ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Happy Father's Day ຈາກວີໂອເອ!


Paul Simon
Paul Simon

ວັນອາທິດຜ່ານມານີ້ ແມ່ນກົງກັບວັນພໍ່ ທີ່ສະຫະລັດອະເມຣິກາພໍດີ ເພາະສະນັ້ນ ທາງລາຍການສຽງເພງຈາກແດນໄກ ຈຶ່ງຂໍຈັດເພງທີ່ມີຄວາມໝາຍດີໆ ທີ່ກ່ຽວກັບພໍ່ ເພື່ອສະແດງຄວາມຮູ້ບຸນຄຸນກະຕະເວທີຕໍ່ບັນດາພໍ່ຜູ້ບັງເກີດເກົ້າທັງຫຼາຍ ຂໍເຊີນເຂົ້າສູ່ລາຍການໄດ້ນະບັດນີ້.

ເນື່ອງ​ໃນ​ວັນສະຫຼອງວັນພໍ່ ທີ່ສະຫະລັດອະເມຣິກາ​ ຊຶ່ງ​ກົງ​ກັບ​ວັນ​ອາທິດ​ນີ້ ທາງ​ລາຍການ
ສຽງ​ເພງ​ຈາກ​ແດນ​ໄກຈຶ່ງ​ຂໍ​ຈັດ​ເພງ​ທີ່​ມີ​ຄວາມ​ໝາຍ​ດີໆ​ມອບ​ແດ່​ບັນດາ​ພໍ່​ຜູ້​ບັງ​ເກີດ​ເກົ້າ​
ທັງຫຼາຍ​ ຂໍສັນລະ​ເສີນ​, ຂໍ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ ກະຕັນຍູ​ກະຕະ​ເວ​ທີ ຕໍ່​ພໍ່​ຊຶ່ງ​ເປັນ​ຜູ້ໃຫ້​
ແລະ​ຜູ້​ເສຍ​ສະລະ​ມາ​ຕະຫຼອດເພື່ອ​ລ້ຽງ​ລູກ​ໃຫ້​ເຕີບ​ໃຫຍ່ ​ແລະ​ຫັວງວ່າ​ເພງ​ທີ່ 3 ອັນ​ມີ:

1. “Father and Daughter ໂດຍ Paul Simon

2. “Song For Dad” ໂດຍ Keith Urban

3. “Daddy's Home” ​ໂດຍ Jermaine Jackson

ຄົງ​ພາ​ໃຫ້ທຸກໆ​ທ່ານມ່ວນ​ຊື່ນ​ແລະ​ຍີ້​ມໄດ້ ​ໂດ​ຍສະ​ເພາະ​ບັນດາ​ພໍ່​ທັງຫຼາຍ. Happy Father's Day.

ກະລຸນາ click MP3 ເພື່ອຮັບ​ຟັງ​ເພງ​ທັງໝົດ​ໄດ້.

XS
SM
MD
LG