ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າ FBI ຖືກຊັກຖາມເພີ້ມເລື່ອງ ຣັດເຊຍກັບເລືອກຕັ້ງໃນສຫລ ຄັ້ງຫລ້າສຸດ


ທ່ານ James Comey ຜູ້ອຳນວຍການອົງການສືບສວນຂອງ
ລັດຖະບານກາງສະຫະລັດ​ ຫຼື FBI ຕຽມການໃຫ້ຄໍາ ໃຫ້ການ ທີ່ ລັດຖະສະພາສະຫະລັດ ໃນວັນທີ 3 ພຶດສະພາ 2017.
ທ່ານ James Comey ຜູ້ອຳນວຍການອົງການສືບສວນຂອງ ລັດຖະບານກາງສະຫະລັດ​ ຫຼື FBI ຕຽມການໃຫ້ຄໍາ ໃຫ້ການ ທີ່ ລັດຖະສະພາສະຫະລັດ ໃນວັນທີ 3 ພຶດສະພາ 2017.

ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ James Comey ຜູ້ອຳນວຍການອົງການສືບສວນຂອງ
ລັດຖະບານກາງສະຫະລັດ​ ຫຼື FBI ​ໄດ້​ໄປໃຫ້ຄໍາ​ໃຫ້ການ​ແບບ​ປິດ​ລັບ ​ຕໍ່ໜ້າ​ຄະນະ​ກຳ
ມະການ​ສືບ​ລັບ​ຂອງ​ສະພາ​ຕ່ຳ ທີ່​ເປັນ​ສ່ວນນຶ່ງ​ຂອງ​ການສືບ​ສວນ​ການ​ເຄື່ອນ​ໄຫວ​ຂອງ
ຣັດ​ເຊຍ ​ຢູ່ໃນ​ໄລຍະ​ທີ່ມີ​ການ​ເລື​ອກຕັ້ງ​ປະທານາທິບໍດີ ສະຫະລັດ ປີ 2016 ຜ່າ​ມານັ້ນ.

ຜູ້​ແທນ​ສະພາ​ຕໍ່າ​ທ່ານ Mike Conaway ​ແລະ​ທ່ານ Adam Schiff ​ໄດ້​ກ່າວພາຍ​ຫລັງ​
ທີ່ ມີ​ການ​ຮັບ​ຟັງ​ໃນ​ວັນ​ພະຫັດວານ​ນີ້ວ່າ ການ​ໃຫ້ການ​ດັ່ງກ່າວໄດ້​ເຮັດ​ໃຫ້ສະມາຊິກ​ຄະ
ນະ​ກຳມະການສື​ບສວນ​ດັ່ງກ່າວ​ມີ “ໂອກາດ​ທີ່​ມີ​ຄຸນຄ່າ​ເພື່ອ​ຈະ​ໄດ້​ຊັກ​ຖາມ​ກ່ຽວກັບເລື່ອງ​ຕ່າງໆ” ພາຍຫລັງທີ່​ໄດ້​ມີ​ການ​ຮັບ​ຟັງທ່ານ Comey ​ແລະ​ຜູ້​ອຳ​ນວ​ຍການ​ອົງການ​ຄວາມ
​ໝັ້ນຄົງ​ແຫ່ງ​ຊາດ ທ່ານ Michael Rogers ​ໃຫ້ການ​ໃນ​ເດືອນ​ຜ່ານ​ມານີ້​ແລ້ວ.

ຢູ່​ໃນຖະ​ແລງ​ການຮ່ວມ​ຂອງ​ຕົນ​ນັ້ນ ບັນດາ​ສະມາຊິກ​ສະພາ​ຕໍ່າກ່າວ​ວ່າ ຄະນະ​ກຳມະ
ການ ຍັງ “ມີ​ຄວາມ​ມຸ້ງໝັນທີ່​ຈະສືບຕໍ່​ເຮັດ​ວຽກ​ຮ່ວມກັບ​ FBI ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ດຳ​
ເນີນ​ການ​ສືບສວນ​ຢູ່​ນັ້ນ ​ເພື່ອຮັບປະກັນ​ວ່າ ​ບໍ່​ໃຫ້​ມີກ້ອນ​ຫີນ​ກ້ອນ​ ທີ່​ຈະ​ບໍ່ຖືກ​ປີ້ນ
ຫງາຍຂຶ້ນມາເບິ່ງ.”

Comey: 'Makes Me Mildly Nauseous' That FBI Had An Impact on Election
please wait

No media source currently available

0:00 0:00:30 0:00

ຖະ​ແຫລ​ງການດັ່ງ​ກ່າວ​ເວົ້າ​ວ່າ ບາດກ້າວ​ຕໍ່​ໄປ​ຂອງ​ການສືບສວນ​ກໍ​ຄື ການ​ສຳພາດ
​ບັນດາ​ພິຍານ ​ແລະການ​ເປີດ​ການ​ຮັບ​ຟັງຢ່າງ​ເປີດ​ເຜີຍ ຂອງອ​ະດີດຜູ້​ຮັກສາການລັດ
ຖະມົນຕີ​ຍຸຕິ​ທຳ ທ່ານ​ນາງ Sally Yates, ອະ​ດີດ​ຜູ້ອຳນວຍການ​ສືບ​ລັດ​ແຫ່ງ​ຊາດ
ທ່ານ James Clapper ​ແລະ​ອະດີດ​ຜູ້​ອຳ​ນວຍ​ການ​ສູນ​ກາງ​ການສືບ​ລັບ ຫລື CIA
ທ່ານ John Brennan .

ອະດີດລັດຖະມົນຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ຮ່ວມປະຊຸມ ບັນດາແມ່ຍິງ ເພື່ອແມ່ຍິງ ທີ່ນະຄອນ New York.
ອະດີດລັດຖະມົນຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ຮ່ວມປະຊຸມ ບັນດາແມ່ຍິງ ເພື່ອແມ່ຍິງ ທີ່ນະຄອນ New York.

ທ່ານ Comey ກ່າວ​ຕໍ່​ຄະນະ​ກຳ​ມະ​ການ​ຍຸຕິ​ທຳ​ຂອງສະພາ​ສູງ ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ
​ວ່າ ​ມັນໄດ້​ເຮັດ​ໃຫ້​ທ່ານ "ປຸ້ນ​ທ້ອງ​ໜ້ອຍ​ນຶ່ງ” ທີ່​ຄົນຄິດ​ວ່າ​ອົງການ​ຂອງ​ທ່ານ ອາດ
​ໄດ້ສ້າງ​ຜົນ​ກະທົບ​ຕໍ່​ໄຊຊະນະຂອງທ່ານດໍ​ໂນ​ລ ທຣຳ ໃນການ​ເລືອກ​ຕັ້ງ​ປະທາ​ນາ
ທິບໍດີພາຍຫລັງທີ່​ອົງການ​ດັ່ງກ່າວໄດ້ເປີດ​ການສໍາ​ຫລວດທ່ານ​ນາງ Hillary Clinton
ຊຶ່ງເປັນ​ຄູ່ແຂ່ງຂັນ​ຂອງ​ທ່ານ​ຈາກພັກ​ເດ​ໂມ​ແຄຣັດ ​ຄືນ​ອີກ​ພາຍ​ໃນ​ບໍ່ຫລາຍ​ມື້ປານ​ໃດ
ກ່ອນ​ການ​ເລືອກ​ຕັ້ງ​ຈັດ​ຂຶ້ນ.

ປະທານາທິບໍດີ ດໍໂນລ ທຣໍາ ທີ່ຫ້ອງ Roosevelt ໃນທຳນຽບຂາວ ທີ່ນະຄອນຫລວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣໍາ ທີ່ຫ້ອງ Roosevelt ໃນທຳນຽບຂາວ ທີ່ນະຄອນຫລວງ ວໍຊິງຕັນ.

ທ່ານ Comey ກ່າວ​ຕໍ່​ຄະນະ​ກຳມະການ​ວ່າ ທ່ານຮູ້ສຶກ​ເຈັບ​ປວດ​ໃນ​ໃຈ ທີ່​ຕ້ອງ​ທໍາ​
ການ​ເປີດເຜີຍ​ກ່ຽວກັບການສືບສວນ​ຄືນ​ຄັ້ງ​ໃໝ່ຕໍ່ວິທີການ​ເກັບ​ກຳ​ຂໍ້​ມູນ​ລັບ​ຂອງທ່ານ
​ນາງ Clinton ຢູ່ໃນ​ບັນຊີອີ ເມ​ລສ່ວນ​ຕົວ​ ໃນ​ໄລຍະ​ເວ​ລ​າທີ່ທ່ານ​ນາງເປັນລັດຖະມົນ
ຕີ​ກະຊວງ​ຕ່າງປະເ​ທດສະຫະລັດຢູ່​ນັ້ນ. ການ​ສືບ​ສວນ​ຄືນ​ໃໝ່​ໄດ້​ເກີດຂຶ້ນ​ໃນ​ຫລາຍ
ເດືອນ ພາຍຫລັງທີ່​ອົງການ FBI ​ໄດ້ລົງ​ຄວາມ​ເຫັນ​ວ່າ​ທ່ານ​ນາງ​ບໍ່​ໄດ້​ທຳຜິດຫຍັງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG