ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍລິສັດ Facebook ມີອາຍຸ ຄົບຮອບ 10 ປີ (ວີດີໂອ)


ພະນັກງານຍ່າງກາຍປ້າຍ ບໍລິສັດ Facebook
ພະນັກງານຍ່າງກາຍປ້າຍ ບໍລິສັດ Facebook
Facebook ຊຶ່ງເປັນ​ບໍລິສັດ​ທີ່​ມີຊື່ສຽງໂດ່​ງດັງ​ແລະ​ໃຫຍ່​ທີ່​ສຸດ
​ທາງຕາໜ່າງສື່​ສັງ​ຄົມ​ສະຫຼອງ​ຄົບຮອບ 10 ປີ ​ໃນການສ້າງຕັ້ງ
ໃນວັນ​ອັງຄານ​ມື້​ນີ້ ຊຶ່ງ​ເລີ່​ມຕົ້ນ​ ມາ​ຈາກການ​ເປັນ​ແວັບ​ໄຊ້ໃນ​
ມະຫາວິທະຍາ​ໄລ​ ຈົນກ້າວເຂົ້າສູ່ລະດັບເວທີໂລກ​ທີ່​ມີ​ສະ​ມາ​
ຊິກຊົມ​ໃຊ້ 1.230 ລ້ານຄົນ ໃນເວລານີ້.

ຜູ້​ສ້າງຕັ້ງ ​ແລະ​ປະທານ​ບໍລິຫານບໍ​ລິສັດ Facebook ທ່ານ
Mark Zuckerberg ​ໄດ້ອອກຖະແຫຼງຂ່າວສະບັບນຶ່ງ ຜ່ານ
ທາງ Facebook ຂອງບໍລິສັດ ໂດຍເວົ້າວ່າ ທ່ານຫວັງວ່າ
ໄລຍະ10 ປີຕໍ່ໜ້ານີ້ ຈະອຳນວຍໃຫ້ທາງບໍລິສັດ ຂະຫຍາຍ
ຄວາມສາມາດຂອງຕົນອອກຕື່ມ ​ແລະວ່າ ທ່ານຕ້ອງການຢາກໃຫ້ບໍລິສັດ Facebook
ຊ່ອຍປະຊາຊົນ ແກ້ໄຂບັນຫາທີ່ໃຫຍ່ ແລະມີຄວາມສຳຄັນ ຫລາຍກວ່າແຕ່ກ່ອນ.

ທາງບໍລິສັດບໍ່ໄດ້​ປະກາດ ​ວ່າມີແຜນ​ການສະຫຼອງແຕ່​ຢ່າງ​ໃດ ​ແຕ່ວ່າໂອກາດ​ແບບ​ນີ້
​ໄດ້​ເຮັດ​ໃຫ້​ພວກ​ນັກ​ສັງ​ເກດ​ການ ລໍາ​ລຶກເຖິງການ​ເຕີບ​ໂຕຢ່າງວ່ອງໄວຂອງແວັບ​ໄຊ້
​ແລະ​ອິດ​ທິພົນທີ່​ມີ​ຕໍ່ຕາໜ່າງສື່ສັງຄົມອື່ນໆ​ເຊັ່ນ Twitter, Instagram and Snapchat ​ເປັນ​ຕົ້ນ.

Facebook ໄດ້ສະເໜີຂາຍຮຸ້ນຂອງຕົນ​ IPO ຄັ້ງ​ທໍາ​ອິດ ​ໃນ​ປີ 2012 ໂດຍທີ່ບໍ່​ມີ​ຄົນ​ຊື້
​ຢ່າງ​ຫລວງຫລາຍ​ເທົ່າ​ກັບ​ທີ່​ໄດ້​ຄາດ​ການ​ໄວ້​ໃນ​ເວລາ​ນັ້ນ ແຕ່ຫລັງຈາກນັ້ນມາ ຮຸ້ນ​ຂອງ
ບໍລິສັດ​ໄດ້ຖີບໂຕ​ສູງ​ຂຶ້ນຢ່າງເປັນປະຫວັດ​ການ. ມີລາຍງານວ່າ ມູນ​ຄ່າ​ຂອງບໍລິສັດ​ແມ່ນ
157 ພັນ​ລ້ານ​ໂດ​ລ່າ ຊຶ່ງ​ສູງ​ກວ່າ​ຫຼາຍໆບໍລິສັດໃຫຍ່ໆຂອງສະຫະລັດ ທີ່​ມີ​ປະ​ຫວັດຍາວ
​ນານກ່ວາ ຫຼາຍສິບ​ປີ.

ບັນດາ​ນັກ​ຊ່ຽວຊານ ກ່າວ​ວ່າ ສິ່ງທ້າ​ທາຍ​ອັນ​ໃຫຍ່ຫຼວງ​ຂອງ Facebook ​ກໍຄືການ​ສືບ​ຕໍ່
ເຕີບ​ໂຕໂດຍ​ບໍ່​ໃຫ້ສູນ​ເສຍ​ຄວາມ​ນິຍົມ ຄື​ຮັກສາຄວາມສົນໃຈຂອງຜູ້ຊົມ​ໃຊ້ທີ່​ອາຍຸ​ນ້ອຍ
​ສຸດນັ້ນ​ໄວ້ ຊຶ່ງ​ພວກ​ເຂົາ​ເຫຼົ່າ​ນີ້​ກໍາລັງ​ພາກັນ​ຫັນໄປ​ຊົມໃຊ້​ເທັກ​ໂນໂລຈີ​ແນວ​ໃໝ່ ແລະ​ໃນ​
ຂະນະ​ດຽວ ກັນ​ ກໍ​ຮັກສາພວກພໍ່​ແມ່​ຂອງເຂົາ​ເຈົ້າ​ໄວ້ ໃນ​ບັນດາ​ຜູ້ຊົມໃຊ້ຫຼັກຂອງ
Facebook ນັ້ນ.

FACEBOOK 10TH ANNIVERSARY
please wait

No media source currently available

0:00 0:02:06 0:00

XS
SM
MD
LG