ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ຈັດລາຍການໂທລະພາບ ທີ່ມີຊື່ສຽງ ຂອງປາກິສຖານ ຖືກຍິງ ບາດເຈັບສາຫັດ (ວີດີໂອ)


pakistan20april14
please wait
Embed

No media source currently available

0:00 0:00:34 0:00

ເບິ່ງວີດີໂອເລື້ອງນີ້

ຜູ້​ດຳ​ເນີນລາຍການ​ສົນທະນາທາງ​ໂທລະພາບ​ປາ​ກິ​ສຖານ
ທີ່​ມີຊື່​ສຽງ​ຄົນ​ນຶ່ງໄດ້​ຖືກ​ຍິງ ​ໃນ​ຄື້ນຟອງ​ແຫ່ງ​ການໂຈມ​ຕີ
ຄັ້ງ​ຫລ້າ​ສຸດ ​ຕໍ່​ພວກ​ນັກ​ຂ່າວ​ໃນ​ປະ​ເທດດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານ Hamid Mir ​ ຜູ້​ດຳ​ເນີນ
​ລາຍການ​ສຳລັບໂທລະພາບ​ເອກະ​ຊົນ ​ຊ່ອງ Geo ​ໄດ້ຮັບ
​ບາດ​ເຈັບ​ໃນ​ການຍິງ​ໂຈມ​ຕີ ທີ່​ນະຄອນ​ກາຣາຈີ​ໃນ​ວັນ​ເສົາ
​ວານ​ນີ້ ​ແຕ່​ຄາດ​ວ່າ​ຜູ້ກ່ຽວ​ຈະລອດ​ຊີວິດ. ຕຳຫຼວດ​ກ່າວ​ວ່າ
ຜູ້ກ່ຽວ​ໄດ້​ຮັບ​ບາດ​ແຜ​ຈາກ​ລູກປືນ​ຢ່າງໜ້ອຍ 3 ບ່ອນ ຢູ່​ທີ່​
ທ້ອງ ທີ່​ຂາ ​ແລະ​ບໍລິ​ເວນ​ກົ້ນ.
ຕຳຫຼວດຊີ້ໃສ່ບ່ອນຮູລູກປືນ ທີ່ປະຕູລົດທ່ານ Hamid Mir ໃຫ້ສື່ມວນຊົນເບິ່ງ, ວັນທີ 19 ເມສາ 2014.
ຕຳຫຼວດຊີ້ໃສ່ບ່ອນຮູລູກປືນ ທີ່ປະຕູລົດທ່ານ Hamid Mir ໃຫ້ສື່ມວນຊົນເບິ່ງ, ວັນທີ 19 ເມສາ 2014.

ພວກ​ມື​ປືນ​ ​ຂີ່​ລົດຄັນ​ນຶ່ງ ​ແລະ​ຂີ່​ລົດຈັກອີກ​ຄັນ​ນຶ່ງ​ມາ ໃກ້​ລົດ
ຂອງ​ທ່ານ Hamid Mir ແລ້ວເປີດ​ສາກ​ຍິງປືນ​ໃສ່ທ່ານ ຢູ່​ໃກ້ໆ​
ກັບ​ສະໜາມ​ບິນ​ເມືອງ​ກາຣາຈີ​ນັ້ນ.

ຂ່າວຊ່ອງ Geo ບັນ​ລະ​ຍາຍ​ການ​ໂຈມ​ຕີ​ວ່າ ​ເປັນ “​ເຫດການ​ຍິງ​ໂຈມ​ຕີເປົ້າ​ໝາຍ ​ໂດຍ​ສະ​ເພາະ”.

​ເທື່ອ​ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ທ່ານ Mir ​ໄດ້​ປະ​ເຊີນ​ກັບ​ການ​ໂຈມ​ຕີ.
ຂ່າວຊ່ອງ Geo​ເວົ້າ​ວ່າ ​ໄດ້​ມີການ​ພົບ​ເຫັນ​ວັດຖຸ​ລະ​ເບີດ​ ​ຢູ່​ໃນ​
ກ້ອງ​ລົດ​ຂອງ​ຜູ້ກ່ຽວ ​ໃນ​ນະຄອນ​ຫລວງອິສລາມາ​ບັດ​ ມາ​ກ່ອນ.

ທ່ານ Mir ​ເຄີຍໄດ້ເວົ້າ​ອອກ​ມາ​ຢ່າງ​ຈະ​ແຈ້ງໃນ​ລາຍການ​ຂອງ​
ທ່ານ ຕໍ່ຕ້ານ “ຄວາມບໍ່​ຍຸຕິ​ທຳ ​ແລະ​ການ​ກະທຳ​ທີ່​ໂຫດຮ້າຍ​ທາລຸນ​ຕ່າງໆ” ຕໍ່ປະ
ຊາຊົນ​ປາ​ກິ​ສຖານ ​ແລະ​ປະນາມ​ການ​ໂຈມ​ຕີ​ຕໍ່​ນັກ​ຂ່າວ​ໃນ​ເມືອງ​ກາຣາຈີ ​ໃນ​ຕົ້ນປີ​ນີ້.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ແລງ​ວັນ
​ເສົາ​ວານ​ນີ້ ​ ​ປະນາມ​ການ​ໂຈມ​ຕີ​ດັ່ງກ່າວ. ທ່ານ​ນາງ Jen Psaki ​ໂຄສົກ​ກະຊວງ​
ການ​ຕ່າງປະ​ເທດ​ສະຫະລັດ ກ່າວວ່າ “​ເສລີພາບ​ຂອງວົງ​ການ​ຂ່າວ ຮວມທັງ​
ການຮັບປະກັນໃຫ້ ພວກ​ນັກ​ຂ່າວ​ສາມາດ​ດຳ​ເນີນ​ພາລະກິດ​ທີ່​ສຳຄັນ​ຂອງ​
ເຂົາເຈົ້າໄດ້ຢ່າງ​ປອດ​ໄພ​ນັ້ນ ເປັນຄວາມ​ສຳຄັນ​ອັນ​ສູງ​ສຸດ ​ຕໍ່​ອິດ​ສະລະ​ພາບ​
ໃນ​ການ​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ​ແລະ​ຕໍ່​ການ​ດຳ​ເນີນ​ງານ​ທີ່​ດີ​ຂອງລະ
ບອບ​ປະຊາທິປະ​ໄຕ.
” ທ່ານ​ນາງ Psaki ກ່າວ​ຕື່ມ​ວ່າ ລັດຖະບານ​ວໍ​ຊິງ​ຕັນຮຽກ
ຮ້ອງໃຫ້​ລັດຖະບານ​ອິສລາມາ​ບັດ ​ນຳເອົາພວກ​ທີ່​ທຳ​ການ​ໂຈມ​ຕີ ​ຕໍ່​ສື່​ມວນ​ຊົນ
​ທັງ​ໝົດນັ້ນ ມາ​ດຳ​ເນີນ​ຄະດີ​.

ບັນດາ​ກຸ່ມ​ສົ່ງ​ເສີມ​ອິດ​ສະລະ​ພາບ​ໃນ​ວັງ​ການ​ຂ່າວ ກ່າວ​ວ່າ ປາ​ກິ​ສຖານ​ ​ແມ່ນເປັນ​
ນຶ່ງ​ໃນ​ບັນດາປະ​ເທດ​ທີ່​ອັນຕະລາຍ​ທີ່​ສຸດ​ໃນ​ໂລກ ​ສຳລັບ​ພວກ​ນັກ​ຂ່າວ.
XS
SM
MD
LG