ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການຕຳຫຼວດສັນຕິບານກາງ FBI ສຳພາດ ທ່ານນາງ Clinton ກ່ຽວກັບ ການນຳໃຊ້ ​ບໍລິການອີີ​ເມລ ​ສ່ວນຕົວ


ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ສັງກັດພັກ
ເດໂມແຄຣັດ ທ່ານນາງ Hillary Clinton ສະແດງທ່າທີ ໃນລະຫວ່າງ ກ່າວຖະແຫລງ ທີ່ງານໂຮມຊຸມນຸມ ໃນເມືອງ Raleigh ລັດ North Carolina, ວັນທີ 22 ມິຖຸນາ 2016.
ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ສັງກັດພັກ ເດໂມແຄຣັດ ທ່ານນາງ Hillary Clinton ສະແດງທ່າທີ ໃນລະຫວ່າງ ກ່າວຖະແຫລງ ທີ່ງານໂຮມຊຸມນຸມ ໃນເມືອງ Raleigh ລັດ North Carolina, ວັນທີ 22 ມິຖຸນາ 2016.

ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ສັງກັດພັກ ເດໂມແຄຣັດ ທ່ານນາງ Hillary Clinton ໄດ້ພົບກັບ ເຈົ້າໜ້າທີ່ສືບສວນສອບສວນ ຂອງອົງການສັນຕິ ບານກາງ FBI ໃນວັນເສົາວານນີ້ ກ່ຽວກັບການນຳໃຊ້ເຄື່ອງ​ບໍລິການອີີ​ແມ​ລ ​ເອກ​ກະ​ຊົນ ໃນຂະນະທີ່ທ່ານນາງເປັນລັດຖະມົນການຕ່າງປະເທດຢູ່ນັ້ນ ອີງຕາມຄຳເວົ້າຂອງໂຄສົກຮັບຜິດຊອບໃນການໂຄສະນາຫາສຽງ.

ການສຳພາດໄລຍະເວລາປະມານ 3 ຊົ່ວໂມງເຄິ່ງ ໄດ້ມີຂຶ້ນ ຢູ່ທີ່ສຳນັກງານ ໃຫຍ່ຂອງອົງການ FBI ໃນນະຄອນຫຼວງ ວໍຊິງຕັນ.

ທ່ານ Nick Merrill ໂຄສົກຮັບຜິດຊອບໃນການໂຄສະນາຫາສຽງ ຂອງ ທ່ານນາງ Clinton ໄດ້ຂຽນລົງໃນອີເມລ ຕໍ່ສື່ມວນຊົນ ວ່າ “ລັດຖະມົນຕີ ການຕ່າງປະເທດ ຄລິນຕັນ ສະໝັກໃຈໃຫ້ສຳພາດ ໃນຕອນເຊົ້າມື້ນີ້ ກ່ຽວກັບການຈັດແຈງ ອິເມລຂອງທ່ານນາງ ໃນຂະນະທີ່ເປັນ ລັດຖະ ມົນຕີການຕ່າງປະເທດຢູ່ນັ້ນ. ທ່ານນາງ ຍິນດີ ທີ່ໄດ້ມີໂອກາດໃຫ້ການ ຊ່ອຍເຫຼືອກະຊວງຍຸຕິທຳ ໃນການສະຫລຸບຜົນການທົບທວນຄືນນີ້.”

ທ່ານ Merrill ໄດ້ຂຽນຕື່ມອີກວ່າ “ດ້ວຍຄວາມນັບຖື ຕໍ່ຂະບວນການສືບ ສວນສອບສວນ ທ່ານນາງຈະບໍ່ໃຫ້ຄຳເຫັນຕື່ມອີກ ຕໍ່ການສຳພາດ ຂອງ ທ່ານນາງ.”

ການພົບປະ ໄດ້ມີຂຶ້ນຫຼັງຈາກທີ່ ລັດຖະມົນຕີກະຊວງຍຸຕິທຳ ທ່ານນາງ Loretta Lynch ໄດ້ປະກາດເຈຕະນາຂອງທ່ານນາງ ທີ່ຈະຮັບເອົາການສະເໜີແນະ ຈາກພະນັກງານ​ມື​ອາຊີບຂອງກະຊວງຍຸຕິທຳ ແລະ ບັນດາເຈົ້າໜ້າທີ່ ລັດຖະບານກາງ ໃນການກວດສອບເບິ່ງ ການນຳໃຊ້ບໍລິການ ດ້ານອີເມລສ່ວນຕົວ.

ເປັນທີ່ຄາດກັນວ່າ ບັນດາເຈົ້າໜ້າທີ່ FBI ຈະສະຫລຸບຜົນການສຳພາດໃນ ໄວໆນີ້. ບັນດານັກຊ່ຽວຊານດ້ານກົດໝາຍ ກ່າວວ່າ ພວກ​ເຂົາ​ເຈົ້າບໍ່​ຄາດ​ວ່າ ​ຈະ​ມີ​ການ​ກ່າວ​ຫາ​ກ່ຽວ​ກັບ​ການ​ກະທຳ​ຜິດ​ໃ​ດໆຕໍ່​ທ່ານ​ນາງ Clinton ທີ່​ຄາດ ​ວ່າ​ ຈະ​ໄດ້​ຮັບ​ການ​ສະ​ເໜີ​ຊື່ ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສະໝັກ ປະທານາທິບໍດີ​ ຂອງ​ ພັກ​ເດ​ໂມ​ແຄຣັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG