ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

FAO ວ່າ ຕ້ອງມີການປັບປຸງ​ ຄວາມ​ໝັ້ນຄົງ ດ້ານ​​ອາຫານ​​ ໃຫ້​ສູງ​ຂຶ້ນ​ ພາຍ​ໃນ​ປີ 2050


ຊາວນາໄທ ຖອກເຂົ້າ ປະທ້ວງ ຢູ່ຕໍ່ໜ້າ ທະນາຄານກະສິກຳໄທ ໃນບາງກອກ, ວັນທີ 11 ມີນາ 2014 ຍ້ອນໂຄງການຮັບ ຈຳນຳເຂົ້າ ຂອງລັດຖະບານ.
ຊາວນາໄທ ຖອກເຂົ້າ ປະທ້ວງ ຢູ່ຕໍ່ໜ້າ ທະນາຄານກະສິກຳໄທ ໃນບາງກອກ, ວັນທີ 11 ມີນາ 2014 ຍ້ອນໂຄງການຮັບ ຈຳນຳເຂົ້າ ຂອງລັດຖະບານ.
ອົງການ​ອາຫານ​ແລະ​ການກະ​ເສດ​ FAO ຂອງ​ສະຫະ​ປະຊາ​
ຊາດ ກ່າວ​ວ່າ ​ໂລກ ຕ້ອງເພີ້​ມຜົນຜະລິດ ດ້ານ​ການກະ​ເສດ ​
ໃຫ້ໄດ້​ເຖິງ 60 ​ເປີ​ເຊັນ​ ຈຶ່ງ​ຈະ​ສາມາດ​ຕອບ​ສະໜອງ​ຄວາມ​
ຕ້ອງການ​ດ້ານສະບຽງອາ ຫານ​ ທີ່​ຕົນ​ໄດ້​ຄາດ​ຄະ​ເນ​ໄວ້ ສຳ​
ຫລັບ​ຊຸມຫລາຍ​ສິບ​ປີ​ ຕໍ່ໜ້ານີ້. ​ແຕ່ ອົງການ​ FAO ກ່າວວ່າ
ການຫຼຸດນ້ອຍ​ຖອຍລົງ ຂອງ​ເນື້ອ​ທີ່​ປູກຝັງ ແລະແຫລ່ງ​ນ້ຳທຳ​
ມະ​ຊາດ ໄດ້​ສ້າ​ງຄວາມ​ທ້າ​ທາຍຫຼາຍໆ​ຢ່າງ​. Ron Corben
ມີ​ລາຍງານ​ຈາກ ບາງກອກ ຊຶ່ງ​ໄຊ​ຈະ​ເຣີນສຸກ​ຈະ​ນຳ​ມາສະ​
ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ອົງການ​ອາຫານ​ແລະ​ການກະ​ເສດ​ຂອງສະຫະ​ປະຊາ​ຊາດ ຫຼື
FAO ກ່າວ​ວ່າ ​ການ​ທີ່​ຈະປັບປຸງ​ ລະດັບຄວາມ​ໝັ້ນຄົງ ຂອງອາຫານ ໃຫ້​ສູງ​ຂຶ້ນ​ພາຍ​ໃນ​ປີ 2050 ນັ້ນ ອາດຈະຕ້ອງການ “ການ​ປະຕິວັດ​ຂຽວ ຫຼື Green Revolution” ​ຄັ້ງ​ທີ​ສອງ ເພື່ອເພີ້​ມ​ທະວີ ຜົນຜະລິດ​ ​ແລະ​ລ້ຽງ​ປາກ​ລ້ຽງ​ທ້ອງ ຂອງ​ປະຊາກອນ​ໂລກ ທີ່ຄາດ​ວ່າ​ ຈະມີ
ຈຳນວນເພີ້​ມຂຶ້ນ​ເປັນ 9 ຕື້ ຫລື 9 ພັນ​ລ້ານ​ຄົນ​ນັ້ນ.

ອັນ​ທີ່​ເອີ້ນ​ກັນ​ວ່າ "Green Revolution" ກໍ​ຄື ການ​ປະຕິວັດ​ຂຽວຂອງ​ຊຸມປີ 1960 ນັ້ນ
ແມ່ນໄດ້​ມາ​ຮອດ​ ພ້ອມ​ກັບການນຳ​ໃຊ້ ວິທີ​ການ​ປະຕິບັດ​ ດ້ານ​ການ​ກະ​ເສດ ເພື່ອການ
ອຸດສາ​ຫະກຳ​ ​ແລະ​ພືດ​ພັນ​ນາໆ​ ຊະນິດ ທີ່ໃຫ້ຜົນເກັບ​ກ່ຽວ​ສູງ ທີ່​ໄດ້​ຊ່ວຍໃຫ້​ຊາວ​
ກະສິກອນ ສາມາດ​ຜະລິດ​ອາຫານ ໃຫ້​ທັນກັບປະ​ຊາ​ກອນ​ໂລກ ທີ່​ມີການ​ຂະຫຍາ​ຍ
ຕົວຢ່າງວ່ອງໄວນັ້ນ​.
ວິທີ​ການ​ປະຕິບັດ​ ດ້ານ​ການ​ກະ​ເສດເພື່ອ​ການອຸດສາ​ຫະກຳ​ ​
ວິທີ​ການ​ປະຕິບັດ​ ດ້ານ​ການ​ກະ​ເສດເພື່ອ​ການອຸດສາ​ຫະກຳ​ ​

ນັບ​ແຕ່ນັ້ນມາ ການ​ຜະລິດ​ ອາຫານ ຢູ່​ໃນ​ຂົງເຂ​ດ ເອເຊຍ
​ແລະປາຊີ​ຟິກ ​ໄດ້​ເພີ້​ມຂຶ້ນ​ ເຖິງ 300 ​ເປີ​ເຊັນ ​ເຖິງ​ແມ່ນ​ວ່າ​
ມັນ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ ກໍ​ຕາມ.

ທ່ານ Hiroyuki Konuma ຜູ້​ຊ່ວຍອຳນວຍ​ການ​ໃຫຍ່ຂອງ
FAO ແລະ​ຜູ້ຕາງໜ້າ​ ເຂດ ເອເຊຍປາຊີ​ຟິກ ກ່າວ​ວ່າ ຄວາມ
​ທ້າ​ທາຍ​ ຂອງ​ການ​ຍົກລະດັບ​ ການ​ຜະລິດ​ ອາຫານ ຂຶ້ນ​ຕື່ມ​
ນັ້ນ​ແມ່ນຈະ​ຮ້າ​ຍ​ແຮງ​ ​ເປັນ​ພິ​ເສດ ສຳ​ຫລັບ​ບັນດາປະ​ເທດ​
ພວມ​ພັດທະນາ.

ທ່ານ Hiroyuki Konuma ​ເວົ້າ​ວ່າ:
“ພວກ​ເຮົາ​ ຄາດ​ຄະເນ​ວ່າ ພາຍໃນປີ 2050 ​ໂລກ ຈະຕ້ອງ​ເພີ້​ມ ການຜະລິດ
ອາຫານ ໃຫ້​ໄດ້ເຖິງ 60 ​ເປີ​ເຊັນ​ ຈຶ່ງ​ຈະ​ສາມາດ ຕອບສະໜອງ​ ຄວາມຮຽກຮ້ອງ
​ຕ້ອງການ​ ໃນເວລາ​ນັ້ນ​ໄດ້. ອັນ​ນີ້​ແມ່ນຄວາມ​ຕ້ອງ​ການ​ ໃນ​ທົ່ວ​ໂລກ. ແຕ່ຖ້າ
​ເບິ່ງ​
ແຕ່ພຽງ​ພວກ​ປະ​ເທດ ພວມ​ພັດທະນາ​ ເທົ່າ​ນັ້ນ ພວກ​ເຮົາ ຄາດ​ຄະ​ເນ​ວ່າ
ຈະຕ້ອງ​ ມີ​ການ​ເພີ້​ມ ການ​ຜະລິດຂຶ້ນ​ ເຖິງ 77 ​ເປີ​ເຊັນ ຊຶ່ງເປັນ​ເລື້ອງ​ ທີ່​ໜ້າ​
ວິຕົກ ຫລາຍ​ກ່ວາ ເພາະ​ວ່າ 98 ​ເປີ​ເຊັນ ຂອງການ​ເພີ້​ມທະວີຂຶ້ນ ຂອງ​ພົນລະ​
ເມືອງ​ໂລກ​ ແມ່ນ​ຈະເກີດ​ຂຶ້ນ ຢູ່​ໃນບັນດາ ປະ​ເທດ​ ພວມພັດທະນາ​.”


ພວກປະ​ເທດ​ ບໍ່​ມີ​ທາງ​ອອກສູ່ ​ທະ​ເລ ທີ່​ຈະ​ໄດ້​ຮັບຜົນ​ກະທົບ ຫຼາຍ​ທີ່​ສຸດ ກໍ​ມີ
ອັຟກາ​ນິສຖານ ພູ​ຖານ ສປປ ລາວ ມົງ​ໂກ​ເລຍ​ແລະ ​ເນ​ປາລ.

ທ່ານ Konuma ກ່າວ​ວ່າ ​ເນື້ອ​ທີ່​ສຳ​ຫລັບ​ ປູກຝັງ​ແມ່ນຈະ​ ເປັນ​ບັນຫາ​ສຳຄັນ.
ຢູ່​ໃນຂົງ​ເຂດ ເອ​ເຊຍ​ປາຊີຟິກນັ້ນ ດິນ​ສ່ວນຫຼາຍ ​ແມ່ນ​ໄດ້​ຖື​ກນຳ​ໃຊ້ ​ຢ່າງ​ເຕັມ
ທີ່​ແລ້ວ ​ໃນ​ຂະນະ​ທີ່​ຢູ່​ໃນຂົງ​ເຂດອື່ນໆ ​ເຊັ່ນ​ປະ​ເທດ​ຈີນນັ້ນ ທີ່ດິນສຳ​ຫລັບປູກ​
ຝັງກໍກຳລັງ ຫຼຸດນ້ອຍຖອຍ​ລົງ. ນອກ​ນີ້​ແລ້ວ ຊັບພະຍາກອນ​ນ້ຳ​ຢູ່ໃນຫລາຍໆ​
ພາກ​ພື້ນ ແລະ​ໃນ​ທົ່ວ​ໂລກ ກໍມີ​ໜ້ອຍ​ລົງ​ຄື​ກັນ ​ໃນ​ທ່າມກາ​ງຮ່ອງຮອຍ​ຂອງ​ການ​
ຂາດ​ເຂີນ​ນ້ຳ ​ຫລາຍ​ຂຶ້ນ.

​ແຕ່​ວ່າ ທ່ານ Konuma ກໍຍັງ​ມີ​ຄວາມ​ຫວັງ​ຢູ່ວ່າ ​ເປົ້າ​ໝາຍ ດ້ານການຜະລິດອາຫານ
ດັ່ງກ່າວ ຈະ​ສາມາດ​ບັນລຸ​ໄດ້ ​ເມື່ອ​ພິຈາລະນາ​ ເຖິງ​ຄວາມ​ກ້າວໜ້າ ທີ່​ໄດ້​ມີ​ຂຶ້ນ ຢູ່​ໃນ​
ຂົງ​ເຂດ​ເອ​ເຊຍປາຊີຟິກ​ ​ນັບ​ແຕ່​ຊຸມປີ 1960.

ທ່ານ Konuma ເວົ້າ​ວ່າ:
“ອົງການ​ອາ​ຫານ​ໂລກ ປະ​ເມີນຕາມ​ທິດ​ສະ​ດີວ່າ​ ພວກ​ເຮົາ​ ຈະສາມາດ​ບັນລຸ​
ເປົ້າໝາຍ​ ການ​ຜະລິດ​ ອາຫານ​ ດັ່ງກ່າວ​ນີ້​ໄດ້ ໂດຍການ​ເພີ້​ມຜົນ​ ເກັບ​ກ່ຽວ
ຕໍ່​ເຮັກຕາ ຫຼື​ປະມານສອງ​ໄຮ່​ເຄິ່ງ ​ແລະ​ໂດຍ​ການ​ຄົ້ນຄ້ວາ ດ້ານການ​ກະ​ເສດ. ​
ໂດຍ​ສະ​ເພາະ​ແມ່ນ ​ເຂົ້າ ​ແລະເຂົ້າ wheat ນັ້ນ ແມ່ນ​ຍັງ​ສາມາດ ເພີ້​ມຜົນ​ຜະ
ລິດ​ໄດ້​ຕື່ມ​ອີກ​ ຫລາຍຢູ່ ຄືເວລາ​ນີ້ ພວກ​ເຮົາມອງເຫັນ​ ການ​ເພີ້​ມທະວີ​ຂຶ້ນ​ໄດ້
60 ​ເປີ​ເຊັນ ສຳຫ​ລັບ ລະຍະ 40 ປີ​ ຄື​ແຕ່​ນີ້​ ໄປຫາປີ 2050​.”


​ໃນເວລາ​ດຽວ​ກັນ ການ​ປ່ຽນ​ແປງ​ ຂອງ​ດິນ​ຟ້າ​ອາກາດ ກໍ​ໄດ້​ສົ່ງ​ຜົນ​ກະ​ທົບ ​ຕໍ່​ຜົນ​ຜະລິດ
ດ້ານ​ການ​ກະ​ເສດ​ ຢູ່​ໃນບັນດາປະ​ເທດເອ​ເຊຍ​ ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ ພ້ອມ​ກັນ​ນັ້ນ
ກໍຍັງ​ສົ່ງ​ຜົນໃຫ້​ ລະດັບທະ​ເລ ສູງຂຶ້ນອີກ​ ຢູ່​ໃນ​ພວກ​ປະ​ເທດ​ເກາະດອນ ​ໃນ​ເຂດ​ມະຫາ​ສະມຸດປາຊີຟິກ.

ພວກປະ​ເທດ​ ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ທີ່​ຈະ​ໄດ້​ຮັບຜົນ​ກະທົບຫລາຍ​ທີ່​ສຸດ ກໍ​ມີ ອັຟກາ​-
ນິສຖານ ພູ​ຖານ ສປປ ລາວ ມົງ​ໂກ​ເລຍ ​ແລະ ​ເນ​ປາລ. ​ໃນ​ບັນດາ 15 ​ປະ​ເທດໝູ່
ເກາະ​ທີ່ຈະ​ຕົກ​ຢູ່​ໃນ​ ສະພາບ​ດຽວ​ກັນ ກໍ​ແມ່ນ Maldives ຢູ່​ໃນ​ຂົງ​ເຂດ​ ມະ​ຫາ​ສະມຸດ
ອິນ​ເດຍ ທີ່​ຈະ​ໄດ້​ຮັບ​ ຜົນ​ກະທົບ​ຫລາຍ​ທີ່​ສຸດ ຈາກການປ່ຽນແປງຂອງສະພາບ
ແວດລ້ອມ.

ອົງການ​ອາຫານ​ໂລກ ​ກ່າວ​ວ່າ ປະຊາຊົນ 840 ລ້ານ​ຄົນ​ ໃນ​ທົ່ວ​ໂລກ ຫຼືໜຶ່ງ​ໃນ​ແປດ
​ຄົນ​ໃດ ​ແມ່ນຍັງ​ປະສົບ​ກັບ​ ຄວາມ​ອຶດຫິວ ແບບ​ຊ້ຳເຮື້ອຢູ່. ແລະ​ຫລາຍ​ກ່ວາ 30 ​ເປີ
​ເຊັນ ຫລື​ຫລາຍ​ກ່ວາ 2 ພັນ​ລ້ານ​ຄົນ ປະສົບ​ກັບ​ ບັນຫາ​ຂາດ​ເຂີນ​ທາດ​ອາຫານ ທີ່​ມີ​
ຄຸນ​ນະ​ປະ​ໂຫຍ​ດຕໍ່ຮ່າງ​ກາຍ.

​ບັນດາເຈົ້າໜ້າ​ທີ່ ອົງການ​ອາ​ຫານ​ໂລກ​ກ່າວ​ວ່າ ຕ້ອງ​ມີການ​ດຳ​ເນີນ ຄວາມ​ພະຍາ
ຍາມ​ຢ່າງ​ໃຫຍ່ຫຼວງ ​ເພື່ອ​ກຳຈັດ​ຄວາມ​ອຶດຫິວ​ ຢູ່ໃນ​ຂົງ​ເຂດ ​ເອ​ເຊຍ​ປາຊິີຟິກ ​ເຖິງ
​ແມ່ນ​ວ່າ​ ໄດ້ມີ​ຄວາມ​ກ້າວໜ້າ​ຢູ່​ໃນ​ຫລາຍໆ​ ປະ​ເທດ ເຊັ່ນ ​ໄທ​ ຫວຽດນາມ ​ແລະ
ຈີນ ນັ້ນ​ກໍ​ຕາມ.
XS
SM
MD
LG