ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄອບຄົວ ທ່ານ Foley ຕັ້ງກອງທຶນ ຊ່ວຍເຫລືອ ບັນດາ ໂຕປະກັນ (ວີດີໂອ)


ນັກຂ່າວອາເມຣິກັນ ທ່ານ James Foley
ນັກຂ່າວອາເມຣິກັນ ທ່ານ James Foley

ຄອບຄົວ​ນັກ​ຂ່າວ​ສະຫະລັດ ທີ່​ຖືກຕັດ​ຫົວ​ໂດຍ​ພວກຫົວ​ຮຸນ
​ແຮງລັດ​ອິສລາມ ໃນ ຊິ​ເຣຍ ​ໄດ້​ເລີ້ມ​ຕັ້ງ​ກອງທຶນ ທີ່​ຈະ​ສ້າງ​
ສູນ​ກາງຊັບພະ​ຍາກ​ອນ ​ແລະ​ຕາໜ່າງໃຫ້ ການສະໜັບສະ
ໜຸນ​ແກ່​ບັນດາ​ຄອບຄົວຂອງ​ຊາວ​ອາ​ເມຣິກັນ​ຄົນ​ອຶ່ນໆທີ່​ຖືກ
​ກັກ​ຂັງ​ຢູ່​ໃນ​ເຂດ​ທີ່ເປັນອັນ​ຕະລາຍທັງຫຼາຍ.

ກອງ​ທຶນມູນມໍລະດົກ James W. Foley (www.james
foleyfund.org ) ຍັງ​ຈະ​ດຳເນີນ​ງານ​ເພື່ອສ້າງ​ຕັ້ງນະ​ໂຍບາຍ​
ຢູ່​ທົ່ວ​ໂລ​ກ ເພື່ອ​ປ້ອງ​ກັນ​ການລັກພາ​ໂຕ.

ຄອບຄົວຂອງທ່ານໄດ້ຂຽນລົງໃນເວັບໄຊທ໌ວ່າ “ບໍ່​ມີ​ສິ່ງ​ໃດ​ທີ່​
ພ​ວກ​ເຮົາ​ເຮັດຈະ​ນຳ​ເອົາ​ລາວ​ຄືນ​ມາ ຊີວິດ​ຂອງລາວ​ແລະ​ການ​ຕາຍ​ຂອງ​ລາວ ທ້າທາຍ
​ຕໍ່​ເຮົາ​ທຸກ​ຄົນ ​ໃຫ້​ມີ​ຄວາມ​ຮັກແລະໃຫ້​ອ​ະ​ໄພ​ໂທດແກ່​ກັນ​ແລະ​ກັນ ​ແລະ​ເຮັດ​ໃຫ້​ໂລກ​ນີ້​ເປັນບ່ອນ​ທີ່​ດີ​ຂື້ນ.”

ພາບວິ​ດີ​ໂອສະ​ຫຍອງ​ຂວັນ ທີ່ນຳອອກເຜີີຍແຜ່ໃນ​ເດືອນ​ແລ້ວ​ນີ້ໄດ້​ສະ​ແດງ​ໃຫ້​ເຫັນການ​
ສັງຫານ ທ່ານ Foley ຢ່າງ​ໂຫດຮ້າຍທາ​ລຸນໂດຍສະມາຊິກ​ທີ່​ໃສ່​ໜ້າ​ກາກ ຂອງກຸ່ມຫົວຮຸນ
ແຮງລັດ​ອິສລາ​ມທີ່​ໄດ້​ເຂົ້າຄວບ​ຄຸມ​ດິນແດນບາງເຂດ​ຂອງ ຊິ​ເຣຍ ​ແລະ ​ອີຣັກ.

ທ່ານ Foley ​ໄດ້​ເຮັດ​ວຽກ​ໃນ​ນາມນັກ​ຂ່າວ​ຖ່າຍຮູບ​ອິດສະຫຼະ ​ເວລາ​ລາວ​ຖືກ​ລັກພາ​ໂຕ​
ໄປໃນຊິ​ເຣຍ ​ເມື່ອ​ທ້າຍ​ປີ 2012. ຢູ່​ໃນ​ການ​ສຳພາດ​ທາງໂທລະພາບ ອາທິດ​ນີ້​ ​ແມ່​ຂອງ
​ລາວ​ໄດ້​ຕິຕຽນລັດຖະບານສະຫະລັດທີ່​ບໍ່​ໄດ້ດຳເນີນການຢ່າງພຽງພໍ​ ​ເພື່ອ​ຊ່ວຍ​ຊີວິດລູກ
​ຂອງລາວນັ້ນ.

ສະຫະລັດ ບໍ່​ຍອມຈ່າຍ​ເງິນຄ່າ​ໄຖ່ ​ໃຫ້ແກ່​ກຸ່ມ​ໃດກໍຕາມທີ່ຖືວ່າ​ເປັນ​ອົງການ​ກໍ່​ການ​ຮ້າຍ.
​ເຖິງ​ຢ່າງ​ໃດ​ກໍ​ດີ ພວກໂຕ​ປະກັນຊາວຢູ​ໂຣບຫລາຍ​ຄົນ ທີ່​ຖືກກັກ​ຂັງ​ໄວ້​ກັບທ່ານ Foley
ນັ້ນ ​ໄດ້​ຖືກ​ປ່ອຍ​ໂຕ ຫລັງ​ຈາກ​ມີການກ່າວຫາວ່າ ໄດ້ມີການຈ່າຍ ​ເງິນຄ່າໄຖ່​ ໃຫ້​ແກ່ກຸ່ມ ລັດ​ອິສລາມ. ​

US FOLEY FUND VO
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG