ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຄົມ ສາສະໜາ ຮຽກຮ້ອງໃຫ້ ຜູ້ນຳໂລກ ປະຕິບັດຕາມ ຂໍ້ຕົກລົງ ສະພາບອາກາດ


Faith Community Urges World Leaders to Sign Climate Pact
please wait

No media source currently available

0:00 0:02:20 0:00

ໃນວັນໂລກ ເຊິ່ງກົງກັບວັນສຸກທີ 22 ເມສາ ມື້ນີ້ບັນດາຜູ້ນຳໂລກໄດ້ມາເຕົ້າໂຮມກັນເພື່ອ ເຊັນຂໍ້ຕົກລົງ ກ່ຽວ​ກັບ​ ການປ່ຽນແປງຂອງ ສະພາບອາກາດໂລກ ທີ່ໄດ້ມີ​ການເຈລະຈາ ກັນໃນນະຄອນຫຼວງ ປາຣີ ເມື່ອເດືອນທັນວາປີກາຍນີ້. ພິທີທີ່ຖືກຈັດຂຶ້ນຢູ່ສຳນັກງານ ໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ ນິວຢອກ ເປັນຂີດຂາຍຂອງບາດກ້າວອັນ ທຳອິດ ໃນຂັ້ນຕອນຂອງການໃຫ້ສັດຕະຍາບັນ. ດັ່ງທີ່ນັກຂ່າວຂອງວີໂອເອ Rosanne Skirble ໄດ້ລາຍງານ ເຊິ່ງເຫດການໜຶ່ງກ່ຽວກັບ ບັນດາຜູ້ນຳສາສະໜາໄດ້ອອກຖະແຫຼງ ການ ສະ ແດງຄວາມ​ເຫັນ​ພ້ອມ ກັບຂໍ້ຕົກລົງດັ່ງກ່າວ ແລະ ຄວາມຈຳ​ເປັນ​ໃນການ​ເອົາ​ມາດ​ຕະການ ຢ່າງວ່ອງໄວ ເພື່ອໃຫ້​ເລີ້ມມີຜົນບັງຄັບໃຊ້ ເຊິ່ງວ່າຈະເປັນແນວໃດນັ້ນ ພຸດທະສອນ ຈະນຳ ເອົາລາຍລະອຽດ ມາສະເໜີທ່ານ.

ບັນດາຜູ້ນຳສາສະໜາ ໄດ້ເຂົ້າຮ່ວມໃນການສວດມົນທີ່ຫໍສວດມົນຂອງອົງການສະຫະປະ ຊາຊາດ ເພື່ອ​ໃຫ້ການ​ຢືນຢັນ ​ຕໍ່ຄວາມສັກສິດຂອງໂລກ.

ໃນຖະແຫຼງການຮ່ວມຂອງພວກເພິ່ນ ທີ່ເຊັນໂດຍບັນດາຜູ້ນຳສາສະໜາ ທີ່ມີຊື່ສຽງ 250 ຄົນ, ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳຂອງປະເທດຕ່າງໆລົງນາມ ໃຫ້ສັດຕະຍາບັນ ແລະ ຈັດຕັ້ງປະຕິ ບັດຂໍ້ຕົກລົງວ່າ​ດ້ວຍ​ການ​ປ່ຽນ​ແ​ປງຂອງສະພາບອາກາດ ປາຣີ ຢ່າງວ່ອງໄວ.

ທ່ານ Fletcher Harper ຜູ້ນຳພາຂອງພັນທະມິດຄວາມເຊື່ອທາງສາສະໜາທີ່ແຕກຕ່າງ ກັນທີ່ໄດ້ຊ່ວຍເຫຼືອຈັດງານດັ່ງກ່າວນີ້ ເວົ້າວ່າ ການໂຄສະນາຂອງພວກເພິ່ນ ໄດ້ຮັບການ ສະໜັບສະໜູນຈາກສ່ວນບຸກຄົນເກືອບ 5,000 ຄົນ ແລະ ກຸ່ມຕ່າງໆໃນທົ່ວໂລກ 90 ກຸ່ມ.

ທ່ານ Fletcher Harper ຈາກອົງການ GREENFAITH ກ່າວວ່າ “ຖະແຫຼງການໄດ້ສະ ທ້ອນໃຫ້ເຫັນວ່າ ພວກເຮົາຕ້ອງໃຫ້ຄວາມເຄົາລົບຕໍ່ໂລກດັ່ງກັບຂອງ ຂວັນອັນ ໜຶ່ງ, ບໍ່ແມ່ນດັ່ງກັບຂອງໃຊ້ອັນໜຶ່ງທີ່ສາມາດຊື້ ຫຼື ຂາຍໄດ້, ແຕ່ເປັນດັ່ງກັບຂອງ ຂວັນທີ່ຕ້ອງ​ໄດ້​ຮັບ​ຖານທະນຸ ຖະໜອມໄວ້ ແລະ ບໍ່ພຽງແຕ່ປົກປ້ອງໄວ້ເພື່ອຜົນ ປະໂຫຍດທາງເສດ ຖະກິດໄລຍະສັ້ນເທົ່ານັ້ນ, ແຕ່ເປັນການປົກປ້ອງໄລຍະຍາວ ຕະຫຼອດຊີວິດ. ສິ່ງດັ່ງ ກ່າວນີ້ ແມ່ນສິນທຳຂັ້ນພື້ນຖານ ແລະ ຄຸນຄ່າທາງດ້ານສາ ສະໜາທີ່ໄດ້ຖືກເຜີຍແຜ່ ໂດຍປະເພນີ ຂອງປະເທດຕ່າງໆໃນທົ່ວໂລກ.”

ໃນຈຳນວນຜູ້ທີ່ໄດ້ໄປຮ່ວມງານນັ້ນ ແມ່ນທ່ານນາງ Kiran Bali, ປະທານກອງປະຊຸມໂລກ ສຳລັບການລິເລີ່ມລວມສາສະໜາ, ເປັນກຸ່ມເຊື່ອຖືລະຫວ່າງສາສະໜາທີ່ເຄື່ອນໄຫວຢູ່ໃນ 94 ປະເທດທົ່ວໂລກ.

ທ່ານນາງ Kiran Bali ກ່າວວ່າ “ສຳລັບພວກເຮົາຫຼາຍຄົນ, ພວກເຮົາກຳລັງເບິ່ງບັນ ຫາຕ່າງໆໃນທົ່ວໂລກເຊັ່ນ ໄພແຫ້ງແລ້ງ, ກາຂາດແຄນອາຫານ ແລະ ການສູນພັນ ຂອງ ສັດຊະນິດຕ່າງໆ. ພວກເຮົາຮູ້ສຶກວ່ານີ້ແມ່ນຄວາມລົ້ມແຫຼວຂອງມະນຸດ ແລະ ຄວາມ​ລົ້ມ​ແຫຼງທາງດ້ານຈິດໃຈ ແລະ ຂ້າພະເຈົ້າກໍມາທີ່ນີ້ເພື່ອຂໍໃຫ້ທຸກໆ ຄົນໃນໂລກນີ້ ມາ ລວມຕົວເຂົ້າກັນດັ່ງກັບຄົນແຫ່ງຄວາມສັດທາ ຜູ້ທີ່ເຊື່ອຖືໃນ ຄຸນຄ່າຂອງຄວາມເປັນ ໜຶ່ງດຽວກັນ, ແລະ ເຄົາລົບ ແລະ ເປັນຜູ້ຈັດການດ້ານສິ່ງ ແວດລ້ອມ ແລະ ເປັນຜູ້ທີ່ ຊ່ວຍເຫຼືອໂລກຂອງພວກເຮົາໄວ້ແທ້ໆ.”

ບັນດາຜູ້ນຳທາງ​ສາ​ສະນາ ໄດ້ຮຽກນຮ້ອງໃຫ້ຫັນປ່ຽນໄປໃຊ້ແຫຼ່ງພະລັງງານທົດແທນເພື່ອ ຮັກສາອຸນຫະພູມໂລກບໍ່ໃຫ້ສູງກາຍ 1.5 ອົງສາແຊວຊຽສ ປຽບທຽບໃສ່ຍຸກກ່ອນອຸດສາຫະ ກຳ. ກຸ່ມສາສະໜາເປັນຕົວແທນໃຫ້ກັບປະຊາກອນຂອງໂລກ 80 ເປີເຊັນ. ທ່ານ Harper ກ່າວວ່າ, ພວກເຂົາເຈົ້າແມ່ນຢູ່ໃນຖານະທີ່ພິເສດເພື່ອຜັກດັນໃຫ້ມີລະບຽບວາລະຂອງການ ປະຊຸມວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງສະພາບອາກາດໃໝ່.

ທ່ານ Harper ກ່າວວ່າ “ພວກເຮົາມີໂອກາດ ທີ່ຈະປ່ຽນແປງວັດທະນະທຳຕ່າງໆຂອງ ໂລກ, ແລະໂດຍການປ່ຽນແປງວັດທະນະທຳຕ່າງໆ ນີ້ ກໍ​ແມ່ນ​ການປ່ຽນແປງດ້ານ ການເມືອງ.ດັ່ງນັ້ນບັນດາຜູ້ນຳລັດຖະບານຈຶ່ງເຂົ້າໃຈວ່າ ຕອນນີ້ພວກເຂົາເຈົ້າ ຕ້ອງປະຕິບັດງານ ກ່ຽວກັບ ສະພາບອາກາດປ່ຽນແປງຢ່າງເດັດຂາດ.”

ຖະແຫຼງການດັ່ງກ່າວໄດ້ຖືກສົ່ງໃຫ້ປະທານສະມັດຊາດໃຫຍ່ ສະຫະປະຊາຊາດ ເພື່ອສົ່ງ ຕໍ່ໃຫ້ກັບບັນດາປະເທດສະມາຊິກ. ຂໍ້ຕົກລົງ ປາຣີ ຈະ​ເລີ້ມມີຜົນບັງຄັບໃຊ້ຫຼັງຈາກ 55 ປະ ເທດເຊິ່ງເປັນຕົວແທນໃຫ້ກັບການປ່ອຍແກ໊ສເຮືອນແກ້ວໃນທົ່ວໂລກຢ່າງໜອ້ຍ 55 ເປີເຊັນ, ໄດ້ໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງນີ້.

ງານດັ່ງກ່າວໄດ້ສິ້ນສຸດລົງດ້ວຍເພງຈາກປະຊາຄົມຊາວ Sikh, ທີ່ສວດມົນໃຫ້ກັບໂລກທີ່ ຕົກຢູ່ໃນໄພອັນຕະລາຍ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG