ໃຫ້​ທຳ​ການ​ໂຈມ​ຕີ​ວັດ​ຂອງ​ສາສະໜາ​ຄຣິສ​ແລະ​ສະຖານທີ່​ຕ່າງໆ​ທີ່​ຝູງ​ຊົນ​ອາດ​ໄປ​ເຕົ້າ​ໂຮມ​ກັນສະ​ເຫຼີມສະຫຼອງບຸນຄຣັສມັສ​ແລະປີ​ໃໝ່​ສາກົນ.

ການ​ປະກາດ​ດັ່ງກ່າວ​ ມີ​ຂຶ້ນ​ໃນ​ວັນ​ສຸກ​ວານ​ນີ້ ຫລັງ​ຈາກ​ພວກ​ຫົວ​ຮຸນ​ແຮງ​ ພິມ​ເຜີຍ​ແຜ່ລາຍ ​ຊື່ຂອງ​ວັດ​ຕ່າງໆ​ຢູ່ໃນ​ສະຫະລັດ ທີ່​ອາດ​ຈະ​ຕົກ​ເປັນ​ເປົ້າ​ໃນ​ການໂຈມ​ຕີຜ່ານທາງ ເວັບ​ໄຊ​ສື່​ສັງຄົມ​ຂອງ​ຕົນ.

​ໂຄສົກ​ຂອງ​ອົງການ FBI ທ່ານ Andrew Ames ກ່າວ​ວ່າ “​ໃນ​ຖານະ​ທີ່​ເປັນ​ພາກສ່ວນ​ຂອງ​ການສືບ​ຕໍ່​ ສົນທະນາກັບ ​ບັນດາ​ພາຄີ ປະຕິບັດ​ກົດໝາຍ ​ຂອງ​ພວກ​ເຮົາ ອົງການ FBI ​ແມ່ນ​ແບ່ງປັນ​ຂໍ້​ມູນ​ເປັນ​ປະຈຳກ່ຽວ​ກັບ​ໄພ​ຂົ່ມຂູ່​ທີ່​ອາດ​ມີ​ຂຶ້ນ​ເພື່ອ​ໃຫ້​ພວກ​ເຈົ້າໜ້າ ​ທີ່ປະຕິບັດ​ກົດໝາຍ​ສາມາດ​ໃຫ້ການ​ປົກ​ປ້ອງ​ແກ່​ປະຊາ​ຄົມຕ່າງໆ​ທີ່​ເຂົາ​ເຈົ້າຮັບ​ໃຊ້​ນັ້ນ ​ໄດ້ດີ​ຂຶ້ນ.”

ທ່ານ Ames ກ່າວ​ວ່າ “ພວກ​ເຮົາ​ຂໍ​ແນະນຳ​ປະຊາຊົນ ​ໃຫ້ມີ​ສະຕິລະວັງ​ຕົວ ກ່ຽວ​ກັບ​ສະ ພາບແວ​ດລ້ອມຂອງ​ພວກ​ເຂົາ​ເຈົ້າ​ແລະ​ລາຍ​ງານ​ກິດຈະການ​ທີ່​ໜ້າ​ສົງ​ໄສ​ໃຫ້​ທາງ​ການ​ຮູ້.

ທ່ານ​ກ່າວ​ຕື່ມ​ວ່າ ອົງການ FBI ພວມ​ຕິດຕາມ​ເບິ່ງ ​ເລື້ອງນີ້ຢູ່ ​ໃນ​ຂະນະ​ທີ່​ພວກເຮົາ ​ສືບ ສວນກ່ຽວກັບ​ຄວາມ​ໜ້າ​ເຊື່ອ​ຖື​ກຂອງຂໍ້​ມູນ​ນີ້.“

​ໃນ​ມື້ວັນ​ຈັນ​ແລ້ວ ກຸ່ມ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ ທີ່​ຕະ ຫຼາດ​ຄຣິສມັສຢູ່​ນະຄອນ​ເບີ​ລິນ ທີ່​ເຮັດ​ໃຫ້ 12 ຄົນ​ເສຍ​ຊີວິດ​ແລະ 56 ຄົນບາດ​ເຈັບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG