ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການ FBI ເຜີຍແຜ່ ຂໍ້ຄວາມ ຂອງ ທ້າວ Mateen ໃນການໂທລະສັບ ຫາເຈົ້າໜ້າທີ່ສຸກເສີນ


ຜູ້ຕ້ອງສົງໄສມືປືນຍິງສັງຫານ ທີ່ເມືອງ Orlando ທ້າວ Omar Mateen.
ຜູ້ຕ້ອງສົງໄສມືປືນຍິງສັງຫານ ທີ່ເມືອງ Orlando ທ້າວ Omar Mateen.

ມື​ປືນ​ທີ່ຍິງ​ສັງຫານ​ຢູ່​ເມືອງ Orlando ທ້າວ Omar Mateen ​ໃນຕອນ​ຕົ້ນ​ໄດ້​ເວົ້າ​ເປັນ​ພາສາ​ອາຣັບ ​ແລະ​ປະກາດ​ຕົນ​ເອງ​ວ່າ ​ເປັນ “​ເປັນ​ທະຫານອິສລາມ” ລະຫວ່າງ​ການ​ໂທລະສັບ ​ຫາ​ພວກ​ເຈົ້າ​ໜ້າ​ທີ່​ສຸກ​ເສີນ ​ໃນ​ຂະນະ​ທີ່​ລາວ​ສັງຫານ 49 ຄົນນັ້ນ ​ອີງ​ຕາມ​ບັນທຶກ​ການ​ໂອ້​ລົມ​ທີ່​ນຳ​ອອກເຜີຍ​ແຜ່ ໂດຍອົງການ​ສັນຕິ​ບານ​ກາງ FBI ຂອງ​ສະຫະລັດ ໃນ​ວັນ​ຈັນ​ວານ​ນີ້.

“ຂ້ອຍ​ຢູ່​ເມືອງ Orlando ​ແລະໄດ້​ຍິງສັງຫານ” ລາວ​ໄດ້​ກ່າວ​ຕໍ່​ຜູ້​ຮັບ​ໂທລະສັບ​ສຸກ​ເສີນ 911 ລະຫວ່າງ​ການໂທລະສັບໄປ​ແຈ້ງ​ຄວາມ​ຂັ້ນຕົ້ນ​ຈາ​ກບາ Pulse ​ໃນ​ຕອນ​ເຊົ້າ​ວັນ​ອາທິດ ຫຼາຍ​ຊົ່ວ​ໂມງ​ຂອງ​ວັນ​ທີ 12 ​ເດືອນ​ມິຖຸນາ​.ການ​ເປີດ​ເຜີຍນີ້ໄດ້​ສະ​ແດງ​ໃຫ້ເຫັນ​ລາຍ​ລະ​ອຽດ​ໃໝ່​ຈຳນວນ​ນຶ່ງ​ກ່ຽວ​ກັບການ​ຍິງສັງຫານ ດັ່ງ​ກ່າວ.

ບັນທຶກ​ການ​ໂອ້​ລົມ​ໃນ​ຂັ້ນ​ຕົ້ນ​ໄດ້​ຖືກ​ລຽບ​ລຽງໃໝ່ ​ເພື່ອ​ຄຳ​ປະຕິຍານຂອງ​ ທ້າວ Mateen
ຕໍ່​ກຸ່ມລັດ​ອິສລາມ ​ແລ​ະຜູ້ນຳຂອງ​ກຸ່ມ ທ້າວ Abu Barkr al-Baghdadi. ກະຊວງ​ຍຸຕິ​ທຳ​ກ່າວ​ຢູ່​ໃນ​ຖະ​ແຫລງ​ການໃນ​ຂະນະ​ທີ່ນຳ​ອອກ​ເຜີຍ​ແຜ່​ຂໍ້ຄວາມ​ໃນ​ການ​ໂອ້​ລົມ​ສົນທະນາທັງ​ໝົດ ​ໃນຄວາມ​ພະ​ຍາ​ຍາມ​ເພື່ອ​ໃຫ້​ເປັນ​ທີ່​ແຈ້ງ​ຂາວໃນ​ຂະນະ​ທີ່ຍັງ​ເປັນ​ທີ່ແຕະ​ຕ້ອງ​ຈິ​ດໃຈ​ຕໍ່​ບັນດາ​ຄອບຄົວ​ຂອງ​ຜູ້​ເຄາະ​ຮ້າຍ ​ແລະ​ບໍ່ໄດ້​ສະໜອງ​ລາຍ​ລະອຽດ​ຕໍ່ສາທາລະນະ​ກ່ຽວ​ກັບ​ກຸ່ມ​ກໍ່​ການ​ຮ້າຍ.

“ຂ້າພະ​ເຈົ້າ​ຂໍປະຕິຍານທີ່​ຈະ​ຈົງ​ຮັກ​ພັກດີີ ຕໍ່ທ້າວ Abu Barkr al-Baghdadi ຂໍ​ໃຫ້​ພະ​ເຈົ້າ​ຈົ່ງ​ປົກ​ປ້ອງ​ລາວ ຕາງໜ້າໃຫ້ລັດ​ອິສລາມ” ນັ້ນ​ແມ່ນ​ການ​ໂອ້​ລົມ​ທີ່​ບໍ່​ໄດ້​ດັດ​ແປງ​ຂອງ​ໂທລະສັບ​ສຸກ​ເສີນ 911 ຊຶ່ງ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ ໃຊ້​ເວລາ​ຢູ່​ປະມານ 50 ວິນາທີ.

ປະທານ​ສະພາ​ຕໍ່າ ທ່ານ Paul Ryan ​ໄດ້​ຕິຕຽນ​ກາ​ນຕັດສິນ​ໃຈ ຊຶ່ງໃນ​ຂັ້ນຕົ້ນ​ໄດ້​ນຳ​ອອກ ເຜີຍ​ແຜ່​ ​ພຽງ​ແຕ່​ຂໍ້ຄວາມທີ່​ໄດ້​ລຽບລຽງ​ແລ້ວ​ເທົ່າ​ນັ້ນ.

ສື່ສັງຄົມລັດອີສລາມ IS ແຈກຢາຍຮູບພາບໃນຫລາຍພາສາ ທີ່ພວກເດັກນ້ອຍພາກັນຖືປ້າຍ ຢູ່ໃນເຂດລັດອິສລາມ "ສະແດງຄວາມຍິນດີ" ໃນການຕາຍຂອງສະຫະລັດ ທີ່ອ້າງເຖິງການຍິງກັນຢູ່ເມືອງ Orlando ລັດ Florida.
ສື່ສັງຄົມລັດອີສລາມ IS ແຈກຢາຍຮູບພາບໃນຫລາຍພາສາ ທີ່ພວກເດັກນ້ອຍພາກັນຖືປ້າຍ ຢູ່ໃນເຂດລັດອິສລາມ "ສະແດງຄວາມຍິນດີ" ໃນການຕາຍຂອງສະຫະລັດ ທີ່ອ້າງເຖິງການຍິງກັນຢູ່ເມືອງ Orlando ລັດ Florida.

ທ່ານ Ryan ກ່າວ​ວ່າ “ຄວາມ​ພະຍາຍາມ​ທີ່​ເລືອກ​ລຽບ​ລຽງບັ​ນທຶກ​ເປັນ​ບາງ ບ່ອນ​ເທົ່າ​ນັ້ນ ​ແມ່ນ​ໄດ້​ສະທ້ອນ​ໃຫ້​ເຫັນ​ບັນຫາ​ ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ແລະ ​ຮ້າຍ​ແຮງ​ກວ່າ ນັ້ນກໍ​ຄື ລັດຖະບານ​ຊຸດ​ນີ້ ​ຍັງ​ສືບ​ຕໍ່ດຳ​ເນີນ​ຄວາມພ​ະຍາ​ຍາມ ​ບໍ່ໃຫ້​ຄວາມ​ສຳຄັນແລະ​ຫັນ​ເຫ​ຄວາມ​ສົນ​ໃຈ​ໄປ​ຈາກ​ການ​ຂົ່​ມຂູ່​ຂອງກຸ່ມ​ອິສລາມ​ຫົວ​ຮຸນ​ແຮງນີ້​ເປັນ​ສິ່ງທີ່​ຮັບບໍ່​ໄດ້. ​ເພື່ອເອົາ​ໄຊຊະ ນະ​ພວກກໍ່​ການ​ຮ້າຍ ຕາພວກ​ເຮົາ​ຕ້ອງເປີດ​ໃຫ້ແຈ້ງ​ກ່ຽວ​ກັບ​ວ່າ ​ເຮົາ​ຕໍ່ສູ້ກັບ​ໃຜ.”

​ອີງ​ຕາ​ມບັນດາ​ເຈົ້າ​ໜ້າ​ທີ່ອົງການ FBI ​ແລ້ວ ທ້າວ Marteen ​ຊຶ່ງໃ​ນທີ່​ສຸດ​ໄດ້ ຖືກ​ສັງຫານ​ໂດຍ​ຕຳຫລວດນັ້ນຍັງ​ໄດ້​ພົວພັນກັບ​ການໂທລະ​ສັບສາມ​ເທຶ່ອລົມ​ກັບ ພວກ​ເຈົ້າໜ້າ​ທີ່​ແກ້​ໄຂ​ບັນຫາ​ສຸກ​ເສີນ ​ໃນ​ຂະນະ​ທີ່​ລາວ​ໄດ້​ກ່າວ​ວ່າ ລາ​ວ​ເປັນ​ຜູ້​ທຳການ​ໂຈມ​ຕີ​ ​ເພື່ອ​ຕອບ​ໂຕ້ ຕໍ່​ການຖີ້ມລະ​ເບີດໃສ່​ຊີ​ເຣຍແລະ​ອີຣັກຂອງສະຫະ ລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG