ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ FBI ຊອກຫາ ຊາຍ 2 ຄົນ ຜູ້ທີ່ໄດ້ ພົບເຫັນ ຫີບເດີນທາງ ທີ່ບັນຈຸລະເບີດ ໃນນະຄອນ ນິວຢອກ


ອົງການ FBI ເຜີຍແຜ່ ໃບປິວ ຮູບພາບຂອງພວກຜູ້ຕ້ອງສົງໄສ ທີ່ທາງການຕ້ອງການຕົວ ໃນການພົວພັນກັບ ການວາງລະເບີດ ໃນນະຄອນ New York ເມື່ອວັນທີ 17 ກັນຍາ ຜ່ານມາ.
ອົງການ FBI ເຜີຍແຜ່ ໃບປິວ ຮູບພາບຂອງພວກຜູ້ຕ້ອງສົງໄສ ທີ່ທາງການຕ້ອງການຕົວ ໃນການພົວພັນກັບ ການວາງລະເບີດ ໃນນະຄອນ New York ເມື່ອວັນທີ 17 ກັນຍາ ຜ່ານມາ.

ອົງການສັນຕິບານກາງ ຫຼື FBI ຂອງສະຫະລັດ ກຳລັງຂໍຮ້ອງໃຫ້ປະ ຊາຊົນ ຊ່ອຍໃນ ການຊອກຫາ ຊາຍສອງຄົນ ຜູ້ທີ່ປາກົດວ່າ ໄດ້ພົບເຫັນຫີບເດີນທາງໜ່ວຍໜຶ່ງ ຢູ່ທາງ ຍ່າງໃນລັດ New York ທີ່ບັນຈຸລະເບີດ ທີ່ອາດເຊື່ອມໂຍງກັບຜູ້ຕ້ອງສົງໄສ ​ໃນ​ການ ວາງລະເບີດ​ເມື່ອວັນເສົາຜ່ານມາ ຢູ່ໃນລັດ New York ແລະ New Jersey.

ໃນວັນພຸດວານນີ້ ອົງການ FBI ໄດ້ອອກຖະແຫລງການສະບັບໜຶ່ງ ແລະ ຮູບພາບຂອງ ຊາຍສອງຄົນ ທີ່ໄດ້ຖືກຖ່າຍໄວ້ ໃນວັນເສົາທີ 17 ກັນຍາ ໃນຊ່ວງເວລາດຽວກັນ ກັບ​ທີ່ລະເບີດໄດ້ແຕກຂຶ້ນ. ອົງການ FBI ໄດ້ກ່າວວ່າ ພວກຜູ້ຊາຍທັງ​ສອງໄດ້ເອົາຫີບ ເດີນທາງໄປ ຊຶ່ງຕັ້ງຢູ່ພຽງປະມານ 4 ຮ່ອມ ຈາກບ່ອນລະເບີດແຕກ ໃນນະຄອນ New York ແລະ ໄດ້ປະລະເບີດໄວ້ຄືເກົ່າ. ​ແຕ່ລະເບີດນັ້ນ ບໍ່ໄດ້ແຕກ.

ທິມສອບສວນ ເກັບກູ້ຫລັກຖານ ຢູ່ສະຖານທີ່ ເກີດລະເບີດແຕກ ເມື່ອວັນເສົາຜ່ານມາ ທີ່ຖະໜົນ ເລກທີ 23 ຕາເວັນຕົກ ໃນຄຸ້ມ Chelsea ຂອງເມືອງ Manhattan ລັດ New York, ວັນທີ 19 ກັນຍາ 2016.
ທິມສອບສວນ ເກັບກູ້ຫລັກຖານ ຢູ່ສະຖານທີ່ ເກີດລະເບີດແຕກ ເມື່ອວັນເສົາຜ່ານມາ ທີ່ຖະໜົນ ເລກທີ 23 ຕາເວັນຕົກ ໃນຄຸ້ມ Chelsea ຂອງເມືອງ Manhattan ລັດ New York, ວັນທີ 19 ກັນຍາ 2016.

ບັນດາ​ເຈົ້າໜ້າ​ທີ່ສືບສວນຂອງລັດຖະບານກາງ ໄດ້ກ່າວ ໃນລະຫວ່າງ ກອງປະຊຸມ ຖະແຫລງຂ່າວ ເມື່ອວັນພຸດວ່ານນີ້ວ່າ ຕົນ​ຕ້ອງການ​ຕົວຜູ້ຊາຍທັງສອງ ເພື່ອມາເປັນ ພະຍານເທົ່ານັ້ນ.

ບັນດາ​ເຈົ້າໜ້າ​ທີ່ສືບສວນຂອງລັດຖະບານກາງ ໄດ້ກ່າວກ່ອນໜ້ານີ້ວ່າ ຜູ້ຕ້ອງສົງໄສ ໃນການວາງລະເບີດ ຢູ່ໃນລັດ New York ແລະ New Jersey ໃນວັນເສົາຜ່ານມາ ໄດ້ຖືກກ່າວຟ້ອງໃນຂໍ້ຫາ ໃຊ້ອາວຸດທີ່ມີອະນຸພາບຮ້າຍແຮງ ໃນການໂຈມຕີ ເມື່ອທ້າຍ ສັບປະດາ. ບັນດາ​ເຈົ້າ
ໜ້າ​ທີ່ສືບສວນ ໄດ້ກ່າວວ່າ ຜູ້ກ່ຽວ ໄດ້ຊື້ອຸປະກອນຕ່າງໆ ຜ່ານ​ທາງ eBay ແລະໄດ້ໃຊ້ໂທລະສັບມືຖືຫຼາຍໜ່ວຍ ເປັນຄະນວນໃຫ້ລະເບີດແຕກ ທີ່ໄດ້ຊື້ມາຈາກຮ້ານຄ້າແຫ່ງໜຶ່ງ ທີ່ໄກຈາກບ່ອນຢູ່ຂອງຜູ້ກ່ຽວໃນຄັ້ງໜຶ່ງ ພຽງ 500 ແມັດ.

ລາຍລະອຽດຕ່າງໆ ທີ່ມີຢູ່ໃນສຳ​ນວນຟ້ອງ ​ເຊິ່ງໄດ້ຖືກເປີດເຜີຍຕໍ່ສາທາລະນະ ໃນວັນອັງຄານຜ່ານມາ ໂດຍມີຂໍ້ຄວາມ ການກ່າວຟ້ອງທາງອາຍາ ຫຼາຍກະໂທງ ຕໍ່ທ້າວ Ahmad Khan Ramani ອາຍຸ 28 ປີ. ຂໍ້ກ່າວຫາສ່ວນໃຫຍ່ ມີໂທດສູງສຸດ ​ຈຳຄຸກຕະຫຼອດຊີວິດ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG