ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂ່າວທີ່ບໍ່ມີມູນຄວາມຈິງ ສ້າງຄວາມປັ່ນປ່ວນ ໃນວົງການ ການເມືອງ ອິນໂດເນເຊຍ

ເຈົ້າຄອງນະຄອນ ຈາກາຕາ ທ່ານ Basuki Tjahaja Purnama, ທີ່ຮູ້ຈັກກັນດີ ຄື "Ahok" ນັ່ງເປັນຈຳເລີຍ ໃນລະຫວ່າງ ການດຳເນີນຄະດີ ຂອງທ່ານ ຢູ່ທີ່ ສານເມືອງຈາກາຕາເໜືອ, ໃນນະຄອນຫຼວງຈາກາຕາ ຂອງອິນໂດເນເຊຍ, ວັນທີ 13 ທັນວາ 2016.

ເມື່ອເດືອນແລ້ວນີ້ ຜູ້ນຳຂອງກຸ່ມມຸສລິມ ​ແນວ​ໂຮມ ປ້ອງ​ກັນ​ອິສລາມ ຫລື FPI ທີ່
ມີແນວທາງທີ່ແຂງຂັນ ໄດ້ຖືກສົ່ງໄປຮັກສາ​ພະຍາບານ ຫຼັງຈາກທີ່ໄດ້ຖືກທຳຮ້າຍ
ຮ່າງກ່າຍ ໂດຍທະຫານຂອງອິນໂດເນເຊຍ ຢູ່ທີ່ສຳນັກງານໃຫຍ່ຂອງຜູ້ກ່ຽວ.

ນັກສອນສາສະໜາ ອິສລາມ ຫົວຮຸນແຮງ Habib Rizieq (ກາງ) ພະຍາຍາມຂໍໃຫ້ພວກສະໜັບສະໜູນ ທີ່ສະຫງົບ ໃນຂະນະທີ່ເຂົາເຈົ້າກຳລັງຖືກຄວບຄຸມຕົວ ອອກໄປຈາກ ຫ້ອງການສານ ໃນນະຄອນຫຼວງ Jakarta, ວັນທີ 21 ເມສາ 2003.
ນັກສອນສາສະໜາ ອິສລາມ ຫົວຮຸນແຮງ Habib Rizieq (ກາງ) ພະຍາຍາມຂໍໃຫ້ພວກສະໜັບສະໜູນ ທີ່ສະຫງົບ ໃນຂະນະທີ່ເຂົາເຈົ້າກຳລັງຖືກຄວບຄຸມຕົວ ອອກໄປຈາກ ຫ້ອງການສານ ໃນນະຄອນຫຼວງ Jakarta, ວັນທີ 21 ເມສາ 2003.

ແທ້ຈິງແລ້ວ ບໍ່ມີເຫດການດັ່ງກ່າວເກີດຂຶ້ນເລີຍ. ແຕ່ຊາວອິນໂດເນເຊຍ ຫຼາຍພັນ
ຄົນ ຍັງຄິດວ່າ ມັນເກີດຂຶ້ນ ກໍເປັນຍ້ອນເລື່ອງຂ່າວປອມແປງ ທີ່ມີຄວາມນິຍົມສູງ
ທີ່ສຸດ ທີ່ໄດ້ອອກເຜີຍແຜ່ ກ່ອນໜ້າການປະທ້ວງຢ່າງໃຫຍ່ ຢູ່ໃນນະຄອນຫຼວງ
ຈາກາຕາ ເມື່ອວັນທີ 2 ທັນວາ ຜ່ານມາ. ເວັບໄຊສອງສາມແຫ່ງ ໄດ້ອ້າງວ່າ ຜູ້ນຳ
ກຸ່ມ FPI ທ່ານ Habib Rizieq ຜູ້ທີ່ໄດ້ຊ່ອຍໃນການຈັດແຈງ ການປະທ້ວງຕໍ່ຕ້ານ ຜູ້ປົກຄອງຈາກາຕາ ທີ່ເປັນຊົນເຜົ່າເຊື້ອສາຍຈີນນັ້ນ ໄດ້ຖືກລ່ວງລະເມີດ ໂດຍທາງ
ການ ອັນເປັນການອ້າງ ທີ່ຍົວະຍວນ ທີ່ບໍ່ມີຄວາມແທ້ຈິງ ຊຶ່ງໄດ້ປຸກລະດົມໃຫ້ເກີດ ຄວາມຮູ້ສຶກຄຽດແຄ້ນ ໃນສັງຄົມ.

ປະທານາທິບໍດີ ອິນໂດເນເຊຍ ທ່ານ Joko "Jokowi" Widodo ກ່າວຖະແຫລງ ຕໍ່ບັນດາຜູ້ ທີ່ລອດຊີວິດ ຈາກແຜ່ນດິນໄຫວ ໃນເມືອງ Tringgading ຂອງແຂວງ Aceh, ປະເທດອິນໂດເນເຊຍ, ວັນທີ 9 ທັນວາ 2016.
ປະທານາທິບໍດີ ອິນໂດເນເຊຍ ທ່ານ Joko "Jokowi" Widodo ກ່າວຖະແຫລງ ຕໍ່ບັນດາຜູ້ ທີ່ລອດຊີວິດ ຈາກແຜ່ນດິນໄຫວ ໃນເມືອງ Tringgading ຂອງແຂວງ Aceh, ປະເທດອິນໂດເນເຊຍ, ວັນທີ 9 ທັນວາ 2016.

ຂ່າວປອມແປງ ບໍ່ແມ່ນເລື່ອງໃໝ່ ຢູ່ໃນວົງການ ການເມືອງຂອງອິນໂດເນເຊຍ ເຖິງແມ່ນວ່າ ມັນໄດ້ກາຍເປັນຄຳທີ່ກ່າວກັນສູງຂຶ້ນ ຫຼັງຈາກ ການເລືອກຕັ້ງ
ປະທານາທິບໍດີ ສະຫະລັດ ໃນປີນີ້. ເລື່ອງລາວຕ່າງໆ ທີ່ບໍ່ມີຄວາມຈິງແທ້ໆນັ້ນ ໄດ້ຖືກເຜີຍແຜ່ ພາຍໃນກຸ່ມພວກຄົນ ທີ່ນິຍົມສື່ສັງຄົມ ນັບຕັ້ງແຕ່ປີ 2014 ເປັນ
ຕົ້ນມາ ໃນເວລາທີ່ພວກຂ່າວເຫຼົ່ານັ້ນ ໄດ້ກາຍເປັນໄພຂົ່ມຂູ່ ທີ່ຈະທຳລາຍການ
ໂຄສະນາຫາສຽງ ຂອງປະທານາທິບໍດີ ຄົນປັດຈຸບັນ ທ່ານ Joko “Jokowi”
Widodo. ແຕ່ພວກຂ່າວເຫຼົ່ານັ້ນ ໄດ້ກາຍເປັນເລື່ອງທີ່ສຽດສີໂດຍສະເພາະ ເມື່ອສອງສາມເດືອນບໍ່ດົນມານີ້ ໃນເວລາ ຄວາມເຄັ່ງຕຶງ ທາງສາສະໜາ ກຳລັງຮຸນແຮງຂຶ້ນ ຍ້ອນຄະດີຄວາມການໝິ່ນປະໝາດ ຂອງຜູ້ປົກຄອງ ຈາກາຕາ
ທ່ານ Basuki “Ahok” Tjahaja Purnama.

ໃນສັບປະດານີ້ ນາພົນທະຫານ Gatot Nurmantyo ໄດ້ກ່າວຖະແຫລງວ່າ ຂ່າວປອມແປງ ໄດ້ເປີດເຜີຍວ່າ ມີການແຊກແຊງຂອງຕ່າງປະເທດ ໃນວົງການ ການເມືອງຂອງອິນໂດເນເຊຍ. ມັນບໍ່ມີຄວາມຈະແຈ້ງວ່າ ມີກໍລິນີດັ່ງກ່າວນີ້ ແຕ່ມັນ ກໍຍັງເປັນທີ່ແນ່ວ່າ ລັດຖະບານຂອງອິນໂດເນເຊຍ ຊຶ່ງຮູ້ກັນດີວ່າ ໄດ້ກວດກາສື່
ມວນຊົນ ນັ້ນ ບໍ່ສາມາດທີ່ຈະຢຸດຢັ້ງບັນຫາດັ່ງກ່າວໄດ້ ໂດຍການສະກັດກັ້ນເວັບໄຊ ທີ່ມີບັນຫາ ເທົ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG